Top Ad

header ads

ເຫັນແລ້ວຂົນຫົວລຸກ ພິສູດສໍານັກສົງເກຈິດັງ ຮູບປັ້ນຝັງກະດູກຄົນຕາຍ


ຈາກກໍລະນີມີຄົນໂພສຜ່ານໂລກອອນໄລ ວ່າໄປພົບສະຖານທີ່ຮົກຮ້າງແຫ່ງໜຶ່ງໃນຈັງຫວັດຊະເຊິງເຊົາ ບັນຍາກາດເຮັດໃຫ້ຊວນຂົນລຸກ ໂດຍຮອບບໍລິເວນເຕັມໄປດ້ວຍຮູບປັ້ນນັບຮ້ອຍທີ່ມີກະດູກຄົນຕາຍຝັງຢູ່ໃນດ້ານໃນ ກ່ອນໜ້ານີ້ເຄີຍເປັນສໍານັກສົງຂອງພຣະເກຈິຊື່ດັງ ແຕ່ຫຼັງຈາກທີ່ພຣະຮູບນັ້ນມໍລະະພາບ ກໍ່ບໍ່ມີພຣະຮູບໃດສາມາດຢູ່ທີ່ສໍານັກສົງແຫ່ງນີ້ໄດ້ ມີຄົນເລົ່າກັນວ່າມັນມີຄວາມຮ້ຽນຂອງສິ່ງລຶກລັບ
ລາຍການເຈາະປະເດັນສະເປຊ້ຽວ ທາງຊ່ອງ 7 ຈຶ່ງບຸກລົງພື້ນທີ່ພິສູດຂໍ້ແທ້ຈິງ ພົບເປັນ “ສະຖານທີ່ປະຕິບັດທໍາຮູບປັ້ນ ອາຈານຊ່ວນ” ຕັງຢູ່ໃນ ອ.ພົນມະສາລະຄາມ ຈ.ສະເຊິງເຊົາ ເທິງເນື້ອທີ່ເກືອບ 2 ໄລ່ ໃນຄວາມເບິ່ງແຍງຂອງວັດທ່າລາດໃຕ້ ເຈົ້າອາວາດວັດ ເລົ່າວ່າພື້ນທີ່ບໍລິເວນນີ້ເປັນມໍລະດົກຕົກທອດຈາກບິດາຂອງພຣະອາຈານຊ່ວນ ປັນຍາໂລ ອາດິດເຈົ້າອາວາດວັດທ່າລາດໃຕ້ ພຣະເກຈິດັງເລື່ອງປຣັດຂິກເມື່ອຫຼາຍສິບປີກ່ອນ ແຕ່ເນື່ອງຈາກທ່ານເປັນພຣະທີ່ມຸ້ງປະຕິບັດສະມາທິພາວະນາ ເພື່ອສື່ສານກັບດວງວິນຍານ-ພູດຜີ ຈົນບໍ່ມີເວລລາປະຕິບັດກິດຂອງສົງ ຈຶ່ງລາສິກຂາບົດ ອອກມາຕັ້ງສໍານັກສົງແຫ່ງນີ້ ຈາກນັ້ນມາພຣະອາຈານຊ່ວນກໍ່ມຸ້ງປັ້ນຮູບປັ້ນຕ່າງໆຂຶ້ນເຊັ່ນ ກຸມມານທອງ, ນາງກວັກ, ຕຸກກາຕູນເດັກ ລວມເຖິງຕົວລະຄອນໃນວັນນະຄະດີເຊັ່ນ ນາງສິບສອງ, ພຣະລົດເມລີ ວັນະຄະດີທີ່ເຊື່ອມໂຍງກັບຈັງຫວັດຊະເຊິງເຊົາໃນອາດິດ ທັງ ອ.ພະນັສນິຄົມ, ອ.ພະນົມສາລະຄາມ ແລະ ອ.ສະໜາມໄຊເຂດ
ຮູບປັ້ນນັບຮ້ອຍທີ່ພະອາຈານຊ່ວນໄດ້ປັ້ນຂຶ້ນ ຈະມີການລົງອັກຄະລັກອາຄົມໄວ້ທັງໝົດບາງໂຕມີສ່ວນຜະສົມຂອງຊິ້ນສ່ວນຄົນນຕາຍ ໂດຍສະເພາະຜິວໜັງຂອງຮ່າງກາຍຄົນຕາຍທີ່ໄດ້ສັກຍັນໄວ້ ແຕ່ເຜົາບໍ່ໃໝ້ຈະຖຶກນໍາມາເປັນມວນສານໃນການປັ້ນ ແລະທຸກຕົວຈະມີຊ່ອງສໍາລັບນໍາກະດູກຄົນຕາຍບັນຈຸໄວ້ດ້ານໃນ ຫາກວ່າຍາດພີ່ນ້ອງຜູ້ທີ່ເສຍຊີວິດແຈ້ງຄວາມປະສົງຢາກໃຫ້ວິນຍານສະຖິດຢູ່ໃນຮູບປັ້ນເຫຼົ່ານີ້ ພຣະອາຈານຊ່ວນກໍ່ຈະປະກອບພິທີບັນຈຸກະດູກໃຫ້
ກະທັ້ງປີ 2536 ພະອາຈານຊ່ວນໄດ້ມໍລະນະພາບລົງ ຕັງແຕ່ນັ້ນສະຖານທີ່ປະຕິບັດທໍາແຫ່ງນີ້ກໍ່ບໍ່ມີພຮະສົງເຂົ້າມາປະຈໍາຢູ່ວັດຫຼາຍຄັ້ງທີ່ທາງວັດໃຫ້ພຣະສົງເຂົ້າມາຟື້ນຟູສະຖານທີ່ ແຕ່ບໍ່ເຄີຍມີພຣະຮູບໃດຢູ່ໄດ້ ໂດຍທີ່ອ້າງພົບເຫັນສິ່ງທີ່ເປັນຕາຢ້ານລວມທັງງູໃຫຍ່ໄດ້ເລືອຜ່ານໄປມາ ແລະຍັງໄດ້ຍິນສຽງດັງແບບແປກໆຄ້າຍຄືກັບສຽງເວົ້າຂອງຄົນ ຈົນສຸດທ້າຍຈໍາເປັນຕ້ອງປ່ອຍຖິມໄວ້ໃຫ້ຮົກຮ້າງ
ແຕ່ກໍ່ມີຄົນລັກເຂົ້າມາໃນສະຖານທີ່ປັດຕິບັດທໍາແຫ່ງນີ້ຢູ່ ເພາະທັງຮູບປັ້ນແລະປັດຂິກຂະໜາດໃຫຍ່ຕ່າງກໍ່ເປັນທີ່ຈັບຈ້ອງຂອງກຸ່ມຄົນບູຊາເຄື່ອງລາງຂອງຂັງ ເຄີຍເຖິງຂັ້ນມີຄົນລັກນໍາລົດເຄນເຂົ້າມາຫວັງຍົກປັດຂີດນໍາກັບໄປບູຊາແຕ່ກໍ່ບໍ່ສໍາເລັດເພາະຍົກເທົ່າໃດກໍ່ຍົກບໍ່ຂຶ້ນ ເຖິງຈະໃຊ້ຄົນ 10 ຄົນ ໃນທີ່ສຸດກໍ່ຕ້ອງໄດ້ຖອຍກັບໄປ ລ້າສຸດກໍ່ມີຊາຍທີ່ບໍ່ສົມປະກອບເຂົ້າມາອາໃສຫຼັບນອນໃນສາລາຮ້າງແຕ່ສຸທ້າຍກໍເສຍຊີວິດແບບບໍ່ຮູ້ສາເຫດ

ໂດຍຜູ້ນໍາທ້ອງຖິ່ນເບິ່ງວ່າ ຮູບປັ້ນເຫຼົ່ານີ້ພຣະອາຈານຊ່ວນເຮັດຂຶ້ນດ້ວຍຈິດວິນຍານທີ່ແຝງໄປດ້ວຍແງ່ຄິດ
ຫຼັງຈາກນັ້ນເຈົ້າໜ້າທີ່ກູ້ໄພໄດ້ເຂົ້າໄປພິສູດຄວາມລຶກລັບ ໂດຍເດີນຮອເຖິງ 3 ຄັ້ງ ອ້າງວ່າຮູບປັ້ນ 3 ຕົວທີ່ວາງຢູ່ເທິງແຜ່ນປູນສາມາດເຄື່ອນໄຫວໄດ້ເມື່ອເຂົ້າໄປເບິ່ງໄກ້ໆກໍ່ພົບຮອຍລາກໃບໄມ້ໃຫຍ້າອອກເປັນທາງຍາວ ຢືນຢັນວ່າບໍ່ມີໃຜຍົກຫຍັງ ຫຼື ເຄື່ອນໄຫວອັນໃດ ຈຶ່ງເຊື່ອວ່າດວງວິນຍານອງຄົນທີ່ລ່ວງລັບໄປອາດຈະຍັງສິງສະຖິດຢູ່ໃນຮູບປັ້ນ
ດ້ານຜູ້ນໍາທ້ອງຖິ່ນກໍ່ໄດ້ກຽມຫາລືຊຸມຊົນ ເພື່ອພັດທະນາສະຖານທີ່ແຫ່ງນີ້ໃຫ້ເປັນອີກໜຶ່ງແຫຼ່ງທ່ອງທ່ຽວຂອງຈັງຫວັດຊະເຊິງເຊົາ ໃຫ້ຄົນລຸ້ນຫຼັງໄດ້ສຶກສາຄວາມເປັນມາຂອງສໍານັກສົງດັ່ງກ່າວ ເພາະເຊື່ອວ່າເຈດະນາລວມຂອງພະອາຈານຊ່ວນ ໃຊ້ຈິດວິນຍານໃນການປັ້ນຫຸ່ນເຫຼົ່ານີ້ຂຶ້ນມາລ້ວນແຝງໄປດ້ວຍແງ່ຄິດທີ່ຊື່ໃຫ້ເຫັນເລື່ອງລາວໃນອາດິດຈົນເຖິງປະຈຸບັນ ຫາກປັບປຸງສະຖານທີ່ໃຫ້ດີເຊື່ອວ່າອາດຈະມີຄົສົນໃຈເຂົ້າມາສຶກສາເປັນຈໍານວນຫຼວງຫຼາຍ
ແລະຕ້ອງໄດ້ບອກວ່າເລື່ອງນີ້ຕ້ອງໄດ້ໃຊ້ວິຈາລະາຍານໃນການຮັບຊົມແລະເປັນຄວາມເຊື່ອສ່ວນບຸກຄົນແຕ່ຫາກຈະມີການພັດທະນາສະຖານທີ່ຮົກຮ້າງແຫ່ງນີ້ໃຫ້ກັບມາງົດງາມ, ຕັດຫຍ້າຮົກໆອອກເພື່ອເຮັດທາງເດີນໃຫ້ສະດວກກວ່າທີ່ເປັນຢູ່ເຊື່ອວ່າຈະເປັນອີກແຫຼ່ງທ່ອງທ່ຽວທີ່ໜ້າສຶກສາຮຽນຮູ້ໂດຍສະເພາະກຸ່ມຄົນທີ່ມັກທ້າພິສູດສິ່ງລກລັບນີ້

ຂໍຂອບໃຈຂໍ້ມູນຈາກ: teenee.com ແລະ http://news.com.la/detail/25485
Ad