Top Ad

header ads

ເງິນປາກຜີ ຕໍານານຄວາມເຊື່ອກ່ຽວກັບຄວາມຕາຍ



ຖ້າເວົ້າເຖິງ ເງິນປາກຜີ ຫຼາຍຄົນຄົງພາກັນຂົນລຸກເລີຍທີດຽວເຊິ່ງເງິນປາກຜີນັ້ນກໍ່ມີຄວາມເປັນມາຢ່າງຍາວນານ ນັ້ນມີຄວາມເປັນມາແຕ່ສະໃໝ ກຣີກ-ໂຣມັນບູຮານ ເອີນກັນວ່າຫຼຽນຂອງແຄຣອນ(Charon's obol) ໝາຍເຖິງການນໍາຫຼຽນໃສ່ປາກຂອງຜູ້ຕາຍກ່ອນທີ່ຈະນໍາລົງໄປຝັງ ເພາະເຊື່ອວ່າຫຼັງຈາກເສຍຊີວິດຜູ້ຕາຍຈະເດີນທາງໄປສູ່ປໍລະໂລກ ເຊິ່ງຕ້ອງມີການຈ່າຍເງິນໃຫ້ກັບຄົນແຈວເຮືອທີ່ເຊື່ອວ່າ ແຄຣອນ (Charon) ເປັນຜູ້ພາຍເຮືອໄປສົ່ງສູ່ອີກຝາກໜຶ່ງຂອງໂລກວິນຍານ ໂດຍ 1 ດວງວິນຍານຈະຕ້ອງຈ່າຍ 1 ຫຼຽນອະລະບັດ (Olobus)
ເຊິ່ງຫຼາຍຄົນເຊື່ອໃເລື່ອງຂອງ ເງິນປາກຜີ ເຊັ່ນກັນ ໂດຍຈະນໍາເງິນ 1 ພົດດ້ວງ ຫຼື 1 ບາດ ຫໍ່ດ້ວຍຜ້າຂາວແລ້ວຜູກເຊືອກໃຫ້ຫາງຍາວແລ້ວໂຍນລົງໄປໃນປາກຂອງສົບໃຫ້ເຊືອກອອກມາດ້ານນອກ ເພື່ອຈະໄດ້ບໍ່ໃຫ້ໄຫຼຫຼຸດລົງຄໍ
ນອກຈາກນັ້ນເງິນປາກຜີ ຍັງມັກຈະຖຶກນໍາມາເປັເຄື່ອງລາງຂອງຂັງອີກດ້ວຍ ແຕ່ຜູ້ທີ່ຈະນໍາມາເຮັດພິທີໄດ້ນັ້ນຈະຕ້ອງເປັນຜູ້ທີ່ມີວິຊາ ແລະເຮັດພິທີຢ່າງຖຶກຕ້ອງບໍ່ດັ່ງນັອາດຈະມີອັນຕະລາຍເຖິງຊີວິດໄດ້ ເພາະວິນຍານຂອງຄົທີ່ຕາຍອາດຈະມາທວງຄືນ





ຂໍຂອບໃຈຂໍ້ມູນຈາກ: .teenee.com ແລະ http://news.com.la/detail/25577
Ad