Top Ad

header ads

ກູ່ ລາວສະຕາ ເປີດໃຈກັບຂ່າວສົດຫນັງສືພິມປະເທດໄທ ຢືນຍັນວ່າຖືກປ້າຍສີຮ່ວມຂະບວນການ ໄຊຊະນະ



ຫລັງຈາກທ່ານ ສຸລະເພັດ ແກ້ວວຽງຄຳ ປະທານບໍລິຫານຜູ້ກໍ່ຕັ້ງລາວສະຕາ ປະກາດປົດທ້າວທະນູສອນ ແກ້ວວຽງຄຳ ຜູ້ເປັນນ້ອງຊາຍອອກຈາກຕຳແຫນ່ງຮອງຜູ້ອຳນວຍການສະຖານິລາວສະຕາ ພ້ອມທັງມີການວິພາກວິຈານຕາມມາວ່າ ສາເຫດເກີດຈາກ ທ້າວ ທະນູສອນ ຫລື ກູ່ ລາວສະຕາ ປາກົດໂຕຮ່ວມກັບທ້າວໄຊຊະນະ ແກ້ວພິມພາ ເຈົ້າພໍ່ຄ້າຢາເສບຕິດ ທີ່ຫາກໍ່ຖືກຈັບໄດ້ໃນປະເທດໄທພ້ອມກັບເຄື່ອຂ່າຍ

ກູ່ ລາວສະຕາ ເຊເລັບເມືອງລາວ ໄດ້ເປີດເຜີຍກັບ ຫນັງສືພິມຂ່າວສົດວ່າ ຮູບທີ່ເກີດຂຶ້ນຢູ່ເທິງເຮືອນັ້ນ ເປັນພາບຈິງແຕ່ເປັນການຕັດຕໍ່ສ້າງເລື່ອງລາວໂດຍຍັງມີຫລາຍຮູບທີ່ເປັນພາບຕັດຕໍ່ ເຊິ່ງໄດ້ເອົາມາຈາກຮູບເຟສ໌ບຸກຂອງຕົນແລະຮູບຂອງໄຊຊະນະ ມາຕັດຕໍ່ແລະສ້າງເລື່ອງໃສ່ຮ້າຍໂຈມຕີ ຕົວຢ່າງແມ່ນ ບອກວ່າຕົນເປັນລູກນາຍຍົກລັດຖະມົນຕີ ລູກປະທານປະເທດ ແລະເປັນຄົນຢູ່ເບື້ອງຫລັງຄຸ້ມຄອງພໍ່ຄ້າຢາເສບຕິດ ລວມເຖິງຍັງມີການນຳພາບທີ່ຕົນເອງຖ່າຍກັບຄົນສຳຄັນຂອງປະເທດໄປສ້າງເລື່ອງລາວ ເຊື່ອມໂຍງໃຫ້ກ່ຽວຂ້ອງກັບຂະບວນການຢາເສບຕິດ ໂດຍທັງໝົດນີ້ເກີດຈາກເພຈ໌ເຖື່ອນ ພວກລາວນອກ ຄື ກຸ່ມທີ່ຫນີອອກໄປຕອນປ່ຽນແປງການປົກຄອງ ເພາະວ່າບໍ່ມັກລັດຖະບານເປັນການສ້າງເຟສ໌ບຸກ ຂຶ້ນມາເພື່ອໂຈມຕີໂດຍມຸ່ງເປົ້າໄປທີ່ຄົນດັງໃນລາວ

ກູ່ ບອກວ່າ ສຳລັບຂ່າວການຖອນຕົວອອກຈາກລາວສະຕານັ້ນ ມິການປຶກສາຫາລືກັບທີມງານກັນແລ້ວວ່າ ຂ່າວທີ່ເກີດຂຶ້ນສັງຄົມໃນປະເທດລາວໃຫ້ຄວາມສົນໃຈຫລາຍແລະຍັງເກີດຄວາມເຂົ້າໃຈຜິດ ຈຶ່ງຄິດວ່າອາດເຮັດໃຫ້ສົ່ງຜົນກະທົບກັບອົງກອນເລິຍຕ້ອງຖອຍອອກມາກ່ອນ ແລະ ຢືນຍັນວ່າ ພາບທີ່ເຫັນໃນສື່ສ່ວນໃຫຍ່ເປັນການຕັດຕໍ່ ຂຽນຄຳເວົ້າແບບໂຈມຕີໃສ່ຮ້າຍປ້າຍສີ ສຳລັບ ກູ່ ເອງນັ້ນ ຄວາມຈິງມັນກໍ່ຄືຄວາມຈິງ ຖ້າເຮັດຜິດກໍ່ຕ້ອງຮັບໂທດໃນສິ່ງທີ່ເຮັດໄປ ຖ້າບໍ່ໄດ້ເຮັດກໍ່ເຮັດວຽກຕາມປົກກະຕິ



ຂໍຂອບໃຈ www.khaosod.co.th ແລະ www.vientianehour.com
Ad