Top Ad

header ads

ລາວເປັນປະເທດບໍລິໂພກເຄື່ອງດື່ມທີ່ມີທາດເຫຼົ້າສູງກວ່າປະເທດອື່ນໆໃນພູມິພາກ


ອົງການອະນາໄມໂລກໃຫ້ຮູ້ວ່າ: ແຕ່ລະປີເຄື່ອງດື່ມທີ່ມີທາດເຫຼົ້າເປັນພາລະທາງດ້ານເສດ ຖະກິດທີ່ໜັກໜ່ວງຂອງລາວຊຶ່ງກວມເອົາ 2% ຂອງ GDP  ແລະ ຫຼາຍກວ່າ 3 ແສນຄົນເກີດເປັນພະ ຍາດປະມານ 180 ພັນຄົນຕິດເຫຼົ້າ ແລະ ຍັງເປັນສາເຫດຫຼັກທີ່ພາ ໃຫ້ເກີດອຸປະຕິເຫດຕາມທ້ອງຖະໜົນຄື: ມີປະມານ 2.360 ກໍລະນີເສຍຊີວິດຍ້ອນອຸປະຕິເຫດທີ່ກ່ຽວພັນກັບການດື່ມເຄື່ອງດຶ່ມທີ່ມີທາດເຫຼົ້າ ແລະ ຈາກການລາຍງານຂອງອົງການອະນາໄມໂລກຊີ້ໃຫ້ເຫັນວ່າອັດຕາການບໍລິໂພກເຫຼົ້າໃນ ສປປ ລາວ ແມ່ນສູງກວ່າປະເທດອື່ນໃນພູມີພາກ ແລະ ມີທ່າອຽງສູງຂຶ້ນຫາກບໍ່ມີການ

ຄວບຄຸມຢ່າງຈິງຈັງເຖິງ
ຢ່າງໃດກໍຕາມຕໍ່ກັບຜົນຮ້າຍດັ່ງກ່າວພັກ-ລັດຖະບານກໍຄືສະພາແຫ່ງຊາດໄດ້ສະແດງຄວາມເປັນຫ່ວງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຜົນທາງລົບຕໍ່ສຸຂະພາບເສດຖະກິດ-ສັງຄົມ,ວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ແລະ ສະຖາບັນຄອບຄົວຊຶ່ງເປັນຈຸບັນລັດຖະບານ ແລະ ສະພາແຫ່ງຊາດໄດ້ຮີບຮ້ອນສ້າງແຜນການ ແລະ ຮັບຮອງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າໂດຍລັດຖະບານໄດ້ມອບຄວາມຮັບ ຜິດຊອບໃຫ້ກະຊວງສາທາລະນະສຸກສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງເປັນເຈົ້າການໃນການ ຈັດຕັ້ງປະຕິບັດໂດຍປະທານປະເທດໄດ້ອອກດຳລັດປະກາດໃຊ້ໃນປີ 2015 ເປັນຕົ້ນມາ ແລະ ເຫັນວ່າພຽງໜຶ່ງປີຜ່ານມາກໍມີຜົນສຳເລັດໃນເບື້ອງຕົນທີ່ໜ້າພາກພູມໃຈແຕ່ຍັງມີສິ່ງທ້າທາຍທີ່ຈະຕ້ອງໄດ້ໃຊ້ຄວາມພະຍາຍາມໂຄສະນາອົມຮົມດ້ວຍຫຼາຍຮູບການເພື່ອປູກຈິດສຳນຶກໃນການສ້າງຄວາມເຂົ້າ ໃຈໃຫ້ສັງຄົມໂດຍສະເພາະແມ່ນແມ່ຍິງຖືພາເດັກນ້ອຍເຍົາວະຊົນ ແລະ ຊາວໜຸ່ມໃຫ້ເຫັນໄດ້ຜົນຮ້າຍຂອງເຄື່ອງດື່ມທີ່ມີທາດເຫຼົ້າໃຫ້ເກີດຜົນປະໂຫຍດສູງສຸດ.  
ງານວາງສະແດງຜະລິດຕະພັນເຈີນີເຈີລາວຄັ້ງທີ III ໄດ້ຮັບຄວາມສົນໃຈຈາກສັງຄົມເປັນຢ່າງດີງານວາງສະແດງຜະລິດຕະພັນເຟີນີເຈີໄມ້ລາວຄັ້ງທີ III ປະຈຳປີ 2017 ໄດ້ໄຂຂຶ້ນໃນລະ ຫ່ວາງວັນທີ 9 -15 ມັງກອນນີ້ທີ່ສູນການຄ້າລາວໄອເຕັກ ນະຄອນຫລວງວຽງຈັນໄດ້ມີຫົວໜ່ວຍຜະລິດຕະພັນເຟີນິເຈີທີ່ຜະລິດຈາກໄມ້ຫວາຍ,ໄມ້ປ່ອງ ແລະ ເຄື່ອງແກະສະຫຼັກໄມ້ເຂົ້າຮ່ວມຫຼາຍກວ່າ 170 ຮ້ານຊຶ່ງຜະລິດຕະພັນສ່ວນຫຼາຍທີ່ນຳມາວາງສະແດງ ແລະ ຈຳໜ່າຍໃນງານດັ່ງກ່າວຄັ້ງນີ້ລ້ວນແລ້ວແຕ່ມີຄວາມໂດດເດັ່ນສວຍງາມສາມາດດຶງດູດຄວາມສົນໃຈຂອງຜູ້ເຂົ້າຊົມໄດ້ເປັນຢ່າງດີໂດຍສະເພາະແມ່ນເຄື່ອງແກະສະຫຼັກ ແລະ ອຸປະກອນຮັບໃຊ້ໃນຄົວເຮືອນລວມເຖິງໂຕະຕັ່ງຕ່າງໆທີ່ນຳໃຊ້ໄມ້ເສດຈາກໂຮງຈັກໂຮງງານມາຜະລິດ ແລະ ແກະສະຫຼັກເປັນຮູບແບບຕ່າງໆໄດ້ຢ່າງປານີດ ແລະ ກາຍເປັນສິນຄ້າທີ່ີມີລາຄາດີຊຶ່ງນອກຈາກຈຳໜ່າຍຢູ່ພາຍໃນແລ້ວຍັງສາມາດສົ່ງຂາຍໄປຕ່າງປະເທດໄດ້ອີກດ້ວຍ.
ງານວາງສະແດງດັ່ງກ່າວນອກຈາກຊ່ວຍຈຳໜ່າຍສິນຄ້າ ແລະ ຍັງເປັນໂອກາດໄດ້ໂຄສະນາສິນຄ້າເຟີນີເຈີໄມ້ລາວໄດ້ຢ່າງກວາງຂວາງ ແລະ ເປັນໂອກາດໃຫ້ຜູ້ຜະລິດໄດ້ແລກປ່ຽນບົດຮຽນ ແລະ ປະສົບການຕ່າງໆນຳກັນເພື່ອແນ່ໃສ່ພັດທະນາຜະລິດຕະພັນຂອງຕົນໃຫ້ເຕີບໃຫຍ່ເຂັ້ມແຂງນອກຈາກນີ້ ຍັງເປັນການດຶງດູດນັກທຸລະກິດຕ່າງປະເທດໃຫ້ມາລົງທຶນໃນຂົງເຂດການຜະລິດເຟີນີເຈີ ເພື່ອສ້າງມູນຄ່າເພີ່ມໃຫ້ແກ່ຜະລິດຕະພັນດັ່ງກ່າວເພື່ອສ້າງວຽກເຮັດງານທຳໃຫ້ປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດນັບມື້ເຕີບໃຫຍ່ຂະຫຍາຍຕົວ.

ທີ່ມາ ລາວພັດທະນາ
Ad