Top Ad

header ads

ໝູ່ ”ແພັທ” ບອກຢ່າເຄັ່ງຄຽດ “ອີກ 10 ມື້ລູກຈະເກີດ” ແລະ ແພັທພ້ອມລາເບນຊ໌ ຫາກຄ້າຢາ


ຫຼັງຈາກທີ່ຕຳຫຼວດໄດ້ເຂົ້າກວດເຮືອນຂອງ ເບນຊ໌ ເຣຊຊິ່ງ ສາມີຂອງນາງເອກ “ແພັທ” ນະປະພາ ຫຼັງພົບວ່າອາດກ່ຽວຂ້ອງກັບການຟອກເງິນ ເພາະມີຄວາມສະໜິດສະໜົມກັບ “ບອຍ” ເຄືອຂ່າຍຢາເສບຕິດຂອງ “ທ້າວ ໄຊຊະນະ” ເຈົ້າພໍ່ຄ້າຢາຄົນລາວ ໂດຍທີ່ແພັທ ໃຫ້ສຳພາດກັບຂ່າວສົດອອນໄລນ໌ ເຖິງເຫດການທີ່ເກີດຂຶ້ນວ່າ “ຕອນນີ້ຍັງບໍ່ຄ່ອຍສະດວກທີ່ຈະໃຫ້ສຳພາດ ຢາກຮູ້ເລື່ອງທັງໝົດກ່ອນ ເພາະຕອນນີ້ອ່ານແຕ່ຈາກຂ່າວ ຄ່ອນຂ້າງງົງໆ ລວມທັງຖ້າລົມກັບເບນຊ໌ນຳ ເພາະຍັງບໍ່ໄດ້ລົມກັນເລີຍຕັ້ງແຕ່ເກີດເລື່ອງ.


“ແພັທ ໄດ້ລົມແຕ່ກັບແມ່ຂອງເບນຊ໌ ເຊິ່ງແມ່ກໍ່ບອກໃຫ້ແພັທຖ້າລົມກັບເບັນຊ໌ຕື່ມ ຖ້າເປັນໄປຕາມທີ່ຕຳຫຼວດບອກວ່າ ເບນຊ໌ອາດບໍ່ກ່ຽວຂ້ອງກັບຢາເສບຕິດ ແພັທກໍ່ໂລ່ງໃຈ ເພາະຖ້າຫາກກ່ຽວຂ້ອງກັບຢາເສບຕິດ ກໍ່ຕ້ອງຂໍລາຈາກກັນ. ສ່ວນໃນຕອນເຊົ້າທີ່ຕຳຫຼວດບຸກເຂົ້າໄປໃນຫ້ອງ ແພັທ ທີ່ກຳລັງນອນຢູ່ກໍ່ຕົກໃຈ ຂະນະທີ່ເບນຊ໌ ກໍ່ອອກໄປຂີ່ລົດແວັນ ຕາມປົກກະຕິແບບນີ້ທຸກຄືນຢູ່ແລ້ວ ເລີຍບໍ່ໄດ້ຄິດຫຍັງ ເພາະຕອນເຊົ້າລາວຈະກັບມາປຸກຕະຫຼອດ”.


ລ່າສຸດໄດ້ມີການເປີດພາບຂອງ “ແພັທ” ຫຼັງຈາກທີ່ຖືກຕຳຫຼວດເຂົ້າກວດເຮືອນ ໂດຍແພັທໄດ້ໂພສຕ໌ພາບຄູ່ກັບ Keng Brightup ໝູ່ຜູ້ສະໜິດ ເຊິ່ງ Keng Brightup ໄດ້ໂພສຕ໌ຂໍ້ຄວາມວ່າ “ຕອນນີ້ ຖ້າຟັງເລື່ອງຈິງກ່ອນເດີ້ທຸກຄົນ ຕອນນີ້ນ້ອງໃກ້ເກີດແລ້ວ ອີກພຽງ 10 ມື້ ບໍ່ຄວນຕ້ອງມີເລື່ອງຄຽດໃຫ້ຮັບຮູ້ ເຊິ່ງເຫດການທັງໝົດທີ່ເກີດຂຶ້ນ ນ້ອງຍັງບໍ່ຮູ້ເຖິງສາເຫດທີ່ແທ້ຈິງ ເນື່ອງຈາກນ້ອງບໍ່ໄດ້ມີສ່ວນກ່ຽວຂ້ອງໃດໆ ເລີຍບໍ່ສາມາດຕອບເລື່ອງທີ່ເກີດຂຶ້ນໄດ້ ຄົງຕອບໄດ້ພຽງແຕ່ “ບໍ່ຮູ້” ລົບກວນອ້າຍໆເອື້ອຍໆສື່ທຸກຄົນ ແລະ ທຸກສຳນັກ ຖ້າຟັງຈາກອ້າຍເບນຊ໌ ເດີ້ ປລ. ພາດຫົວຂ່າວແຮງໄປ ຕົກໃຈ ກ້ວຍຈືນ!!!”

  

ຂອບໃຈແຫຼ່ງຂ່າວຈາກ: ຂ່າວສົດ ແລະ www.devcrown.com 
Ad