Top Ad

header ads

“ທຣັມ” ສະແດງຜົນງານ 7 ມື້ທຳອິດ ຈັດໜັກຈັດເຕັມ “ເປີດເສິກຮອບດ້ານ”

ນັບຕັ້ງແຕ່ເລີ່ມວຽກ ໃນມື້ສາບານຕົນເປັນປະທານາທິບໍດີ ໃນວັນທີ 20 ມັງກອນ ເປັນຕົ້ນມາ ໂດນັລດ໌ ທຣັມ ຜູ້ທີ່ມີອິດທິພົນທີ່ສຸດຄົນໜຶ່ງຂອງໂລກ ປະຈຳດິນແດນອາເມຣິກາ ພ້ອມດ້ວຍທີມງານຊຸດໃໝ່ໃນທຳນຽບຂາວ ກໍ່ສະແດງຜົນງານຕາມທີ່ຫາສຽງໄດ້ຢ່າງສະເທືອນຫວັ່ນໄຫວໄປທົ່ວໂລກ.
ແຕ່ລະເລື່ອງລ້ວນແຕ່ສົ່ງຜົນກະທົບຕໍ່ຊາວອາເມຣິກາ ແລະ ຊາວໂລກຢ່າງຍິ່ງໃຫຍ່ ແລະ ມື້ນີ້ທາງ “Devcrown ຄວາມຮູ້ທັນສະໄໝ” ມາສະຫຼຸບເປັນເລື່ອງເດັ່ນໆດັ່ງນີ້:

ລົງນາມຢຸດ ”ໂອບາມາແຄຣ໌”

ງານທຳອິດທີ່ທຣັມ ເຊັນລົງນາມໃນ ຄຳສັ່ງຝ່າຍບໍລິຫານແມ່ນ ການຫຼຸດຄ່າໃຊ້ຈ່າຍໃນບົດບັນຍັດ “ໂອບາມາແຄຣ໌” ວ່າດ້ວຍລະບົບປະກັນສຸຂະພາບ ທີ່ແຕ່ກ່ອນໃຫ້ສະຫວັດດີການຄວບຄຸມຄຸ້ມຄອງຊາວອາເມຣິກາທັງໝົດ ແຕ່ທຣັມເຫັນວ່າ ບໍ່ຈຳເປັນຕ້ອງເປືອງງົບຂະໜາດນັ້ນ ຈຶ່ງສັ່ງໃຫ້ໜ່ວຍງານຕ່າງໆ ລວມທັງກະຊວງສາທາລະນະສຸກ ຜ່ອນຄາຍກົດລະບຽບ ທີ່ກ່ຽວກັບກົດໝາຍສະບັບນີ້.

ຖອນໂຕຈາກກຸ່ມ ”TPP”

ຕາມສັນຍາ ທຣັມລົງນາມໃນເອກະສານ ໃຫ້ອາເມຣິກາຖອນໂຕອອກຈາກຂໍ້ຕົກລົງ ຫຸ້ນສ່ວນເສດຖະກິດ ພາກພື້ນປາຊີຟິກ ຫຼື TPP ເຊິ່ງສ້າງຄວາມຕຶງຄຽດໃຫ້ກັບບັນດາຊາດ ຄູ່ຄ້າຂອງອາເມຣິກາທັງ 11 ປະເທດ ໄດ້ແກ່: ຍີ່ປຸ່ນ, ຫວຽດນາມ, ມາເລເຊຍ, ສິງກະໂປ, ບຣູໄນ, ອົດສະເຕລີ່, ນິວຊີແລນ, ການາດາ, ຊີລີ, ແມັກຊິໂກ, ເປຣູ ຕ້ອງໄດ້ຫາທາງປັບໂຕກັນໃໝ່.

ນອກຈາກຈະສະເທືອນຕໍ່ແຜນການຄ້າເສລີ ທີ່ມີມູນຄ່າເຖິງ 40% ຂອງມູນຄ່າການຄ້າໃນໂລກ ແລະ ຍັງປີ້ນກັບເປົ້າໝາຍຂອງລັດຖະບານ ບາຣັກ ໂອບາມາ ທີ່ຕ້ອງການປັກໝຸດລົງທຶນໃນອາຊີ ແລະ ທຣັມ ຍັງບໍ່ສົນໃຈຕໍ່ກັບສຽງເຕືອນວ່າ ການຖອນໂຕຂອງອາເມຣິກາ ຈະເປີດທາງໃຫ້ຈີນເຂົ້າມາແທນທີ່.

ເຊົາຄົບກັບກຸ່ມເຮັດແທ້ງເດັກນ້ອຍ

ທຣັມຮື້ຟື້ນນະໂຍບາຍເກົ່າສະໄໝ ປະທານາທິບໍດີ ໂຣນັລດ໌ ເຣແກນ ໃນຍຸກ “80 ດ້ວຍການ ລົງນາມຫ້າມອົງກອນຂອງລັດ ໃຫ້ການສະໜັບສະໜູນອົງກອນລະຫວ່າງປະເທດ ທີ່ເຮັດວຽກກ່ຽວກັບການເຮັດແທ້ງ.

ວາງທໍ່ນໍ້ມັນທີ່ຢູ່ໃນຊ່ວງຜິດຖຽງກັນ

ສອງໂຄງການວາງທໍ່ນໍ້າມັນ ທີ່ນັກອະນຸລັກສິ່ງແວດລ້ອມ ຄັດຄ້ານມາຢ່າຕໍ່ເນື່ອງໄດ້ແກ່ ຄີສໂຕນ ເອັກແອລ ແລະ ໂຄງການ ດາໂກຕ້າ ແອັກເຊສ ທີ່ສ່ຽງສົ່ງຜົນກະທົບ ຕໍ່ກັບເຂດອະນຸລັກ ແລະ ຊຸມຊົນຄົນພື້ນເມືອງສແຕນດິງ ຣ໊ອກ ຊູ ເປັນເຫດເຮັດໃຫ້ຖືກເກັບໂຄງການນີ້ໄວ້ໃນສະໄໝ ຂອງໂອບາມາ.
ແຕ່ທັນທີ່ທີ່ທຣັມມາຮອດ ກໍ່ຮື້ຟື້ນໂຄງການນີ້ຂຶ້ນມາທັນທີ.

ລຶບຖິ້ມເພຈ໌ເວັບໄຊ້ຮ່ວມກັນຫຼຸດໂລກຮ້ອນ

ລັດຖະບານທຣັມ ສັ່ງສຳນັກງານຄຸ້ມຄອງສິ່ງແວດລ້ອມ ຫຼື EPA ລຶບໜ້າເພຈ໌ ວ່າດ້ວຍເລື່ອງຄວາມປ່ຽນແປງທາງອາກາດ ຫຼື ໂລກຮ້ອນ ອອກຈາກເວັບໄຊ້ຂອງທຳນຽບຂາວທັນທີ ທີ່ເລີ່ມວຽກ.

ສັ່ງສ້າງກຳແພງ-ໃຫ້ເມັກຊິໂກຈ່າຍ

ບໍ່ແມ່ນເລື່ອງເວົ້າຫຼິ້ນອີກຕໍ່ໄປ ເມື່ອທຣັມລົງນາມ ເລີ່ມຕົ້ນໂຄງການກໍ່ສ້າງກຳແພງ ກັ້ນຊາຍແດນກັບເມັກຊິໂກ ພ້ອມສັ່ງໃຫ້ເມັກຊິໂກ ອອກເງິນຄ່າກໍ່ສ້າງທັງໝົດ 100% ຫຼັງຈາກທີ່ມີການປະເມີນວ່າ ລາຄາກໍ່ສ້າງປະມານ 15 ຕື້ໂດລ່າ ຫຼື ອາດຫຼາຍກວ່ານີ້ຫຼາຍ.

ເມື່ອປະທານາທິບໍດີ ເອັນຣິເກ ເປຢາ ເນຍໂຕ ຜູ້ນໍາເມັກຊິໂກຖະແຫຼງການຢືນຢັນວ່າ ເມັກຊິໂກຈະບໍ່ຍອມ ອອກຄ່າກຳແພງໃດໆຢ່າງແນ່ນອນ ທຣັມກໍ່ຂູ່ອອກໄປວ່າ ຈະເກັບພາສີສິນຄ້ານຳເຂົ້າຂອງເມັກຊິໂກ ເພີ່ມຂຶ້ນ 20% ເພື່ອມາເປັນຄ່າກໍ່ສ້າງກຳແພງນີ້.

ແບນ ຫຼື ຫ້າມ 7 ຊາດມຸສລິມ ເຂົ້າອາເມຣິກາ

ການລົງນາມອີກເທື່ອ ທີ່ເອີ້ີນໄດ້ວ່າເປັນການສ້າງຄວາມ “ຄຽດແຄ້ນ” ໃຫ້ກອງກຳລັງມຸສລິມ ໄປປຸກລະດົມມາປະທ້ວງໄດ້ງ່າຍຂຶ້ນ ແມ່ນຄຳສັ່ງລະງັບການໃຫ້ວີຊ່າ ຜູ້ຄົນຈາກ 7 ປະເທດ ທີ່ສ່ຽງເປັນໄພຄຸກຄາມຈາກການກໍ່ການຮ້າຍ ເປັນເວລາ 30 ມື້ ໄດ້ແກ່: ອີຣັກ, ອີຣ່ານ, ລີເບຍ, ໂຊມາເລຍ, ຊູດານ, ຊີເຣຍ ແລະ ເຢເມນ.
ສ່ວນກໍລະນີ ຊີເຣຍ ສັ່ງຫ້າມເຂົ້າອາເມຣິກາຢ່າງບໍ່ມີກຳນົດ.
ທັນທີທີ່ທຣັມລົງນາມ ເຮັດໃຫ້ບັນດາຜູ້ຄົນຈາກປະເທດເຫຼົ່ານີ້ ຖືກກັກໂຕຢູ່ທີ່ສະໜາມບິນ, ທາງລັດຖະບານຂອງປະເທດທີ່ຖືກກີດກັນ ຈຶ່ງໄດ້ປະກາດມາຕະການຕອບໂຕ້ ຊາວອາເມຣິກາຢ່າງວຸ້ນວາຍ ລວມທັງພາໃຫ້ເກີດເຫດການທີ່ທົ່ວໂລກກ່າວປະນາມ ການກະທຳດັ່ງກ່າວຂອງທຣັມ.

ຟື້ນຄຸກມືດ CIA

ເຖິງແມ່ນວ່າຍັງບໍ່ໄດ້ມີການລົງນາມຢ່າງເປັນທາງການ ແຕ່ການໃຫ້ສຳພາດຂອງທຣັມ ກັບສະຖານີ ABC ເລື່ອງເທັກນິກການທໍລະມານນັກໂທດຢ່າງໜັກ ເພື່ອໃຫ້ສາລະພາບ ເຊິ່ງມີຄວາມເປັນໄປໄດ້ວ່າ ທຣັມຈະນຳການທໍລະມານດັ່ງກ່າວກັບມາໃຊ້ອີກ ຫຼັງຈາກຍົກເລີກໃນຊ່ວງການດຳລົງຕຳແໜ່ງຂອງໂອບາມາ. ນອກຈາກນີ້ກໍ່ຈະທົບທວນ ເລີ່ມນຳໃຊ້ໂຄງການຄຸກລັບ ທີ່ກະຈາຍຢູ່ຕ່າງປະເທດ ເພື່ອໃຊ້ສອບສວນ ແລະ ກັກຂັງ ຜູ້ຕ້ອງສົງໄສອີກເທື່ອ.

ຖຽງກັບສື່ຫຼັກ

ເຫດການເລີ່ມຂຶ້ນຕັ້ງແຕ່ ພິທີສາບານຕົນ ທີ່ສື່ມວນຊົນຫຼາຍສຳນັກ ປຽບທຽບທັງພາບ ແລະ ໂຕເລກໃຫ້ເຫັນວ່າ ພິທີ່ໃນຍຸກທຣັມນັ້ນ ມີຄົນເຂົ້າຮ່ວມໜ້ອຍກວ່າຕອນໂອບາມາ ເຊິ່ງທຣັມເຫັນວ່າຮູບພາບ ທີ່ເຫັນໃນໂທລະພາບ ແລະ ພາບນິ້ງມີຄວາມຄາດເຄື່ອນ ເພາະວ່າຄວາມຈິງແລ້ວ ມີຄົນມາເຂົ້າຮ່ວມພິທີເຖິງ 1.5 ລ້ານຄົນ.
ຢອນ ສໄປເຊີ້ ໂຄສົກທຳນຽບຂາວຄົນໃໝ່ ເປີດຖະແຫຼງຂ່າວເທື່ອທຳອິດ ດ້ວຍການຕຳນິຕິຕຽນສື່ວ່າ ການເຮັດໃຫ້ສື່ສຽງຂອງ ທຣັມ ເສື່ອມລົງ ເປັນສິ່ງທີ່ໜ້າຜິດຫວັງ ແລະ ລະອາຍໃຈຫຼາຍ.
ສ່ວນ ສຕີເຟນ ແບບນອນ ຫົວໜ້າທີມຍຸດທະສາດຂອງທຣັມ ຍັງໂຈມຕີສື່ຫຼັກຢ່າງ CNN, New York Times, Washington Post ວ່າ ເຮັດໂຕເປັນ “ພັກການເມືອງຝ່າຍຄ້ານ” ແລະ ຄວນທີ່ຈະຕ້ອງ “ປິດປາກ ໄດ້ແລ້ວ”.
….ເບິ່ງແລ້ວຄືວ່າ ເສິກນີ້ຈະບໍ່ຈົບລົງງ່າຍໆ.

ຂອບໃຈແຫຼ່ງຂ່າວຈາກ: ຂ່າວສົດ ແລະ www.devcrown.com
Ad