Top Ad

header ads

ຄິມ ສົ່ງໜັງສືເຖິງ 10 ຊາດອາຊຽນ ຈົ່ງຊ່ວຍສະໜັບສະໜູນເກົາຫຼີເໜືອ ຕໍ່ຕ້ານສັດຕູຜູ່ຮຸກຮານ..


ສຳນັກຂ່າວ ເອເອຟພີ ລາຍງານເຊົ້ານີ້ ວ່າ ກະຊວງການຕ່າງປະເທດ ເກົາຫຼີເໜືອ ໄດ້ສົ່ງຈົດໝາຍ ມາຍັງປະທານອາຊຽນ ເພື່ອຂໍແຮງສະໜັບສະໜູນຈາກ 10 ຊາດອາຊຽນຕໍ່ເກົາຫຼີເໜືອ ຕໍ່ຕ້ານຊາດມະຫາອຳນາດ ທີ່ໃຊ້ອິດທິພົນເຖື່ອນ ກົດດັນແລະຮຸກຮານເກົາຫຼີເໜືອ ເພື່ອຫຼີກລຽງໂສກະນາຕກຳ ຕໍ່ມະນຸດຊາດ ທີ່ອາດເກີດຂຶ້ນໃນສົງຄາມຄັ້ງນີ້..
ໃນຈົດໝາຍຍັງຊີ້ໃຫ້ເຫັນພຶດຕິກຳການກົດຂີ່ຊາດອື່ນຂອງເມກາ ທີ່ມາສ້າງສະຖານະການໃນແຫຼມເກົາຫຼີໃຫ້ຕຶງຄຽດ ໂດຍເອົາເຫດການ ພັດທະນາອາວຸດ ເພື່ອການປົກປ້ອງຊາດ ຂອງເກົາຫຼີເໜືອເປັນຂໍ້ອ້າງ ທັງທີ່ອເມຣິກາແລະພັກພວກກໍລ້ວນພັດທະນາແລະທົດລອງອາວຸດເປັນປະຈຳ.. ໆລໆ
ຈົດໝາຍຍັງຍົກໃຫ້ເຫັນ ເຖິງຄວາມສຳຄັນ ຂອງການຮ່ວມພະລັງ ຕໍ່ຕ້ານ ຊາດມະຫາອຳນາດ ທີ່ທຳຕົວເປັນອັນຕະພານໂລກ. ເພື່ອຮັກສາໄວ້ເຊິ່ງກຽດຕິພູມ, ຄວາມເປັນເອກະລາດ ແລະອຳນາດ ອະທິປະໄຕຂອງຕົນ. ໆລໆ..ເນື້ອຫານີ້ ຈະນຳເຂົ້າຫາລື ໃນກອງປະຊຸມອາຊຽນ ທີ່ຈະຈັດຂຶ້ນ ຢູ່ສິງຄະໂປ ໃນອາທິດໜ້ານີ້..
Ad