Top Ad

header ads

8 ການຕັ້ງຄ່າ ຊ່ວຍປະຢັດດາຕ້າ ແພັກແກັດ 3G/4G ໃນ iphone




ຄືດັ່ງທີ່ທຸກໆຄົນໄດ້ຮັບຮູ້ນຳກັນເນາະວ່າຄ່າອິນເຕີເນັດຢູ່ບ້ານເຮົາແມ່ນແພງຫຼາຍ ແນ່ນອນວ່າຫຼາຍໆຄົນກໍ່ອາດຈະຄົ້ນຄ້ວາຊອກຫາວິທີທີ່ຈະຊ່ວຍປະຢັດດາຕ້າແພັກເກດໃຫ້ໄດ້ຫລາຍທີ່ສຸດ
ສະນັ້ນມື້ນີ້ແອັດມິນນຳເອົາ 8 ການຕັ້ງຄ່າ ຊ່ວຍປະຢັດດາຕ້າ ແພັກແກັດ 3G/4G ໃນ iphone ມາຕ້ອນມາຝາກທຸກຄົນ ໄປຕິດຕາມກັນເລີຍ

1. ປິດການໃຊ້ງານ Cellular ແລະ iCloud

ໂດຍປົກກະຕິແລ້ວ  iCloud ຈະມີການແລກປ່ຽນຂໍ້ມູນຢູ່ຕະຫຼອດເວລາຫາກມີການອັພເດດ                ແນ່ນອນຫາກເປີດໃຫ້ແລກປ່ຽນຜ່ານ Cellular ຈະສິ້ນເປືອງຫຼາຍ
ເຮົາສາມາດປິດໄດ້ທີ່ Settings > iCloud > iCloud Drive > Use Cellular Data

2. ປິດການອັບເດດອັດຕະໂນມັດຜ່ານ Cellular


3. ປິດ Wi-Fi Assist

Wi-Fi Assist ເປັນຟີເຈີໃໝ່ທີ່ເພີ່ມເຂົ້າມາໃນ ios 9 ໂດຍຈະປ່ຽນຈາກ Wi-Fi ໄປເປັນ Cellular                 ໂດຍອັດຕະມັດຫາເຄື່ອງກວດຈັບສັນຍານໄວຟາຍອ່ອນ
Settings > Wi-Fi > Wi-Fi Assist

4. ປິດແອພທີ່ມີການໃຊ້ງານດາຕ້າສູງ

ເຮົາສາມາດເລືອກປິດການໃຊ້ງານດາຕ້າກັບແອພໄດ້ພ້ອມ ເມື່ອປິດແລ້ວ ແອພເລົ່ານັ້ນຈະອັບເດດຂໍ້ມູນຜ່ານ Wi-Fi ເທົ່ານັ້ນ Settings > Cellular ເລື່ອນລົງມາຈົນພົບແອພ

5. ປິດ Background App Refresh 

ໃນ Settings > General > Background App Refresh

6. ຫຼຸດການສະຕຣີມເພງແບບ High Quality


ໃນ Settings > Music > Hight Quality on Cellular

7. ປິດການຫຼິ້ນວີດີໂອອັດຕະໂນມັດເທິງ Facebook

ເຂົ້າໄປທີ່ Facebook > Settings > Account Settings > Video and Photos ແລ້ວປິດ auto-play ຫຼືເລືອກເປັນຫຼິ້ນເມື່ອຕໍ່ໄວຟາຍ  Wi-Fi

8. ປິດການໃຊ້ງານ Cellular 

ເມື່ອເຖິ່ງເວລາທີ່ຈະບໍ່ໃຊ້ງານ Cellular ພຽງແຕ່ປິດ Settings > Cellular > Off  ກໍ່ຈະປະຢັດດາຕ້າໄປໄດ້ອີກພຽງເຊັ່ນດຽວກັນ

ຂອບໃຈຂໍ້ມູນດີໆຈາກ:   https://www.beartai.com ແລະ http://www.laoiteasy.epizy.com/
Ad