Top Ad

header ads

ເກົາຫຼີເໜືອຈັດໜັກ ຈັດເຕັມ!! ຄົບຮອບ 85 ປີ ວັນກໍ່ຕັ້ງກອງທັບ"ເກົາຫຼີເໜືອ"ໂຊຊ້ອມຮົບ ຍິງປືນໃຫ່ຍ- ຕໍປີໂຕ ສະນັ່ນໂລກ ໃຜເຫັນແສນອານຸພາບແລ້ວໜາວໄປຕາມໆກັນ(ລາຍລະອຽດ+ຄລິບວີດີໂອ)





ເມື່ອວັນທີ່ 26 ເມສາ ທີ່ຜ່ານມາ  METRO ລາຍງານວ່າ ເກົາຫຼີເໜືອໄດ້ມີການຖ່າຍທອດສົດສະແດງການຊ້ອມຍິງປືນໃຫ່ຍ ແລະ ຈະຫຼວດຕໍປີໂຕ ຜ່ານສະຖານີໂທລະພາບກາງຂອງເກົາຫຼີເໜືອ ເຊິ່ງການຊ້ອມຍິງໃນຄັ້ງນີ້ນັ້ນກໍ່ເພື່ອສະແດງແສນອານຸພາບຂອງກອງທັບເກົາຫຼີເໜືອ ໃນສະຖານະການຄວາມຕືງຄຽດ ໃນມະຫາສະໝຸດເກົາຫຼີ






ໂດຍມີຈຸດປະສົງໃນການສະເຫຼີມສະຫຼອງຄົບຮອບ 85 ປີ ວັນກໍ່ຕັ້ງກອງທັບປະຊາຊົນເກົາຫຼີເໜືອ ຈາກການລາຍງານສົດນັ້ນມີລົດຖັງກວ່າຮ້ອຍຄັນ ແລະ ປືນໃຫ່ຍວາງລຽງກັນຢູ່ເທິງຊາຍຫາດເມືອງວອນຊານ ທາງທິດຕາເວັນອອກຂອງປະເທດ ພ້ອມກັບເຮືອຮົບຂອງກອງເຮືອນດຳນ້ຳ


ຂະນະທີ່ສື່ຂອງທາງການເກົາຫຼີເໜືອໄດ້ລາຍງານວ່າ ການຊ້ອມຍິງຄັ້ງນີ້ນັບເປັນຄັ້ງໃຫ່ຍທີ່ສຸດທີ່ເຄີຍມີມາ ນອກຈາກນີ້ ຜູ່ນຳສູງສຸດຂອງເກົາຫຼີເໜືອ ທ່ານ ຄິມ ຈອງອືນ ກໍ່ໄດ້ກ່າວ ຍິນດີກັບທະຫານທີ່ເຂົ້າຮ່ວມການຊ້ອມຍິງຄັ້ງນີ້

ສ່ວນການເຄື່ອນໄຫວຂອງທາງເກົາຫຼີໃຕ້ ກໍ່ໄດ້ມີການປະກາດຕິດຕັ້ງລະບົບຕໍ່ຕ້ານຂີປະນາວຸດຊັ້ນສູງ ຫຼື THAAD ເຂົ້າສູ່ຖານທີ່ໝັ່ນເກົາຫຼີໃຕ້ ທີ່ເມືອງ ຊອງຈູ ທາງຕອນໃຕ້ຂອງປະເທດ ເພື່ອຮັບມືກັບໄພຄຸກຄາມ ຈາກເກົາຫຼີເໜືອ






ຄລິບວີດີໂອ




ຮຽບຮຽງໂດຍ YOULIKELAOS ພວກເຮົາໃຫ້ທ່ານຫຼາຍກວ່າຄວາມບັນເທິງ
Ad