Top Ad

header ads

“ເຂົາປິດສະໜາ” ງອກອອກມາຈາກຫົວແມ່ເຖົ້າຊາວຈີນ ໄວອາຍຸ 87 ປີ



ແມ່ເຖົ້າຊາວຈີນ ໄວອາຍຸ 87 ປີ ຄົນນີ້ມີຊື່ວ່າ “ຫຼຽງຊ້ຽວເຈິນ” ອາໃສຢູ່ໝູ່ບ້ານນ້ອຍທີ່ ເສຊວນ (ຈີນ) ມີເນື້ອງອກໜ້າຕາປະຫຼາດຄ້າຍກັບເຂົາຢູນິຄອນ ງອກອອກມາຈາກເທິງຫົວ ແມ່ເຖ້າເລົ່າວ່າເມື່ອ 8 ປີກ່ອນ ຫົວຂອງລາວເກີດມີກ້ອນນ້ອຍໆຂຶ້ນຄ້າຄືໄຝດຳ ແລະ ກໍ່ຮູ້ສຶກຄັນ ແມ່ເຖົ້າຈິ່ງໃຊ້ຢາສະໝຸນໄພຮັກສາຕໍ່ມາຮອດປີ 2013 ໄຝກໍ່ເລີ່ມໃຫຍ່ຂຶ້ນຈົນມີລັກສະນະຄ້າຍນິ້ວມືຫຼັງຈາກນັ້ນແມ່ເຖົ້າກໍ່ໄປພົບແພດ ແຕ່ແພດກໍ່ບອກວ່າບໍ່ຮູ້ຄືກັນວ່າມັນເກີດຂຶ້ນຈາກສາເຫດໃດດ້ວຍຄວາມລຳຄານໃຈແມ່ເຖົ້າກໍ່ເລີຍເຊົາເຮັດການຮັກສາຫົກເດືອນຕໍ່ມາ “ຫວັງເຈົ້າຈຸ່ນ” ລູກຊາຍຂອງແມ່ເຖົ້າໄດ້ມາຢາມແລະສະຜົມໃຫ້ ແຕ່ຫຼົງເຮັດເຂົານັ້ນຫັກ ຫຼັງຈາກນັ້ນເຂົານີ້ກໍ່ກັບມາງອກຂຶ້ນໃໝ່ອີກຄັ້ງ ແຕ່ງອກອອກມາໃຫຍ່ກວ່າເກົ່າ ແລະ ຍັງສ້າງຄວາມເຈັບປວດໃຫ້ກັບແມ່ເຖົ້າຫຼາຍ
ແພດໝໍເຊື່ອວ່າສາມາດເຮັດການຜ່າຕັດກຳຈັດເຂົາທີ່ງອກນັ້ນອອກໄປໄດ້ແຕ່ທາງຄອບຄົວຮູ້ສຶກກັງວົນໃຈເນື່ອງຈາກແມ່ເຖົ້າຮູ້ສຶກກັງວົນໃຈຫຼາຍແລ້ວ ເຊິ່ງເນື້ອງອກລັກສະນະຄ້າຍເຂົານີ້ຄວາມຈິງແລ້ວມັນກໍ່ຄືຫູດທີ່ອາດຈະພັດທະນາເປັນເນື້ອຮ້າຍໄດ້ ເຖິງແມ່ນວ່າສາເຫດຂອງການເກີດເນື້ອງອກນີ້ຍັງເປັນປິດສະໜາແຕ່ແພດກໍ່ເຊື່ອວ່າການທີ່ຕາກແດດກ້າເລື່ອຍໆ ຫຼື ລັງສີອາດເປັນສາເຫດຂອງການເກີດເນື້ອງອກນີ້ໄດ້.


ຂໍຂອບໃຈຂໍ້ມູນຈາກ: baabin.com
Ad