Top Ad

header ads

ໄຊຍະບູລີ ແກ້ໄຂລົດຜິດກົດໝາຍໄດ້ເກືອບ 9 ຮ້ອຍຄັນ


ໄຊຍະ ແກ້ໄຂລົດຜິດກົດໝາຍໄດ້ເກືອບ 9 ຮ້ອຍຄັນ

ລົດນຳເຂົ້າບໍ່ຖືກຕ້ອງແມ່ນບັນຫາທີ່ລັດຖະບານພວມຂຸ້ນຂ້ຽວແກ້ໄຂເພື່ອເຮັດໃຫ້ການຊົມໃຊ້ຍານພາຫະນະຢູ່ລາວເຮົາມີຄວາມເປັນລະບຽບຮຽບຮ້ອຍຕາມຕົວເລກເປີດເຜີຍຂອງລັດຖະບານທົ່ວປະເທດມີຈຳນວນທັງໝົດ 5.639 ຄັນ ຂະນະທີ່ໄຊຍະບູລີເປັນອີກແຂວງໜຶ່ງທີ່ມີຄວາມເອົາໃຈໃສ່ຕໍ່ການແກ້ໄຂບັນຫາດັ່ງກ່າວ ໂດຍໃນ 3 ເດືອນປີ 2017 ສາມາດ ແກ້ໄຂໄດ້ແລ້ວ 870 ຄັນ ໃນນັ້ນ ມີລົດຈັກພຽງ 87 ຄັນ.

     ວັນທີ 20 ເມສາ 2017 ເປັນມື້ທີ 2 ຂອງການດຳເນີນກອງປະຊຸມຄົບຄະນະບໍລິຫານງານພັກແຂວງໄຊຍະບູລີ ຄັ້ງທີ 6 ສະໄໝທີ 6 ຊຶ່ງພາຍໃຕ້ການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ; ສະຫາຍ ຍັນຍົງ ສີປະເສີດ ຮອງເລຂາພັກແຂວງ, ຮອງເຈົ້າແຂວງໄຊຍະບູລີ ໄດ້ລາຍງານໃຫ້ຮູ້ວ່າ: ຕະຫຼອດໄລຍະ 3 ເດືອນຜ່ານມາເປັນ ໄລຍະທຳອິດຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກີດ-ສັງຄົມ ເຂົ້າສູ່ລະບົບງົບປະມານຕາມປີປະຕິທິນຂອງປະເທດກໍ່ຄືຂອງແຂວງວາງອອກ, ຊຶ່ງສາມາດເຮັດສຳເລັດວຽກງານແຕ່ລະດ້ານ, ເປັນຕົ້ນແມ່ນ: ໄດ້ລົງຕິດຕາມກວດກາ ແລະຊຸກຍູ້ບັນດາໂຄງການຕ່າງໆ ເຊັ່ນ: ໄດ້ຮັບການລົງທຶນທັງໝົດ 65 ຕື້ ກວ່າກີບ, ເພື່ອປະຕິບັດ 318 ໂຄງການ.
     ພ້ອມດຽວກັນຍັງໄດ້ເອົາໃຈໃສ່ຕິດ ຕາມຊຸກຍູ້ການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອລ້າ ແລະທຶນກູ້ຢືມທີ່ເປັນໂຄງ ການແຜນງານ ແລະສົ່ງເສີມວິຊາການ; ສ່ວນໃຫຍ່ແມ່ນການລົງທຶນໃສ່ການພັດທະນາພື້ນຖານໂຄງລ່າງ, ປະຈຸບັນທົ່ວ ແຂວງມີທັງໝົດ 32 ໂຄງການ,ມູນຄ່າ 22 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ທຶນກູ້ຢືມ 3 ໂຄງການ, ມູນຄ່າ 14 ລ້ານ ກວ່າໂດລາສະຫະລັດ, ທຶນຊ່ວຍເຫຼືອລ້າ 29 ໂຄງການ,ມູນຄ່າ 6 ລ້ານກວ່າໂດລາສະຫະລັດ ແລະທຶນພາຍໃນຈຳນວນ ໜຶ່ງ ໃນນັ້ນ ໄດ້ຈັດຕັ້ງປະຕິບັດຕົວຈິງ 23 ໂຄງການ ນອກຈາກນີ້ ແຂວງໄຊຍະ ບູລີຍັງໄດ້ດຶງດູດເອົາການລົງທຶນນັບທັງເອກະຊົນພາຍໃນ ແລະຕ່າງປະເທດເຂົ້າມາລົງທຶນໃສ່ຂະແໜງການຕ່າງໆເຊັ່ນ: ຂະແໜງອຸດສາຫະກຳ, ກະສິກຳ, ບໍ່ແຮ່, ໄຟຟ້າ ແລະການບໍລິການ.
     ສະຫາຍ ຍັນຍົງ ສີປະເສີດ ຍັງໄດ້ ກ່າວຕື່ມອີກວ່າ: ໃນໄລຍະດຽວກັນນັ້ນ ທາງແຂວງຍັງໄດ້ຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານບັນລຸ 208 ຕື້ກວ່າກີບ ເທົ່າກັບ 30% ຂອງແຜນການປີ, ໄດ້ສຳຫຼວດຫົວໜ່ວຍທຸລະກິດ ສຳເລັດ ມີ 8 ພັນກວ່າຫົວໜ່ວຍ, ໄດ້ແກ້ໄຂພາຫະນະນຳເຂົ້າບໍ່ຖືກຕ້ອງທີ່ມາ ແຈ້ງທັງໝົດ 870 ຄັນ, ໃນນີ້ ລົດຈັກ 87 ຄັນ, ມີລົດເສຍພາສີແລ້ວ 63 ຄັນ, ມູນຄ່າ 23 ຕື້ກວ່າກີບ; ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ຂຶ້ນປະກອບຄຳຄິດຄຳເຫັນໃສ່ ຮ່າງບົດລາຍງານດັ່ງກ່າວ.

ທີ່ມາ. ເສດຖະກິດ-ສັງຄົມ
Ad