Top Ad

header ads

ອາເມຣິກາພິຈາລະນາ "ຍິງສະກັດ" ຂີປະນາວຸດເກົາຫຼີເໜືອກາງອາກາດ ແຕ່ຫວັ່ນສ້າງຄວາມບໍ່ພໍໃຈ ໃຫ້ກັບເກົາຫຼີເໜືອ


ສຳນັກຂ່າວຕ່າງປະເທດ ລາຍງານຈາກກຸງວໍຊິງຕັນ ປະເທດອາເມຣິກາ ເມື່ອວັນທີ 18 ເມສາວ່າ ພົນເອກ ເຈມສ໌ ແມຕທິສ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາ ກ່າວຕໍ່ທີ່ປະຊຸມ ຄະນະກຳມາທິການ ດ້ານການປ້ອງກັນປະເທດ ເມື່ອວັນອັງຄານວ່າ ລັດຖະບານເກົາຫຼີເໜືອຍັງຄົງກະທຳການ “ປັ່ນຫົວດ້ານຄວາມໝັ້ນຄົງ” ເຖິງແມ່ນວ່າ ການທົດສອບຂີປະນາວຸດ ເມື່ອວັນອາທິດທີ່ຜ່ານມາ ປະສົບກັບຄວາມລົ້ມເຫຼວ.

ຕໍ່ກັບຂໍ້ສົງໄສທີ່ວ່າ ທາງກະຊວງປ້ອງກັນປະເທດ ມີມາຕະການການຈັດການ ສະຖານະການເທິງແຫຼມສະໝຸດເກົາຫຼີ ເປັນແນວໃດ ພົນເອກ ເຈມສ໌ ແມຕທິສ ກ່າວວ່າກອງທັບອາເມຣິກາ ກຳລັງພິຈາລະນາແນວທາງປະຕິບັດ ທີ່ຫ່າງໄກຈາກການເກີດສົງຄາມຫຼາຍທີ່ສຸດ ເພື່ອເພີ່ມແຮງກົດດັນ ໄປໃຫ້ກັບລັດຖະບານເກົາຫຼີເໜືອ ໃນການຢຸດຕິໂຄງການນິວເຄລຍ ແຕ່ປະຕິເສດລົງເລິກໃນລາຍລະອຽດ.

ແຕ່ຢ່າງໃດກໍ່ຕາມ ແຫຼ່ງຂ່າວດ້ານຄວາມໝັ້ນຄົງ ໃນກະຊວງປ້ອງກັນປະເທດ ເຜີຍກັບໜັງສືພິມຊື່ດັງ "The Guardian" ວ່າ ໜຶ່ງໃນຍຸດທະວິທີທາງການທະຫານ ທີ່ທາງກະຊວງກຳລັງພິຈາລະນາ ເປັນການຍິງສະກັດຂີປະນາວຸດ ຂອງເກົາຫຼີເໜືອກາງອາກາດ ແຕ່ຍັງບໍ່ທັນມີແນວຄິດດ້ານການສອດແນມ ໂຄງການທົດສອບຂີປະນາວຸດ “ເທື່ອຕໍ່ໄປ” ຂອງເກົາຫຼີເໜືອ ຫຼັງ ຮັນ ຊອງ-ຣຍອລ ລັດຖະມົນຕີກະຊວງການຕ່າງປະເທດ ເກົາຫຼີເໜືອ ກ່າວວ່າລັດຖະບານເກົາຫຼີເໜືອຈະທົດສອບຂີປະນາວຸດ “ລາຍອາທິດ ລາຍເດືອນ ແລະ ລາຍປີ” ແລະ ພ້ອມຕອບໂຕ້ “ສົງຄາມທຸກຮູບແບບ” ຈາກອາເມຣິກາ.

ແຕ່ນັກວິເຄາະ ແລະ ສື່ຫຼາຍສຳນັກຄາດການວ່າ ຖ້າຫາກທາງອາເມຣິກາຍິງສະກັດຂີປະນາວຸດ ຂອງເກົາຫຼີເໜືອໃນອະນາຄົດແທ້ ອາດເປັນການກະຕຸ້ນໃຫ້ສະຖານະການ ທະວີຄວາມຮຸນແຮງເຂົ້າໄປອີກ ເພາະເກົາຫຼີເໜືອຈະຕີຄວາມໝາຍ ຂອງການກະທຳດັ່ງກ່າວເປັນ “ການປັ່ນຫົວ ແລະ ສ້າງຄວາມບໍ່ສະຫງົບ” ແລະ ຂະນະດຽວກັນ ກໍ່ມີລາຍງານວ່າ ຂະບວນການຕິດຕັ້ງລະບົບປ້ອງກັນຂີປະນາວຸດ ເພດານສູງ “THAAD” ທີ່ປະເທດເກົາຫຼີໃຕ້ ໄດ້ພັກໄວ້ຊົ່ວຄາວ ຈົນກວ່າຈະຜ່ານການເລືອກຕັ້ງ ປະທານາທິບໍດີຄົນໃໝ່ ຂອງປະເທດເກົາຫຼີໃຕ້ ໃນວັນທີ 9 ພຶດສະພານີ້. 


ທີ່ມາ: devcrownlaos.blogspot.com
Ad