Top Ad

header ads

ສົງຄາມຮູບແບບໃໝ່!! ອາເມຣິກາຍອມຮັບ ໜ່ວຍສົງຄາມອີເລັກໂທນິກຣັດເຊຍ “ເກັ່ງແທ້” ເຮັດໃຫ້ຂີປະນາວຸດ ເຮືອ ຍົນ ຢຸດເຮັດວຽກໄດ້ທັນທີ.



Fox News ສື່ຊື່ດັງ ລາຍງານຂ່າວ ອ້າງອີງຈາກສື່ມວນຊົນຣັດເຊຍ ລະບຸວ່າ ທະຫານຫນ່ວຍສົງຄາມອີເລັກໂທຣນິກ ຂອງຣັດເຊຍ ສາມາດໃຊ້ເທັກໂນໂລຢີກວດຈັບ ແລະ ເຮັດໃຫ້ເກີດປະຕິກິລິຍາ ທີ່ຈະເຮັດໃຫ້ລະບົບກວດຈັບສັນຍານ ດ້ວຍເຣດ້າ, ເຮືອ ແລະ ດາວທຽມ ບໍ່ສາມາດໃຊ້ການ ຫຼື ບໍ່ສາມາດທຳລາຍເປົ້າໝາຍໄດ້.

ຣັດເຊຍ ໃຊ້ຍົນຮົບພຽງລຳດຽວ ບິນວົນຮອບເຮືອຮົບພິຂາດ ຢູເອສເອສ ໂດນັລດ໌ ຄຸກ ຂອງອາເມຣິກາ ທີ່ທະເລດຳ ເມື່ອຫຼາຍປີກ່ອນ ກໍ່ກວນລະບົບຂອງເຮືອ ຈົນໃຊ້ງານບໍ່ໄດ້ ແລະ ໝົດຫົນທາງຊ່ວຍເຫຼືອ ພ້ອມທັງລະບຸວ່າ ທະຫານໜ່ວຍສົງຄາມອີເລັກໂທຣນິກຂອງຣັດເຊຍ ຍັງສາມາດກໍ່ກວນຕໍ່ຖານທັບຕ່າງໆ ເຮັດໃຫ້ຈໍເຣດ້າ ຂອງຖານທັບເຫຼົ່ານັ້ນ ບໍ່ສາມາດຈັບສັນຍານຍົນຮົບ ຂອງພວກເຂົາໄດ້ອີກຕໍ່ໄປ.

ລາຍງານຂ່າວຍັງໄດ້ກ່າວເຖິງການສຳພາດ ຂອງນາຍພົນ ແຟຣງ ໂກເຣນ ທະຫານລະດັບສູງ ຂອງອາເມຣິກາ ຍອມຮັບວ່າອາວຸດອີເລັກໂທຣນິກ ຂອງຣັດເຊຍ ເຮັດໃຫ້ການເຮັດວຽກ ຂອງອຸປະກອນ ທີ່ຕິດຕັ້ງເທິງຂີປະນາວຸດ ຍົນ ແລະ ກອງເຮືອຮົບອາເມຣິການັ້ນ ບໍ່ສາມາດເຮັດວຽກໄດ້ຈັກຢ່າງເລີຍ. ແລະ ຂະນະນີ້ຣັດເຊຍ ບໍ່ຈຳເປັນຕ້ອງໃຊ້ອາວຸດລາຄາແພງໆໃດໆ ພຽງແຕ່ໃຊ້ວິທີສົ່ງສັນຍານທາງອີເລັກໂທຣນິກ ທີ່ມີປະສິດທິພາບສູງ ກໍ່ພຽງພໍທີ່ຈະເປັນຜູ້ຊະນະໄດ້ແລ້ວ. 
Ad