Top Ad

header ads

ລາວ-ຈີນ ຈະຮ່ວມມືດ້ານຄົມມະນາຄົມໃນຂົງເຂດການສຶກສາ


ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ນາງ YAN Qipeng ຮອງອໍານວຍການ ມະຫາວິທະຍາໄລ ຊີ່ໜານ ຈ່ຽວທົ່ງ ສປ ຈີນ ພ້ອມດ້ວຍຄະນະ ໃນວັນທີ 19 ເມສາ 2017 ທີ່ກະຊວງສຶກສາທິການ ແລະ ກີລາ ໂອກາດມາຢ້ຽມຢາມ ແລະ ຮ່ວມປຶກສາຫາລືກ່ຽວກັບແຜນການຮ່ວມມືຕໍ່ໜ້າດ້ານການຄົມມະນາຄົມໃນຂົງເຂດການສຶກສາ ລະຫວ່າງວັນທີ 19-23 ເມສາ 2017 ນີ້ ຮ່ວມກັບພາກສ່ວນກ່ຽວຂ້ອງ.
ທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງມາເຄື່ອນໄຫວເຮັດວຽກຂອງຄະນະຜູ້ແທນມະຫາວິທະຍາໄລ ຊີ່ໜານ ຈ່ຽວທົ່ງ ສປ ຈີນ ໃນຄັ້ງນີ້ ເຊິ່ງເປັນການປະກອບສ່ວນສໍາຄັນ ເພື່ອເສີມສ້າງຄວາມເຂົ້າໃຈ ແລະ ຮ່ວມມືດ້ານວຽກງານການສຶກສາ ລະຫວ່າງ ມະຫາວິທະຍາໄລຂອງ ສປປ ລາວ ແລະ ມະຫາມະຫາວິທະຍາໄລ ຊີ່ໜານ ຈ່ຽວທົ່ງ ສປ ຈີນ ໃຫ້ນັບມື້ໜັກແໜ້ນ-ເຂັ້ມແຂງຍິ່ງຂຶ້ນ ພ້ອມນີ້ທ່ານລັດຖະມົນຕີສະເໜີຕໍ່ຄະນະ ຈັດເຝິກອົບຮົມເຕັກນິກເສັ້ນທາງລົດໄຟ ແລະ ດ້ານວິທະຍາສາດ ໃຫ້ແກ່ມະຫາວິທະຍາໄລຂອງລາວ ເພື່ອຍົກສູງຂີດຄວາມສາມາດວຽກງານສຶກສາ ໃຫ້ມີຄວາມເຂັ້ມແຂງ ແລະ ຮອບດ້ານ ພ້ອມນໍາຜົນປະໂຫຍດສູງສຸດ ແກ່ພັກ-ລັດຖະບານ ແລະ ປະຊາຊົນສອງຊາດລາວ-ຈີນໃຫ້ນັບມື້ດີຂຶ້ນ.
ໂອກາດນີ້ ທ່ານຮອງອໍານວຍການ ມະຫາວິທະຍາໄລ ຊີ່ໜານ ຈ່ຽວທົ່ງ ສປ ຈີນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ພ້ອມທັງລາຍງານຈຸດປະສົງ ທີ່ຈະມີການຮ່ວມມືກັບພາກສ່ວນກ່ຽວ ຂ້ອງໃຫ້ຊາບ ພ້ອມນີ້ທ່ານຮອງອໍານວຍການ ຢືນຢັ້ນຈະສືບຮ່ວມມື ແລະ ຜັນຂະ ຫຍາຍສາຍພົວພັນ ຮ່ວມມືກັບ ພັກ - ັລັດຖະບານລາວ ເປັນຕົ້ນແມ່ນແຜນການຮ່ວມມືຕໍ່ໜ້າດ້ານການຄົມມະນາຄົມໃນຂົງເຂດການສຶກສາ ໃຫ້ມີຄວາມແຂັ້ມແຂງຮອບດ້ານ ເພື່ອຜົນປະໂຫຍດສູງສຸດຂອງຊາດໃນຍຸກການເຂົ້າຮ່ວມເປັນປະຊາຄົມເສດຖະກິດອາຊຽນໃນປັດຈຸບັນຕື່ມອີກ.


ທີ່ມາ  
ປະເທດລາວ Pathedlao
Ad