Top Ad

header ads

ເກົາຫຼີເໜືອຂູ່ ພ້ອມໂຈມຕີເຮືອລົບ ສະຫາລັດ...!



ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໂຊລ ປະເທດເກົາຫຼີໃຕ້ ເມື່ອວັນທີ 23 ເມຍສາວ່າ ບົດບັນນາທິການໃນສະບັບວັນອາທິດຂອງໜັງສືພິມໂນດອງ ເຊິ່ງເປັນຊື່ກະບອກສຽງຂອງພັກຄົນງານເກົາຫຼີເໜືອ ປະນາມການເຄື່ອນທັບກອງເຮືອພິຄາດ “ອາຣມາດາ” ຂອງສະຫະລັດນຳໂດຍເຮືອບັນທຸກເຮືອບິນຊັ້ນນິມິດ “ຢູເອສເອສຄາຣ ວິນສັນ” ວ່າເປັນສັດອັນໜ້າກຽດ ແລະກອງທັບປະຊາຊົນເກົາຫຼີ (ເຄພີເອ) ຢູ່ໃນສະຖານະພ້ອມຂັ້ນສູງສຸດໃນການຈົມກອງເຮືອອາຣມາດາລົງສູ່ກົ້ນທະເລ ດ້ວຍການໂຈມຕີພຽງຄັ້ງດຽວ
ສຳລັບບັນນາທິການດັ່ງກ່າວໄດ້ຮັບການຕີພິມຢູ່ບົນໜ້າ 3 ຂອງໜັງສືພິມໂນດອງ ຂະນະທີ່ເນື້ອຫາໃນສອງໜ້າທຳອິດລວມເຖິງພາບປົກ ເປັນພາລະກິດຂອງທ່ານ ຄິມ ຈອງ-ອຶນ ຜູ້ນຳສູງສຸດຄົນປະຈຸບັນໃນການເດີນທາງໄປຢ້ຽມຢາມກິດຈະການຟາມໝູແຫ່ງໜຶ່ງໃນປະເທດ
ທັງນີ້ປະທານາທິບໍດີໂດນັລ ທຣຳ ລັ່ນວາຈາວ່າລັດຖະບານພາຍໃຕ້ການນຳຂອງເຂົາ ຈະຂັດຂວາງໂຄງການພັດທະນາຂີປະນາວຸດແລະອາວຸດນິວເຄຼຍຂອງເກົາຫຼີເໜືອ ບໍ່ໃຫ້ສາມາດໂຈມຕີແຜ່ນດິນໃຫຍ່ອາເມລິກາໄດ້ ໂດຍລັດຖະບານວໍຊິຕັນກຳລັງພິຈາລະນາທຸກທາງເລືອກທີ່ເປັນໄປໄດ້ ໃນການຢຸດຢັ້ງຄວາມທະເຍີທະຍານດ້ານອາວຸດຂອງລັດຖະບານປຽງຢາງ ເຊິ່ງໜຶ່ງໃນທາງເລືອກກໍ່ຍັງຄົງເປັນການໃຊ້ມາດຕະການທາງທະຫານ ທ່າມກາງຄວາມວິຕົກກັງວົນກ່ຽວກັບການທົດສອບລະເບີດນິວເຄຼຍຄັ້ງທີ 6 ຂອງເກົາຫຼີເໜືອວ່າອາດເກີດຂື້ນໃນອີກບໍ່ດົນ ເນື່ອງຈາກວັນທີ 25 ເມສານີ້ ກົງກັບວັນຄົບຮອບ 85 ປີແຫ່ງການສະຖາປະນາເຄພີເອ
ຢ່າງໃດກໍ່ຕາມ ສະຖານະປະຈຸບັນຂອງເຮືອພິຄາດອາຣມາດາ ຍັງຄົງບໍ່ເປັນທີ່ຊັດເຈນ ຫຼັງໄດ້ຮັບຄຳສັ່ງຈາກທຣຳໃຫ້ອອກເດີນທາງຈາກສິງກະໂປຕັ້ງແຕ່ຊ່ວງຕົ້ນເດືອນນີ້ ແຕ່ຮອງປະທານາທິບໍດີໄມ ເພນ ກ່າວລະຫວ່າງການຢ້ຽມຢາມອອດສະເຕເລຍເມື່ອວັນເສົາທີ່ຜ່ານມາ ຢືນຢັນວ່າເຮືອຢູເອສເອສ ຄາຣ ວິນສັນ ແລະບັນດາເຮືອຕິດຕາມຈະເດີນທາງເຖິງຄາບສະໝຸດເກົາຫຼີຢ່າງແນ່ນອນ ພາຍໃນອີກບໍ່ເທົ່າໃດມື້ຂ້າງໜ້າ

ແຫຼ່ງຂ່າວ: ເດລິນິວ
Ad