Top Ad

header ads

ດ່ວນ...! ເກົາຫຼີເໜືອຈັບກຸມ ປະຊາຊົນ ອາເມຣິກາ ຄົນທີ່ສາມແລ້ວ

ພາບຈຳລອງເຫດການ



ເກົາຫຼີ​ເໜືອ ​ໄດ້​ຈັບ​ກຸມ ປະຊາຊົນ​ອາ​ເມຣິກັນ​ອີກ​ຄົນ​ນຶ່ງ.
ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເກົາຫຼີ​ຄົນ​ນີ້ ຖືກ​ຈັບໃນ​ວັນ​ສຸກ​ຜ່ານມາທີ່​ສະໜາມ​ບິນ​ສາ​ກົນ
​ໃນ​ນະຄອນ​ພຽງ​ຢາງໃນ​ຂະນະ​ທີ່​ລາວ​ພວມ​ກະກຽມ​ຈະ​ອອກ​ເດີນທາງຈາກ​ເກົາຫຼີ​ເໜືອ
ອີງ​ຕາມ​ລາຍ​ງານ​ຂອງ​ອົງການ​ຂ່າວ​ຢອນ​ຮັບ.
ມີ​ລາຍ​ງານ​ວ່າ ຜູ້​ຊາຍ​ຄົນ​ນີ້ ທີ່​ລະບຸ​ແຕ່​ນາມສະ​ກຸ​ນວ່າ ກຶມ ນັ້ນ ​ໄດ້​ຫາລື​ກ່ຽວກັບ​ການ
​ຊ່ວຍ​ບັນ​ເທົາ​ທຸກ ​ຢູ່​ໃນ​ເກົາຫຼີ​ເໜືອ ມາ​ໄດ້​ປະມານ​ນຶ່ງ​ເດືອນ​ແລ້ວ.
​ເຫດຜົນ​ທີ່​ລາວ​ຖືກ​ຈັບ​ກຸມ ​ແມ່ນ​ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ໃນ​ເວລາ​ນີ້.
ການ​ຈັບ​ກຸມ​ຜູ້​ຊາຍ​ຄົນ​ນີ້ ​ເຮັດ​ໃຫ້​ຈຳນວນ​ຂອງ​ຊາວ​ອາ​ເມຣິກັນ​ທີ່​ຖືກ​ຈັບ​ຢູ່​ໃນ​ເກົາຫລີ
​ເໜືອ​ເພີ້ມຂຶ້ນ​ເປັນ 3 ຄົນ.
ຜ່ານ​ມາ ​ເກົາຫຼີ​ເໜືອ​ໄດ້​ຈັບ​ປະຊາຊົນອາ​ເມຣິກັນ​ເພື່ອ​ໃຊ້​ເປັນ​ເຄື່ອງ​ຕໍ່​ລອງ​ໃນການ​ເຈ
ລະຈາ​ກັບ​ວໍ​ຊິງ​ຕັນ.
ແຫຼ່ງທີ່ມາ: http://lao.voanews.com
Ad