Top Ad

header ads

ຄະດີສະເທືອນຂວັນ! ຜູ່ສາວຮ່ວມກັບແຟນເກົ່າວາງແຜນຂ້າແຟນຂອງຕົນເອງ...


ສະບາຍດີທຸກທ່ານທີ່ຕິດຕາມເຝດຂອງຂ້າພະເຈົ້າ ຂ້າພະເຈົ້າຂໍເລົ່າເລື່ອງຄະດີໂອຊະກັນທີ່ເກີດຂື້ນກັບຫລານຊາຍໃນສາຍເລືອດຂອງຂ້າພະເຈົ້າເອງ ເລື່ອງມີຢູ່ວ່າ ທ້າວໃຫຍ່ (ຊື່ຫລິ້ນ)ເປັນລູກຊາຍສຸດທ້ອງຂອງທ້າສີພັນ ອາຊີບຄ້າຂາຍເລັກເສດຢູ່ໄຊຍະບູລີ ທ ໃຫຍ່ ອາຍຸ 24 ປີ ຮຽນຈົບ ກົດຫມາຍ ແລະບັນຊີ ທີເມືອງຫລວງພະບາງ ປີ 2015

ຊ່ວງນັ້ນການເສັງເຂົ້າລັດຖະກອນກໍ່ມີຫລາຍຂັ້ນຕອນ ຜູ້ກ່ຽວເລີຍຕັດສິນໃຈເຮັດວຽກນໍາພີ່ນ້ອງທາງແມ່ ທີ່ຂາຍລົດຢູ່ຕໍ່ຫນ້າຄິວລົດສາຍໃຕ້ ນະຄອນຫລວງວຽງຈັນໃກ້ກັບໄຟແດງດົງໂດກ ຜູ້ກ່ຽວມີມຸດສໍາພັນດີ ແລະເປັນທີ່ຮັກຫອມຂອງບັນດາຫນຸ່ມສາວ ທາງພໍ່ແມ່ກໍ່ຢາກໃຫ້ຜູ້ກ່ຽວແຕ່ງງານເປັນຟັ່ງເປັນຝາ ແຕ່ຜູ້ກ່ຽວກໍ່ຍັງເລືອກດູຄົນຍັງບໍ່ທັນຖືກໃຈ ໃນ 2 ເດືອນຜ່ານມາຜູ້ກ່ຽວກໍ່ໄດ້ເຊົາກັບແຝນເກົ່າ ແລະມາຊອກຫາຜູ້ໃຫມ່ທີ່ເປັນນັກສຶກສາ ມຊ ຄະນະສິ່ງແວດລ້ອມ ມາຈາກແຂວງບໍ່ແກ້ວ ນາງກໍ່ມີຮູບໂສມງາມ ຂາວ ສະງ່າ ຄົບກັນມາກໍ່ສອງເດືອນກ່ວາເພື່ອດູໃຈກັນ



ແຕ່ແລ້ວເຫດການບໍ່ຄາດຄິດກໍ່ໄດ້ເກີດຂຶ້ນກ່ອນສົງການ ຄືໃນຄືນໃນວັນທີ 9/4/17 ນາງໄດ້ໂທຫາໃຫ້ອອກໄປຮັບຢູ່ບ້ານຊີເກມ ແລະທ້າວໃຫຍ່ກໍ່ກໍາລັງຈະນອນ ເລີຍຂັດແຟນບໍ່ໄດ້ຈຶ່ງໄດ້ໄປຫາຕາມຄວາມຕ້ອງການຂອງຄົນຮັກກັນໃຫມ່ ທ້າວໄດ້ໄປຫານາງຕອນນັ້ນໄຟຟ້າບ້ານຊີເກມດັບພໍດີ ກ້ອງວົງຈອນປິດຈຶ່ງຈັບພາບບໍ່ໄດ້ ຈາກນັ້ນນາງກໍ່ຊັກຈູງທ້າວໃຫຍ່ໄປເຂດບ້ານນ້ອຍ ຊຽງດາ ເພື່ອໄປໃຫ້ຊາຍຊູ້ເກົ່າຕົນເອງຂ້າ ໂດຍໃຊ້ມີດແທງທ້ອງສອງບາດ ແລະໃຊ້ຫີນປູຂອບທາງທຸບຫົວຈົນກະໂລກແຕກຢູ່ສອງຈຸດຄືຂະຫມັບ ແລະຂະຫມ່ອມ ຫລັງຈາກຕາຍແລ້ວກໍ່ເອົາໃສ່ລໍ່ຍູ່ໃປໃສ່ລົດຜູ້ກ່ຽວ ແລະປົດປ້າຍອອກ ຕອນນັ້ນກໍ່ປະມານ 2 ໂມງວັນທີ 10/4/17

ພວກກ່ຽວກໍ່ພາກັນຂັບລົດຫນີໄປທາງເລກ 13 ເຫນືອ ເມື່ອຮອດເຂດຫີນເຫີບເຫັນວ່າທາງປ່ຽວກໍ່ແວ່ເຂົ້າທາງຮ່ອມເພື່ອຊອກບ່ອນຝັງສົບ ຕອນນັ້ນກໍ່ຍັງມືດຢູ່ ໂດຍຜູ້ຍິງເປັນຜູ້ເຍີງໄຟໂທລະສັບໃຫ້ຜູ້ຊາຍເປັນຜູ້ຂຸດຂຸມຝັງສົບ ຈາກນັ້ນກໍ່ຂັບຂີ່ລົດດັ່ງກ່າວໄປເຂດພູຄູນ ຕອນນັ້ນກໍ່ປະມານ 9-10 ເຂົາພາກັນຫາເອົາຫຍ້າແຫ້ງມາຍັດໃສ່ໃນລົດຕູ້ນັ້ນ ແລະຈູດໄປ ແລ້ວປ່ອຍລົງເຫວເລິກເພື່ອອໍາພາງຄະດີ





ຈາກການຫາຮ່ອງຮອຍຈາກພວງມະໄລ ແລະການເປື້ອນເລືອດ ເມື່ອລົດປີ້ນຕົກເຫວບັງເອີນໃບທະບຽນລົດທີ່ໄວ້ໃນລົດພັດກະເດັນອອກນໍາແກ້ວລົດ ເລືຍບໍໄຫມ້ ຈຶ່ງເຮັດໃຫ້ເຈົ້າຫນ້າທີ່ເຂດພູຄູນຮັບຂ່າວ ຈຶ່ງໄປເບິ່ງຈຸດເກີດເຫດ ເລີຍໄດ້ລັກຖານສໍາຄັນຈຶ່ງປະສານທາງວຽງຈັນ ເມື່ອເປັນແນວນັ້ນທາງເຈົ້າຫນ້າທີ່ເມືອງຈຶ່ງໄດ້ເຊີນ ນາງໄປໃຫ້ປາກຄໍາ ແຕ່ນາງກໍ່ໄດປະຕິເສດທຸກຂໍ້ກ່າວຫາ ພ້ອມທັງ ສາມ ນາງສາວຮ່ວມຫ້ອງນອນທີ່ບ້ານຊີ່ເກມຍັງຍືນການວ່າຄືນວັນທີ່ 9-10 ນາງເປັນໄຂ້ ນອນທີ່ຫ້ອງນອນໄປໃສບໍ່ໄດ້ ແລ້ວຫມູ່ໃນຫ້ອງກໍ່ພາກັນໄປຊື້ຢາໃຫ້ນາງກິນ ເມື່ອເຂົາຢືນການແນວນັ້ນຈຶ່ງໄດ້ປ່ອຍນາງໄປ

ເມື່ອເປັນເຊັ່ນນັ້ນທາງເອື້ອຍຂອງທ້າວໃຫຍ່ຈຶ່ງໄດ້ເຂົ້າຫາສູນໂທລະສັບເພື່ອເກັບກໍາສັນຍານຂອງທັງສອງ ແຕ່ແລ້ວເລື່ອງຈິງກໍ່ປະກົດເປັນໄປຕາມຄາດ ສັນຍານໂທຂອງນາງປະກົດຢູ່ເຂດບ້ານນ້ອຍຊຽງດາ ເດດຫີນເຫີບ ຫ້ວຍຫມໍ້ ແລະພູຄູນ ຄວາມຈິງຈະແຈ້ງຈິ່ງຮຽກຈັບນາງ ວັນພະຫັດ ທີ 27/4/17 ສອບສວນນາງກໍ່ຢືນການປະຕິເສດ ແຕ່ແລ້ວກໍ່ສົມດັ່ງຄວາມພະຍາຍາມຂອງເຈົ້າຫນ້າທີ່ນະຄອນຫລວງສອບຈົນຮອດ 3 ໂມງເຊົ້າ.



ສາເຫດແລະແຮງຈູງໃຈຂອງຄະດີນີ້ ຈະລາຍງານໃຫ້ຊາບຕື່ມ...

ໂດຍ: Bounthay Chanboualapha
Ad