Top Ad

header ads

ຕຳຫຼວດຈັບຜູ້ລັກນໍາເຊື້ອອະສຸຈິ ຂ້າມແດນ



ທາງການໄທ ຈັບຊາຍຄົນນຶ່ງ ທີ່ພຍາຍາມ ລັກລອບນໍານໍ້າເຊື້ອຜູ້ຊາຍ ອະສຸຈິ 6 ຫລອດ ເຂົ້າສປປລາວ. ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ພາສີ ໃນວັນພະຫັດນີ້ ຊຶ່ງຖືເປັນສັນຍານ ລ່າສຸດ ເຖິງອຸດສາຫະກັມ ຖືພາໃຫ້ຄົນອື່ນ ເພື່ອການຄ້າ ທີ່ກໍາລັງເຕີບໂຕ ຢູ່ສປປລາວ ຫລັງຈາກມີ ການຈໍາກັດ ໃນທົ່ວພາກພື້ນ. ຂ່າວລາຍງານວ່າ ຊາຍອາຍຸ 25 ປີຖືກຈັບຢູ່ ເມືອງໜອງຄາຍພ້ອມຂອງກາງຄືຖັງ nitrogen ທີ່ບັນຈຸຫຼອດນໍ້າ ອະສຸຈິ ນັ້ນ.
ເຈົ້າໜ້າທີ່ພາສີ ເວົ້າວ່ານີ້ເປັນເທື່ອທີ 13 ທີ່ເຂົາລັກລອບ ນໍາສິ່ງດັ່ງກ່າວ ຜ່ານທາງໜອງຄາຍ. ເຈົ້າໜ້າທີ່ ຕ່າງກໍເຊື່ອວ່າ ນໍ້າອະສຸຈິນັ້ນ ຈະນໍາໄປໃຫ້ clinic ທີ່ບໍຣິການ ຄົນຖືພາ ໃຫ້ຜູ້ອື່ນໃນລາວ ຊຶ່ງເປັນປະເທດຜະເດັດການ ບໍ່ມີຂໍ້ຈໍາກັດ ເຣື່ອງການຈ້າງແມ່ຍິງ ຖືພາໃຫ້ ຄົນອື່ນ ທີ່ກໍາລັງຂຍາຍຕົວ ພາຍຫລັງ ປະເທດເພື່ອນບ້ານ ຄື ໄທ ແລະ ກັມພູຊາ ໄດ້ປາບປາມ ຫລັງຈາກເກີດ ກໍຣະນີນອງນັນ ແລະ ກັງວົນກັນເຖິງເຣື່ອງ ການຂູດຮີດນັ້ນ.
ຂ່າວຣາຍງານໂດຍອີງຕາມຄໍາເວົ້າຂອງ ກຸ່ມທີ່ປຶກສາຄອບຄົວ ຜ່ານການຖືພາ ໃຫ້ຜູ້ອື່ນນັ້ນວ່າ ຈໍານວນອົງການຈ້າງແມ່ຍິງ ຖືພາໃຫ້ຄົນອື່ນ ແລະclinic IVF ທີ່ກ່ຽວຂ້ອງກັບລາວ ນັ້ນໄດ້ປາກົດຕົວຂຶ້ນ ຢ່າງໄວວາ ໃນຫລາຍເດືອນຜ່ານມານີ້.
ຜູ້ຊາຍໄທຜູ້ນີ້ ຖືຫລອດນໍ້າເຊື້ອ ທີ່ຜູ້ຊາຍຄົນຈີນ ແລະຄົນວຽດນາມ ບໍຣິຈາກໃຫ້ ຢູ່ບາງກອກ. ເຂົາຖືກປັບໃໝ ຍ້ອນໄດ້ ຣະເມີດກົດໝາຍ ທີ່ຫ້າມສົ່ງນໍ້າເຊື້ອ ອະສຸຈິ ອອກນອກ ປະເທດ.
Ad