Top Ad

header ads

The Fast of the Furious ທຸບສະຖິຕິລາຍໄດ້ເປີດຕົວສູງສຸດ



ຮູບເງົາແອັກຊັນເລື່ອງ “The Fate of the Furious” ກວາດລາຍໄດ້ທົ່ວໂລກໄປທັງໝົດ 532,5 ລ້ານໂດລາສະຫະລັດ ສາມາດທຸບສະຖິຕິລາຍໄດ້ເປີດໂຕແຊງໜ້າ “ສະຕຣາວໍ ອຸບັດການແຫ່ງພະລັງ” ທີ່ເຄີຍເຮັດລາຍໄດ້ໄວ້ທີ່ 529 ລ້ານໂດລາສະຫາລັດ.

ຮູບເງົາພາກຕໍ່ເລື່ອງທີ 8 ເລື່ອງນີ້ຈຶ່ງກາຍເປັນຮູບເງົາທີ່ເຮັດລາຍໄດ້ທົ່ວໂລກສູງສຸດ ສ່ວນລາຍໄດ້ເປີດຕົວໃນສະຫະລັດ ຫລຸດລົງຢ່າງວູບວາບ ເມື່ອທຽບກັບພາກທີ 7 ເຊິ່ງເຮັດລາຍໄດ້ເປີດຕົວໃນສະຫະລັດໃນປີ 2015 ທີ່ 147,2 ລ້ານໂດລາສະຫະລັດ ສ່ວນພາກນີ້ໄດ້ໄປ 100,2 ລ້ານໂດລາສະຫະລັດ.

ເຖິງແມ່ນວ່າຈະເຮັດລາຍໄດ້ເປີດຕົວໃນສະຫະລັດ ນ້ອຍກວ່າພາກທີ່ຜ່ານມາ ແຕ່ຮູບເງົາເລື່ອງນີ້ກໍ່ຄອງລາຍໄດ້ 2 ໃນ 3 ຂອງລາຍໄດ້ທັງໝົດ ຈາກຮູບເງົາເລື່ອງທີ່ເຂົ້າສາຍໃນໄລຍະທ້າຍອາທິດທີ່ຜ່ານມາໃນສະຫະລັດ ຖິ້ມຫ່າງຈາກຮູບເງົາທີ່ເຮັດລາຍໄດ້ຮອງລົງມາແມ່ນເລື່ອງ The Boss Baby, ເຊິ່ງໄດ້ 15,5 ລ້ານໂດລາສະຫະລັດ.

“The Fate of the Furious” ຫຼື ບາງປະເທດເອີ້ນວ່າ “Fast & Furious”, ເຊິ່ງນໍາສະແດງໂດຍ ດໍເວນ ຈອນສັນ ແລະ ວິນ ດີເຊລ ໄດ້ສາຍເປີດໂຕໃນຈີນພ້ອມກັບຫລາຍປະເທດທົ່ວໂລກສູງຂຶ້ນຢ່າງຫລວງຫລາຍ ຕ່າງຈາກຮູບເງົາເລື່ອງ “ສະຕຣາວໍ ອຸບັດການແຫ່ງພະລັງ” ທີ່ໄດ້ເຂົ້າສາຍໃນຈີນຫລັງຈາກເປີດໂຕໄປແລ້ວຫລາຍອາທິດ.

“The Fate of the Furious” ກວາດລາຍໄດ້ໄລຍະທີ 3 ທໍາອິດຂອງການເຂົ້າສາຍໃນຈີນໄປ 190 ລ້ານໂດລາສະຫະລັດ. ຂະນະທີ່້ຮູບເງົາພາກຕໍ່ໄປມີກໍານົດຈະອອກສາຍໃນປີ 2019 ແລະ 2021 ຫລັງຈາກພາກທໍາອິດໃນປີ 2001.


ຂໍ້ມູນຈາກ ມ່ວນ
Ad