ຜ່ານມາ 14 ເດືອນ! ຍັງຈັບຜູ້ຕ້ອງຫາ ບໍ່ໄດ້! ຄະດີ ພະຍາຍາຂ້າຊິງຊັບ ວັນທີ 28/3/2016 ທີ່ ຫ້ອງແຖວບ້ານສີບຸນເຮືອງ
ນະຄອນຫຼວງວຽງຈັນ: ຜ່ານມາເປັນເວລາ 14 ເດືອນ ກັບເຫດ ການພະຍາຍາມຂ້າຊິງຊັບ ທີ່ເກີດເຫດ ເມື່ອຕອນເຊົ້າວັນທີ 28 ມີນາ 2016 ທີ່ເຂດຫ້ອງແຖວ ບ້ານສີບຸນເຮືອງ, ເມືອງຈັນທະບູລີ.
ຜູ້ເຄາະຮ້າຍເລົ່າສູ່ຟັງວ່າ ລາວ ແລະ ເພື່ອນແມ່ນນອນຢູ່ຫ້ອງນຳກັນ ໃນຕອນເຊົ້າວັນທີ 28 ມີນາ 2016. ເວລາປະມານ 7 ໂມງເຊົ້າຜູ້ເປັນເພື່ອນ ໄດ້ລົງມືຶ ຫວັງຈະຂ້າຕົນເອງໃຫ້ຕາຍ. ຍ້ອນສູ້ບໍ່ໄຫວ. ຕົນເອງ ຈິງເຮັດທຳທ່າ ຕາຍ. ຜູ້ກ່ຽວຈິ່ງໄດ້ ລົບໜີ ພ້ອມກັບເງິນປະມານ 10 ລ້ານ ແລະ ຄຳ 6 ບາດ.
ຕໍາຫລວດຍັງບໍສາມາດຕິດຕາມຄົນຮ້າຍມາໄດ້ລາວຍັງລົບໜີ. ດັ່ງນັ້ນ, ຈິ່ງວອນສັງຄົມ ຫາກທ່ານໃດ ຮູ້ເບາະແສຜູ້ກ່ຽວໃຫ້ ໂທຕິດຕໍ່ 0309737025 56707026 56241164
ທ່ານໃດສາມາດໃຫ້ເບາະແສນໍາຈັບນາງເສົານີ້ໄດ້ແມ່ນຈະໃຫ້ 10.000 000 ກີບ
ຜູ້ເປັນພໍ່ແມ່ຂອງຜູ້ຕ້ອງຫາ ແມ່ນຍູ່ບ້ານທາດ, ເມືອງໂພນໂຮງ, ແຂວງວຽງຈັນ ແຕ່ກໍ່ຍັງບໍ່ມາດໃຫ້ຂໍ້ມູນວ່າຜູ້ກ່ຽວໄປລີ້ຢູ່ໃສ.
ມູນຄ່າເສຍຫາຍຫັ້ນແມ່ນຄໍາ 6 ບາດ,ເງີນພັນແປດຮ້ອຍຫຼົກສິບລຽນ,ໂທລະສັບໄອໂຟນ 6 ຫນື່ງຫນ່ວຍ
ແຈ້ງໂດຍຜູ້ເສຍຫາຍ: ນາງ ພຸດທະລີ ພີມມະວົງສາ