Top Ad

header ads

ຫັກແລ້ວ! ຂົວນ້ຳມີ້ ໄດ້ຫັກລົງແລ້ວໃນເຊົ້າວັນທີ 23/5/2017 ທ່ານໃດຈະຜ່ານທາງເສັ້ນນີ້ໃຫ້ລະວັງ!



ນະຄອນຫຼວງວຽງຈັນ: ລາຍງານຈາກ ນັກຂ່າວສັນຈອນໂທລະໂຄ່ງ ປະຊາຊົນ ເພຍລາດ ໃຫ້ຮູ້ວ່າ ໃນຕອນເຊົ້າວັນທີ 23 ພຶດສະພາ 2017 ຂົວຂ້າມລະຫວ່າງ ບ້ານເພຍລາດ ຫາ ບ້ານຫີນສິ່ວ, ເມືອງສັງທອງ, ນະຄອນຫຼວງວຽງຈັນ ໄດ້ຫັກແລ້ວ ຍ້ອນມີລົດຂົນສົ່ງເຂົ້າຂົວ ບວກກັບສະພາບຂົວທີ່ຊຸດໂຊມ ດັ່ງທີ່ເຄີຍປະກາດເຕືອນໄພ ໃນວັນທີ 1​ພຶດສະພາ 2017 ທີ່ຜ່ານມາ.

ລົດທີ່ປະສົບເຫດ ຂົວຫັກ ຄັ້ງນີ້ ແມ່ນ ລົດຂົນສົ່ງ ທະບຽນ ກຳແພງນະຄອນ ບຂ 9639.

ປະຊາຊົນກຳລັງປະສົບກັບບັນຫາຄວາມຫຍຸ້ງຍາກໃນການເດີນທາງ ແລະ ເຕືອນໄພໃຫ້ທຸກຄົນຈະທາງຜ່ານທາງນີ້ໃຫ້ລະມັດລະວັງ.

ລາຍງານໂດຍ: ປະຊາຊົນ ເພຍລາດ, ນັກຂ່າວສັນຈອນ ໂທລະໂຄ່ງ

ລົດທີ່ເຂົ້າຂົວແລ້ວຂົວຫັກ

ສະພາບຂົວທີ່ຫັກ


ຂ່າວເຕືອນໄພ ກ່ອນໜ້ານີ້


ສະບາຍດີໂທລະໂຄ່ງມີເລື້ອງຢາກໃຫ້ຊ່ວຍລົງຂ່າວໃຫ້ແດ່ ແລະ ເຕືອນໄພການເດີນທາງ
#ເລື່ອງມີຢູ່ວ່າ ຂົວນໍ້າມີ້ບ້ານເພຍລາດໄປຫາບ້ານຫີນສິ່ວເມືອງສັງທອງ ແຂວງນະຄອນຫລວງວຽງຈັນ
ມັນເພຫຼາຍແລ້ວ ຈື່ງຢາກໃຫ້ຫນ່ວຍງານທີ່ກ່ຽວຂ້ຶງລົງມາກວດກາເບີ່ງແລ້ວສ້ອມແຊມໃຫ້ມັນດີ

ຊາວບ້ານເຂດນີ້ ແລະ ລົດລາພາຫະນະ ທີ່ຜ່ານໄປມາເກືອບທຸກມື້ຈັກສິຫັກມື້ໃດກະບໍ່ຮູ້ ປະຊາຊົນຜ່ານໄປມາກໍ່ຕ່າງວາດພະຫວາລົດກະສິເພຍ້ອນຂົວໂຕນີ້ລະ.

ຂື້ນຊື່ວ່າບ້ານເພຍລາດເປັນຕົວເມືອງຂອງເມືອງສັງທອງບາດເບີ່ງຂົວລະບໍ່ສົມກັບເປັນຕົວເມືອງຂອງເມືອງສັງທອງຈັກນ້ອຍ #ເວົ້ານ້ອຍໆເຂົ້າໄຈຫຼາຍ#

ຈາກນາຍບ້ານບ້ານ ເພຍລາດ 1/5/2017

ລົດຈັກລົດໃຫຍ່ກໍ່ໃຫ້ລະວັງ


ໄມ້ຂົວແຕກເສຍຫາຍ 

ລະວັງແທ້ໆເດີ 

ທີ່ມາ ໂທລະໂຄງ
Ad