Top Ad

header ads

ຖ້າເກີດສົງຄາມໂລກຄັ້ງທີ່ 3 ຈະເປັນແນວໃດ...? ມາເບິ່ງລາຍລະອຽດ ຈຳນວນທະຫານ ຈຳນວນ ອາວຸດສົງຄາມຕ່າງໆ ວ່າປະເທດໃດມີຫຼາຍກວ່າ (ມີວີດີໂອຈຳລອງສົງຄາມໂລກຄັ້ງທີີ່3)


ຖ້າເກີດສົງຄາມໂລກຄັ້ງທີ່ 3 ຈະເປັນແນວໃດ...?  ຄຳຖາມນີ້ແມ່ນຖືກຖາມຫຼາຍ ຫຼັງສະຖານະການຄວາມເຄັ່ງຄຽດໃນມະຫາສະໝຸດເກົາຫຼີ ເປັນຕົ້ນແມ່ນຄວາມຄັດແຍ່ງລະຫວ່າງ ສະຫາລັດອາເມຣິກາ ກັບ ເກົາຫຼີເໜືອ.






 ສະນັ້ນມື້ນີ້ທີມງານ YOULIKELAOS ຈະພາມາໃຫ້ຮູ້ຈຳນວນທະຫານຂອງແຕ່ລະປເທດຍັກໃຫ່ຍ ຖ້າເກີດສົງຄາມ ແລະ ອາວຸດຕ່າງຂອງແຕ່ລະປະເທດເຊິ່ງຈະເປັມີປະເທດໃດແດ່ ມາຮູ້ໄປພ້ອມໆກັນເລີຍ:



  • ປະເທດທີ່ມີທະຫານປະຈຳການຫຼາຍທີ່ສຸດໃນໂລກ ແມ່ນ ປະເທດຈີນ ມີທະຫານປະຈຳການ 2,250,000 ຄົນ ຄິດເປັນ 12.9% ຂອງທະຫານປະຈຳການ ທັ້ງໝົດຂອງໂລກ

  • ປະເທດທີ່ມີທະຫານສຳຮອງ ຫຼື ກອງໜຸນ ຫຼາຍທີ່ສຸກໃນໂລກ ແມ່ນ ປະເທດເກົາຫຼີເໜືອ 4,700,000 ຄົນ ຄິດເປັນ 10.5% ຂອງທະຫານກອງໜຸນ ທັ້ງໝົດຂອງໂລກ

  • ປະເທດທີ່ມີງົບປະມານທາງການທະຫານ ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດສະຫາລັດອາເມຣິກາ ມີງົບປະມານ 5,972,400 ລ້ານລ້ານກີບ /ປີ ຄິດເປັນ 29.5% ຂອງງົບປະມານທາງການທະຫານ ທັ້ງໝົດຂອງໂລກ


  • ປະເທດທີ່ມີລົດຖັງຫຼາຍທີ່ສຸດໃນໂລກ ແມ່ນ ປະເທດຣັດເຊຍ ມີລົດຖັງ 22,800 ຄັນ ຄິດເປັນ 26.3% ຂອງລົດຖັງ ທັ້ງໝົດຂອງໂລກ

  • ປະເທດທີ່ມີ ເຮືອບັນທຸກເຮືອບິນຫຼາຍທີ່ສຸດໃນໂລກ ແມ່ນ ປະເທດສະຫາລັດອາເມຣິກາ ມີ 12 ລຳ ຄິດເປັນ 54.5% ຂອງເຮືອບັນທຸເຮືອບິນທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອຮົບຄູເຊີ ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດສະຫາລັດອາເມຣິກາ ມີ 22 ລຳ ຄິດເປັນ 71% ຂອງເຮືອຮົບຄູເຊີ ທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອພິສະຄາດນ້ອຍ (destroyer) ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດສະຫາລັດອາເມຣິກາ ມີ 53 ລຳ ຄິດເປັນ 34.6% ຂອງເຮືອພິສະຄາດນ້ອຍ ທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອຟຼີເກດ ( Frigate )  ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດຈີນ ມີ 49 ລຳ ຄິດເປັນ 15.3% ຂອງເຮືອຟຼີເກດ ທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອ ຄອນເວດ  (Corvette)  ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດຣັດເຊຍ ມີ 85 ລຳ ຄິດເປັນ 25% ຂອງເຮືອຄອນເວດ  ທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອ ດຳນ້ຳພະລັງນິວເຄຍ  ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດສະຫາລັດອາເມຣິກາ ມີ 71 ລຳ ຄິດເປັນ 53% ຂອງເຮືອດຳນ້ຳພະລັງນິວເຄຍ  ທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອ ດຳນ້ຳ  ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດ ເກົາຫຼີເໜືອ ມີ 78 ລຳ ຄິດເປັນ 25% ຂອງເຮືອດຳນ້ຳ ທັ້ງໝົດຂອງໂລກ

  • ປະເທດທີ່ມີເຮືອບິນຮົບ  ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດສະຫາລັດອາເມຣິກາ ມີ 2,604 ລຳ ຄິດເປັນ 9.2% ຂອງ ເຄື່ອງເຮືອບິນຮົບ ທັ້ງໝົດຂອງໂລກ


  • ປະເທດທີ່ມີ ລະເບີດນິວເຄຍ  ຫຼາຍທີ່ສຸດໃນໂລກ ແມ່ນ ປະເທດຣັດເຊຍ ມີ 16,800 ລູກ ຄິດເປັນ 64% ຂອງ ລະເບີດນິວເຄຍ  ທັ້ງໝົດຂອງໂລກ

ຮຽບຮຽງໂດຍ : ທິມງານ Youlikelaos
ອ້າງອີງຈາກ: Military


ວີດີໂອຈຳລອງຖ້າເກີດສົງຄາມໂລກຄັ້ງທີ່ 3


Ad