Top Ad

header ads

ໂຫດ! ເຈົ້າໜ້າທີຖືກຍິງເສຍຊີວິດ ທີ່ເມືອງໄຊ ແຂວງ ອຸດົມໄຊ, ເມຍຮ້ອງໄຫ້ກອດຮ່າງຜົວ! (ມີຄລິບ)



ເວລາປະມານ 17:30 ວັນທີ 4 ພຶດສະພາ 2017 ເກີດເຫດ ຍິງກັນ ທີ່ທາງຂຶ້ນ ພະແນກ ໄປສະນີ ໂທລະຄົມມະນາຄົມ ແລະ ການສືສານ, ເຂດທາງ ບ້ານດອນໄຊ, ເມືອງໄຊ, ແຂວງອຸດົມໄຊ.




 ທີ່ເກີດເຫດ ມີຜູ່ຖືກຍິງ ອາການສາຫັດ ເປັນເພດຊາຍ ຊາບຊື່ ແມ່ນ ພັນຕີ ວິໄຊ ເຮີ ສັງກັດຢູ່ຫ້ອງການ ປກສ ແຂວງ. ເຊິ່ງເຈົາໜ້າທີ່ແມ່ນກຳລັງຕາມຈັບຜູ່ລົງມືກໍ່ເຫດຄາດຕະກຳໃນຄັ້ງນີ້. ຄົນເຈັບແມ່ນຖືກສົ່ງໂຮງໝໍແຂວງ ແລະ ໄດ້ເສຍຊີວິດ ໃນເວລາຕໍ່ມາ.

ເຫດຈູງໃຈແລະໃຜເປັນຄົນລົງມືສັງຫານໂຫດຄັ້ງນີ້, ເຈົ້າໜ້າທີ່ຈະເລັ່ງຈັບຄົນຮ້າຍມາລົງໂທດ ໃຫ້ໄວທີ່ສຸດ.















ພາບແລະຂ່າວ: ຂັນມະນີ ຮຽນດອກຈັນ

ຄລິບວີດີໂອ1



ຄລິບວີດີໂອ 2


Ad