Top Ad

header ads

ນາງອ້ອມໃຈ ແລະ ທ້າວ ພັດສະຄອນ ຄາດຕະກອນ ຮ່ວມກັບແຟນເກົ່າຂ້າທ້າວໃຫຍ່! ເຂົ້າຄຸກຮັບກຳແລ້ວ...(ພ້ອມຄລິບ)


ປກສ: ໃນວັນທີ5/5/2017 ເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ໄດ້ຖະແຫຼ່ງຂ່າວຕໍ່ກັບຄະດີດັ່ງກ່າວ ໂດຍທ່ານ ພທ ຈັນທອນ ແກ້ວສຸລາໄຊ ຕໍ່ຄະດີຄາດຕະກຳແລະທຳລາຍຊັບສິນຂອງພົນລະເມືອງທີ່ເກີດຂື້ນໃນວັນທີ 10/4/2017 ທີ່ຜ່ານມາເຈົ້າໜ້າທີ່ສາມາດກັກຕົວໄດ້2ຄົນໃນວັນທີ 28/4/2017 ທ້າວ ພັດສາຄອນ ວັນນະຈັກ ( ແຟນເກົ່າ ) ອາຍຸ: 24ປີ ອາຊີບ: ກຳມະກອນ ຢູ່ບ້ານໂຊກນ້ອຍ ແຕ່ອາໃສຢູ່ ບ້ານຊຽງດາ ໄຊເສດຖາ ນະຄອນຫຼວງວຽງຈັນ ແລະ ນາງອ້ອມໃຈ ອາຍຸ 19 ປີ ອາຊີບນັກສຶກສາ ພັກເຊົ່າຢູ່ເຂດດົງໂດກ ໄຊທານີ ນະຄອນຫຼວງວຽງຈັນ.

ວັນທີ 9/4/2017ຢູ່ບ້ານຊຽງດາ ຜູ້ຖືກຄາດຕະກຳຊື່ ທ້າວ ສຸລິຍັນ ຫຼື ໃຫ່ຍ ອາຍຸ 26 ປີ ອາຊີບຄ້າຂາຍ ຢູ່ຮ້ານຂາຍລົດແຫ່ງໜຶ່ງ ເມືອງໄຊທານີ




ເຊິ່ງຄາດຕະກອນແມ່ນ ທ້າວພັດສະຄອນ ແລະ ນາງອ້ອມໃຈ ມາຮອດວັນທີ 27/4/2017 ທາງເຈົ້າໜ້າທີ່ໄດ້ເກັບກຳຂໍ້ມູນຫຼັກຖານສາມາດນຳຕົວ ນາງ ອ້ອຍໃຈ ມາໃຫ້ການກັບເຈົ້າໜ້າທີ່ ຜ່ານການສອບສວນເບື້ອງຕົ້ນຜູ້ກ່ຽວໃຫ້ການປະຕິເສດແລະຕໍ່ມາໄດ້ໃຫ້ປາກຄຳວ່າສົມຮູ້ຮ່ວມຄິດກັບ ທ້າວ ພັດສະຄອນ ທີ່ເປັນແຟນເກົ່າ ທີ່ລົງມືຄາດຕະກຳ ທ້າວ ສຸລິຍັນ ຫຼືໃຫ່ຍ ( ແຟນໃໝ່ )

ຜ່ານການສອບສວນທ້າວພັດສະຄອນໃຫ້ສາລະພາບວ່າບໍ່ເຄີຍຮູ້ຈັກກັບທ້າວໃຫ່ຍມາກ່ອນ 10/4/2017 ເວລາປະມານ 1:30 ຜູ້ກ່ຽວໄດ້ຜິດຖຽງ ( ບໍ່ຮູ້ສາເຫດ ) ກັບທ້າວໃຫ່ຍ ຜູ້ເສຍຊີວິດ ແລະ ໄດ້ເອົາດິນບັອກປູພື້ນຫົກຫຼ່ຽມຕີໃສ່ເອິກທ້າວໃຫ່ຍ 1 ບາດ ເຮັດໃຫ້ລົ້ມລົງພື້ນດິນ ໃນຂະນະກຸມຕີກັນຢູ່ນັ້ນ ນາງອ້ອມໃຈ ໄດ້ຈັບເອົາດິນບັອກປູພື້ນ ຕີໃສ່ຫົວທ້າວໃຫ່ຍ 3 ຄັ້ງ.  ຈາກນັ້ນທ້າວພັດສະຄອນໄດ້ຈັບເອົາມີດທີ່ຕົກລົງທາງຂ້າງມາແທ່ງໃສ່ໜ້າເອິກ ແລະ ຄໍ ຫຼາຍຄັ້ງ ຈົນເຮັດໃຫ້ທ້າວໃຫ່ຍເສຍຊີວິດຄາທີ່.





ທ້າວພັດສະຄອນ ເລົ່າການຄາດຕະກຳວ່າ: ຢູ່ບ່ອນທີ່ລາວອາໃສຢູ່ເປັນບ່ອນກໍ່ສ້າງ, ລາວໄດ້ຈັບກ້ອນຫີນ 1 ກ້ອນໄປນຳແລະໄປລີ້ຢູ່ແຈເຮືອນເພື່ອຕຽມຈະດຶກໃສ່ທ້າວໃຫ່ຍ. ພາຍຫຼັງທີ່ທ້າວໃຫ່ຍແລ່ນມາ ທ້າວພັດສະຄອນເລີຍດຶກກ້ອນຫີນມາດ້ວຍຄວາມແຮງເຮັດໃຫ້ຖືກເອິກຈຶ່ງລົ້ມລົງ ແລະ ຄິດວ່ານາງອ້ອມໃຈຈະເຂົ້າມາຊ່ວຍ ແຕ່ນາງດຶງແຂນໄວ້ ແລະ ຈັບຫີນຟາດ 3-4 ຄັ້ງທີ່ຫົວທ້າວໃຫ່ຍ,  ລະຫ່ວາງທີ່ຟາດຢູ່ນັ້ນທ້າວພັດສະຄອນໄດ້ຈັບເອົາມີດມາແທງ ທ້າວໃຫ່ຍຫຼາຍຈຸດ ຈົນທ້າວໃຫ່ຍເສຍຊີວິດ ແລ້ວກໍ່ເກີດຄວາມຢ້ານແລະເອົາສົບໄປເພື່ອອຳພາງຄະດີ ໂດຍເອົາສົບຂື້ນລົດຕູ້ແລະຊອກບ່ອນຝັງສົບຂອງວັນທີ 11/4/207 ປະມານ 2-3 ໂມງເຊົ້າເພື່ອຈູດລົດ ຫຼັງຈາກນັ້ນໄດ້ປ່ອຍເບກມືໃຫ້ໄຫຼລົງເຫວ.


ສ່ວນນາງ ອ້ອມໃຈ ໄດ້ສາລະພາບວ່າໄດ້ເອົາດິນບັອກຟາດຫົວ 3 ບາດດ້ວຍຄວາມຮຸ່ນແຮງ ເມື່ອທ້າວໃຫ່ຍເສຍຊີວິດແລ້ວຈຶ່ງໄດ້ເອົາສົບໄປຝັງແລະຈູດລົດຜູ້ເສຍຊີວິດເພື່ອທຳລາຍຫຼັກຖານ ແລະສາລະພາບວ່າຕົນເອງໃຫ້ຖືກບັງຄັບໃຫ້ເອົາສົບໄປຝັງແລະຈູດລົດຜູ້ເສຍຊີວິດ.

ຂ່າວ: Lao PSTV


Ad