Top Ad

header ads

ເກີດເຫດລະເບີດ ທີ່ແມນເຊສເຕີອາຣີນ່າ ຕາຍເຈັບເປັນຈຳນວນຫຼາຍ


ສຳນັກຂ່າວຕ່າງປະເທດລາຍງານຈາກເມືອງແມຍເຊສເຕີ ປະເທດອັງກິດ ເມື່ອວັນທີ 23 ພຶດສະພາວ່າ ສຳນັກງານຕຳຫຼວດເຂດເກຣດເທີ ແມນເຊສເຕີ ຂອງອັງກິດ ລາຍງານເລື່ອງການເກີດເຫດລະເບີດພາຍໃນພື້ນສະໜາມ ແມນເຊສເຕີ ອາຣີນາ ເມື່ອຄືນວັນຈັນຕາມເວລາທ້ອງຖິ່ນ ໂດຍສະຖານທີ່ດັ່ງກ່າວຫາກໍ່ສຳເລັດການຈັດຄອນເສີດຂອງອາຣຽນນາ ກຣານດາ ສິນລິປິນຍິງຍິງຊື່ດັງຊາວອາເມລິກາ ເຊິ່ງໂຕແທນຂອງກຣານດໜຍຢືນຢັນວ່າສິນລະປິນ ສາວບໍ່ໄດ້ຮັບອັນຕະລາຍໃດໆເລີຍ ແລະທີມງານໃຫ້ຄວາມຮ່ວມມືກັບຕຳລວດໃນການຊ່ວຍອົບພະຍົບຜູ້ຊົມອອກຈາກພື້ນທີ່

ເບື້ອງຕົ້ນເຈົ້າໜ້າທີ່ໄດ້ອອກປະກາດເຕືອນໄພໃຫ້ປະຊາຊົນຫຼີກລ່ຽງ ການສັນຈອນພາຍໃນພື້ນທີ່ທັງໝົດຂອງເຂດເກຮດເທີ ແມນເຊສເຕີ ແລະໄດ້ມີການລະງັບການໃຫ້ບໍລິການລົດໄຟໃຕ້ດິນໃນບາງເສັ້ນທາງ ເຊິ່ງສ້າງຄວາມຕື່ນຕົກໃຈ ຢ່າງນັກໃຫ້ແກ່ປະຊາຊົນ ແຕ່ຍັງບໍ່ໄດ້ລະບຸຈຳນວນຂອງຜູ້ເສຍຊີວິດຫຼືບາດເຈັບ ແຕ່ເດລີເມວລາຍງານວ່າ ອາດສູງເຖິງ 20 ຄົນ ສ່ວນສື່ທ້ອງຖິ່ນອີກຫຼາຍແຫ່ງລາຍງານວ່າ ລະເບີດເກີດຂື້ນຢ່າງໜ້ອຍ 2 ຄັ້ງ ພາຍໃນສະໜາມ ແມນເຊສເຕີອາຣີນາ ເຊິ່ງຮອງຮັບຜູ້ຊົມໄດ້ປະມານ 21,000 ຄົນ ແລະເຈົ້າໜ້າທີ່ກຳລັງສືບສວນ

ຕໍ່ມາສຳນັກງານຕຳຫຼວດເຂດເກຣດເທີ ແມນເຊສເຕີ ເຜີຍແຜ່ຖະແຫຼງການໃນທະວິດເຕີ ລະບຸຈຳນວນຜູ້ເສຍຊີວິດໄວ້ທີ່ ຢ່າງໜ້ອຍ 19 ຄົນ ແລະບາດເຈັບອີກ 50 ຄົນ ຂະນະທີ່ໜ່ວນຕໍ່ຕ້ານການກໍ່ການຮ້າຍຂອງອັງກິດກຳລັງປະຊຸມ ສຸກເສີນໃນກຸງລອນດອນ


ແຫຼ່ງຂ່າວ: ເດລິນິວ

Ad