Top Ad

header ads

ວ້າວເປັນສັນຍານທີ່ດີ...! ເມື່ອຜູ້ນຳເກົາຫຼີໃຕ້ຄົນໃໝ່ ພ້ອມເດີນທາງໄປເກົາຫຼີເໜືອ ພາຍຫຼັງສາບານຕົນເຂົ້າຮັບຕຳແຫຼ່ງຜູ້ນຳເກົາຫຼີໃຕ້


ທ່ານ ມູນ ແຈອິນ ເຂົ້າພິທີສາບານຕົນຮັບຕຳແໜ່ງປະທານປະເທດເກົາຫຼີໃຕ້ຄົນໃໝ່ແລ້ວເມື່ອຕອນທ່ຽງຂອງມື້ນີ້ (10 ພຶດສະພາ) ພາຍຫຼັງຈາກຊະນະການເລືອກຕັ້ງຢ່າງຖ້ວມທົ້ນ 
ແລະ ປະກາດທັບທີວ່າພ້ອມຈະຢ້ຽມຢາມເກົາຫຼີເໜືອທ່າມກາງຄວາມຕຶງຄຽດລະຫວ່າງກັນ.


ທ່ານ ມູນ ນັກການເມືອງທີ່ເປັນອະດີດທະນາຍຄວາມດ້ານສິດທິມະນຸດ ສະໜັບສະໜູນໃຫ້ໃຊ້ແນວທາງຕິດຕໍ່ກັບເກົາຫຼີເໜືອເພື່ອສັນຕິພາບ ເຊິ່ງຂັດແຍ່ງກັບລັດຖະບານສະຫະລັດອາເມຣິກາຊຸດປັດຈຸບັນຢ່າງຮຸນແຮງ, ທ່ານ ມູນ ຖະແຫຼງຕໍ່ສະມາຊິກສະພາພາຍຫຼັງເຂົ້າພິທີສາບານຕົນທີ່ສະພາໃນນະຄອນຫຼວງໂຊວ່າ ຫາກມີຄວາມຈຳເປັນເລັ່ງດ່ວນ ກໍ່ພ້ອມທີ່ຈະຢ້ຽມຢາມສະຫະລັດອາເມຣິກາ, ຈີນ ແລະ ຍີ່ປຸ່ນ ລວມທັງເກົາຫຼີເໜືອທັນທີຫາກຢູ່ໃນສະຖານະການທີ່ເໝາະສົມ.





ທ່ານ ມູນໃຊ້ວິທີທາງການທູດແຕກຕ່າງດ້ວຍການເຂົ້າເຖິງເກົາຫຼີເໜືອ ໃນຂະນະທີ່ຕ້ອງພົບກັບບັນຫາຫຼາຍຢ່າງໃນປະເທດ ພາຍຫຼັງທີ່ຄະດີສໍ້ລາດບັງຫຼວງຄັ້ງຍິ່ງໃຫຍ່ທີ່ສົ່ງຜົນໃຫ້ທ່ານ ນາງ ປັກ ກຶນເຮ ຕ້ອງພົ້ນຈາກຕຳແໜ່ງປະເທດປະເທດ ແລະ ປະບາດແຜທາງໃຈໄວ້ໃນເກົາຫຼີໃຕ້, ທ່ານ ມູນ ແຈອິນ ອາຍຸ 64 ປີປະກາດວ່າ ທ່ານຈະເປັນປະທານປະເທດຂອງປະຊາຊົນເກົາຫຼີໃຕ້ທຸກຄົນ ແລະ ສັນຍາວ່າຈະເຮັດວຽກໃຫ້ປະຊາຊົນທຸກຄົນເທົ່າທຽມກັນເຖິງຈະເປັນຝ່າຍບໍ່ສະໜັບສະໜູນກໍ່ຕາມ.

Ad