Top Ad

header ads

ເປີດຈົດໝາຍລັບ! ຢືນຢັນລູກຊາຍ “ບິນ ລາເດນ” ເຝົ້າລ້າງແຄ້ນຊາວອາເມລິກາ


ເມື່ອວັນທີ  13 ພຶດສະພາ 2017 ທີ່ຜ່ານມາ ຊີບີເອສຂອງສະຫະລັດລາຍງານວ່າ ທ່ານ ອາລີ ຊູຟານ ອະດີດເຈົ້າໜ້າທີ່ເອຟບີໄອ ຜູ່ຮ່ວມສະສາງຄະດີກໍ່ການຮ້າຍ 9/11 ໃຫ້ສຳພາດໃນລາຍການຊິກຊ໌ຕີ້ ມິນິດ (60 ນາທີ) ຂອງຊີບີເອສ ເຖິງເອກະສານລັບທີ່ຍຶດມາໄດ້ເມື່ອ 6 ປີກ່ອນ ແລະ ຂະນະນີ້ເປີດເຜີຍໄດ້ແລ້ວວ່າ ທ້າວ ຮັມຊາ ບິນ ລາເດນ ລູກຊາຍຂອງ ທ້າວ ໂອຊາມາ ບິນ ລາເດນ ຜູ້ກໍ່ການຮ້າຍເຄືອຂ່າຍອັລໄຄດ້າ ຫຼື ອັລກໍອິດະ ຂຽນຂໍ້ຄວາມວ່າຕ້ອງ ການໃຫ້ລູກລ້າງແຄ້ນໃຫ້ພໍ່ທີ່ຖືກສະຫະລັດສັງຫານເມື່ອປີ 2011
ເອກະສານລັບດັ່ງກ່າວເປັນຈົດໝາຍສ່ວນຕົວຂອງ ບິນ ລາເດນ ເຊິ່ງເຈົ້າໜ້າທີ່ໜ່ວຍຊິລຂອງສະຫະລັດຢຶດໄດ້ຈາກການບຸກສັງຫານທ້າວ ບິນ ລາເດນ ທີ່ປາກິສຖານ ຈົດໝາຍສ່ວນໜຶ່ງຂຽນໂດຍທ້າວ ຮັມຊາ ຕອນທີ່ລາວອາຍຸໄດ້ 22 ປີ ຜູ່ໃກ້ຊິດກັບພໍ່ ແລະ ຕ້ອງການສານຕໍ່ແນວທາງຂອງພໍ່
ປັດຈຸບັນທ້າວ ຮັມຊາ ມີອາຍຸ 28 ປີ ແລ້ວ ແລະ ຍັງເຜີຍແຜ່ຄລິບສຍງປຸກລະດົມສະມາຊິກໃນສອງປີມານີ້ ສະແດງເຖິງຄວາມຕ້ອງການທີ່ຈະສ້າງອັລໄຄດ້າໃຫ້ເຂັ້ມແຂງຂຶ້ນ ແລະ ຂະຫຍາຍວົງກວ້າງຂຶ້ນ ພ້ອມກັບການລ້າງແຄ້ນ
ທ່ານ ຊູຟານ ກ່າວວ່າ ໃນຈົດໝາຍດັ່ງກ່າວ ທ້າວ ຮັມຊາ ຂຽນໄວ້ວ່າ “ຕົນຈຳໜ້າພໍ່ໄດ້ຕະຫຼອດເວລາ ທຸກຮອຍຍິ້ມທີ່ພໍ່ຍິ້ມໃຫ້ ແລະ ທຸກຖ້ອຍຄຳທີ່ພໍ່ເວົ້ານຳ ຕົນຄິດວ່າຕົວເອງຈະຕ້ອງເຂົ້າຮ່ວມເສັ້ນທາງຂອງຈີອັດ”
ປັດຈຸບັນທາງການສະຫະລັດໄດ້ບັນທຶກຊື່ຂອງ ຮັມຊາ ໃນຖານະຜູ້ກໍ່ການຮ້າຍລະດັບໂລກທີ່ໄດ້ຮັບການແຕ່ງຕັ້ງເປັນພິເສດ ໃນລະດັບທີ່ພໍ່ເຄີຍເປັນມາກ່ອນ


ແຫລ່ງຂ່າວ: ເວັບໄຊ ຂ່າວສົດ ແລະ www.laopost.com
Ad