Top Ad

header ads

ເສັ້ນທາງດ່ວນແຫ່ງຊາດສາຍໃໝ່ວຽງຈັນ-ຈໍາປາສັກອາດເກີດເປັນຮູບປະທໍາ




ຂປລ/ຂ່າວອອນລາຍ: ລັດຖະບານລາວວາງແຜນຈະກໍ່ສ້າງເສັ້ນທາງດ່ວນຈາກນະຄອນຫລວງວຽງຈັນເຖິງແຂວງຈໍາປາສັກດ້ວຍຄວາມຍາວ 580 ກວ່າກິໂລແມັດຈາກໄລຍະທາງເລກທີ 13 ໃຕ້ດັ້ງເດີມມີຄວາມຍາວ 700 ກວ່າກິໂລແມັດ ປັດຈຸບັນນີ້ມີ 19 ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດໄດ້ແຫ່ກຽມສະເໜີ ຫລື ຍື່ນເງື່ອນໄຂສະແດງເຈດຈໍານົງເພື່ອຂໍມາລົງທຶນດໍາເນີນການກໍ່ສ້າງ.
ອີງຕາມການເປີດຈາກກະຊວງໂຍທາທິການ ແລະ ຂົນສົ່ງໄດ້ລາຍງານຫວ່າງບໍ່ດົນມານີ້ວ່າ: ສປປ ລາວມີຄວາມຈໍາເປັນຕ້ອງພັດທະນາ ຫລື ຂະຫຍາຍເສັ້ນທາງດ່ວນລະດັບພາກພື້ນແຫ່ງໃໝ່ ເຊິ່ງຂໍ້ມູນເບື້ອງຕົ້ນແມ່ນມີຄວາມຍາວປະມານ 580 ກິໂລແມັດ, ກວ້າງ 23 ແມັດມີ 4 ຊ່ອງທາງ ແຕ່ລະຊ່ອງທາງກວ້າງ 3.5 ແມັດ ພາຍໃຕ້ການປະຕິບັດມາດຕະຖານທາງດ່ວນອາຊຽນຄືສາມາດຮອງຮັບນໍ້າໜັກລົດໄດ້ 11 ໂຕນຕໍ່ເຜົາຂອງລົດ ແລະ ຄາດວ່າເສັ້ນທາງດັ່ງກ່າວຈະສາມາດເຊື່ອຈອດກັບຫວຽດນາມ, ໄທ, ກໍາປູເຈຍ ແລະ ບັນດາປະເທດທີ່ມີຊາຍແດນຕິດທະເລ.
ເສັ້ນທາງ 13 ໃຕ້ນອນໃນເຂດລະບຽງເສດຖະກິດເໜືອ-ໃຕ້ໂດຍລະບຽງເສດຖະກິດຕາເວັນອອກ-ຕາເວັນຕົກ ເຊິ່ງເອື້ອອໍານວຍຄວາມສະດວກໃຫ້ການເຕີບໂຕເສດຖະກິດມະຫາພາກຂອງ ສປປ ລາວໂດຍສະເພາະເຂດຖະກິດສະຫວັນ-ເຊໂນ, ເຂດສະຖິດສະເພາະແຂວງຄໍາມ່ວນ ແລະ ວັງເຕົ່າ-ຊ່ອງແມັກ ແຂວງຈໍາປາສັກ ຖ້າໂຄງການດັ່ງກ່າວເກີດຂຶ້ນເປັນຮູບປະທໍາຈະເຮັດໃຫ້ປະຊາຊົນອາຊຽນທີ່ມີປະຊາກອນ 600 ລ້ານຄົນຈະໄດ້ຮັບຜົນປະໂຫຍດຮ່ວມກັນຈາກການລົງທຶນ, ການຄ້າ, ໄປມາຫາສູ່ກັນ, ການຄົມມະນາຄົມ, ທ່ອງທ່ຽວ, ອຸດສາຫະກໍາ ແລະ ອື່ນໆ ນອກຈາກນັ້ນຍັງເປັນຄວາມພະຍາຍາມອັນໜຶ່ງທີ່ສໍາຄັນຈະປະກອບສ່ວນເຂົ້າໃນການເຊື່ອມຈອດກັບໂຄງການໜຶ່ງທາງໜຶ່ງເສັ້ນທາງພາຍໃຕ້ໂຄງການເສັ້ນທາງສາຍໄໝທີ່ສາມາດເຊື່ອມຕໍ່ກັບ ສປ ຈີນ, ເອີລົບ, ອາຟາລິກາ ແລະ ອື່ນໆ. ພາບ-ຂ່າວ: ຮັກຊາດ
Ad