Top Ad

header ads

ເອົາແລ້ວເດີ! ບໍລິສັດ PS ແຈ້ງການເຖິງສະມາຊິກ ໃຫ້ຊື້ກິນຊື້ໃຊ້ສິນຄ້າບໍລິສັດ


ເອົາແລ້ວເດີ! PS ແຈ້ງໃຫ້ສະມາຊິກ ຫາກບໍ່ຊື້ກິນຊື້ໃຊ້ ສິນຄ້າຂອງບໍລິສັດ ຈະບໍ່ໄດ້ເງິນປັນຜົນ
ໃນວັນທີ 15 ພິດສະພາ 2017 ບໍລິສັດ PS ໄດ້ອອກແຈ້ງການເຖິງສະມາຊິກ ເພື່ອຫັນລາຍຈ່າຍມາເປັນລາຍຮັບ ຕາມກົນໄກການຕະຫຼາດຂອງບໍລິສັດ ໂດຍໃຫ້ສະມາຊິກທຸກຄົນຊື້ກິນຊຶ້ໃຊ້ສິນຄ້າຕາມຕົວແທນຈຳໜ່າຍເພື່ອຮັບປະກັນລາຍຮັບຂອງໂຕເອງ ລວມທັງໝັ້ນຄົງ ແລະ ຄວາມຢືນຍົງຕະຫຼອດໄປ.
ໃນແຈ້ງການຍັງລະບຸວ່າ ຖ້າສະມາຊິກທຸກລະຫັດທັງໝົດໃນລະບົບຂອງບໍລິສັດ ສັ່ງຊື້ສິນຄ້າປະກັນລາຍຮັບເປັນເງິນສົດ2%ທຸກໆເດືອນ, ບໍລິສັດຈະຈ່າຍຜົນຕອບແທນໃຫ້ເປັນເງິນສົດ2,8% ແລະ ສິນຄ້າ 2% ໝາຍຄວາມວ່າບໍລິສັດໄດ້ປະຕິບັດ ນະໂຍຍາຍ4,8% ຕາມຄວາມຮຽກຮ້ອງ ຕ່້ອງການຂອງສະມາຊິກ.
ແຕ່ຖ້າສະໃມາຊິກທ່ານໃດບໍ່ຊື້ກິນຊື້ໃຊ້ໃນເດືອນນັ້ນ ແມ່ນຈະບໍ່ໄດ້ແບ່ງປັນຜົນຕອບແທນເລີຍ ເພາະແມ່ນນະໂຍບາຍຫັນລາຍຈ່າຍ ໃຫ້ກາຍເປັນລາຍຮັບຂອງບໍລິສັດ
ເຊິ່ງລາຍລະ ອຽດແມ່ນອ່ານຕື່ມໃນໃບແຈ້ງການລຸ່ມນີ້:



ຂໍ້ມູນຈາກ: Laos update ແລະ targetlaos

Ad