Top Ad

header ads

ດວ່ນໄວຣັສ WannaCry Ransomware ຫຼື Wanna Decryptor ລະບາດລະບົບ Windows ທົ່ວໂລກພາຍໃນເວລາ 2 ມື້ ໄປແລ້ວກວ່າ 100 ປະເທດ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແຈ້ງເຕືອນ ໄວຣັສຄອມພິວເຕີ ຊະນິດນີິ້



ຫ້ອງການ, ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ອອກແຈ້ງເຕືອນເລກທີ 1168/ຫກຊ ລົງວັນທີ 15 ພຶດສະພາ 2017 ແຈ້ງເຕືອນໄພຄຸກຄາມທາງລະບົບຄອມພິວເຕີມາຍັງຜູ້ຊົມໃຊ້ທົ່ວປະເທດຊາບວ່າ: ໃນປັດຈຸບັນໄດ້ມີການພົບເຫັນໄວຣັສຄອມພິວເຕີ WannaCry Ransomware ຫຼື້ Wanna Decryptor 2.0 ທີ່ໄດ້ແຜ່ລະບາດໃນຫຼາຍປະເທດ, ສຳລັບປະເທດລາວເຮົາກໍ່ໄດ້ມີການຕິດຕາມເຝົ້າລະວັງການແຜ່ລະບາດຂອງໄວຣັສຄອມພິວເຕີດັ່ງກ່າວ, ເຊິ່ງໄວຣັສປະເພດນີ້ຈະໂຈມຕີໄປທີ່ຊ່ອງຫວ່າງ SMBv1.0 (Sever Message Block) ຂອງລະບົບປະຕິບັດການ Windows, ຖ້າຫາກຜູ້ຄຸ້ມຄອງລະບົບຄອມພິວເຕີ ແລະ ຜູ້ໃຊ້ຄອມພິວເຕີບໍ່ໄດ້ຕິດຕັ້ງ ຫຼື ອັບເດດໂປຣແກຣມປ້ອງກັນໄວຣັສ ຫຼື ບໍ່ໄດ້ອັບເດດລະບົບປະຕິບັດການ Windows ຈະເຮັດໃຫ້ລະບົບຄອມພິວເຕີຕິດເມົາແວ (Malware), ບັນດາຂໍ້ມູນອີເລກໂຕນິກ ແລະ ເອກະສານໃນຄອມພິວເຕີຈະຖືກເຂົ້າລະຫັດເພື່ອຮຽກຄ່າໄຖ່ ດັ່ງນັ້ນ, ເພື່ອໃຫ້ຮູ້ທັນ, ປ້ອງກັນ ແລະ ລະມັດລະວັງຕໍ່ໄພຄຸກຄາມດັ່ງກ່າວ ກະຊວງ ປທສ ຈຶ່ງອອກແຈ້ງເຕືອນມາຍັງທຸກພາກສ່ວນເພື່ອຮັບຊາບ ແລະ ປ້ອງກັນໃຫ້ທັນເວລາ.

ຂໍ້ແນະນຳໃນການປ້ອງກັນ ມີດັ່ງນີ້:
1. ສຳລັບຜູ້ຄຸ້ມຄອງລະບົບຄອມພິວເຕີ:
- ສຳລັບ Windows XP, 7, 8, 10 ຫຼື ລະບົບເຊີເວີທີ່ໃຊ້ Windows Server 2003, 2008, 20120 2016 ໃຫ້ອັບເດດລະບົບປະຕິບັດການໂດຍດ່ວນ;
- ໃນກໍລະນີທີ່ບໍ່ສາມາດອັບເດດລະບົບປະຕິບັດການທັນເວລາ ທ່ານສາມາດເຂົ້າໄປປິດການໃຊ້ງານ SMB (Server Message Block);
- ສຳລັບ Firewall ໃຫ້ປິດ TCP/UDP SMB Port 135-139 ແລະ 445

2. ສຳລັບຜູ້ຊົມໃຊ້ລະບົບຄອມພິວເຕີທົ່ວໄປ:
- ຕິດຕັ້ງໂປຣແກຣມປ້ອງກັນໄວຣັສ ແລະ ໃຫ້ອັບເດດເປັນປົກກະຕິ;
-ອັບເດດລະບົບປະຕິບັດການ Windows ເພື່ອປິດຊ່ອງຫວ່າງ SMB (Server Message Block);
- ສຳຮອງ (Back up) ເອກະສານໄວ້ໃນບ່ອນທີ່ປອດໄພ;
- ບໍ່ເປີດເອກະສານທີ່ຄັດຕິດມານຳອີເມວ ທີ່ບໍ່ຮູ້ຈັກແຫຼ່ງທີ່ມາ ຫຼື ລິ້ງ (Link) ຕ່າງໆ;
- ບໍ່ດາວໂຫຼດໂປຣແກຣມ ແລະ file ຕ່າງໆຈາກເວັບໄຊທີ່ບໍ່ໜ້າເຊື່ອຖື.

3. ໃນກໍລະນີທີ່ຕິດໄວຣັສຄອມພິວເຕີ WannaCry ransomware ຫຼື Wanna Decryptor 2.0 ໃຫ້ປິດການທຳງານຄອມພິວເຕີຂອງຕົນ, ຢຸດການເຊື່ອມຕໍ່ເຄືອຂ່າຍຄອມພິວເຕີພາຍໃນ ແລະ ອິນເຕີເນັດ ພ້ອມແຈ້ງໃຫ້ຜູ້ຄຸ້ມຄອງລະບົບຊາບ ແລະ ຊອກຫາວິທີການແກ້ໄຂ.

4. ໃນກໍລະນີເຫັນເຫດການທີ່ໜ້າສົງໃສ ທ່ານສາມາດແຈ້ງຫາ ສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ ຜ່ານທາງອີເມວ report@laocert.gov.la ຫຼື ຜ່ານທາງໂທລະສັບໝາຍເລກ 030-576-4222

ສຳລັບການອັບເດດລະບົບປະຕິບັດການ Windows ແລະ ຂໍ້ມູນເພີ່ມເຕີມທ່ານສາມາດເຂົ້າເບິ່ງໄດ້ທີ່ເວັບໄຊຂອງສູນສະກັດກັ້ນ ແລະ ແກ້ໄຂເຫດສຸກເສີນທາງຄອມພິວເຕີ www.laocert.gov.la
Ad