Top Ad

header ads

ປູຕິນ ເຕືອນໄວຣັສ WannaCry ທີ່ສ້າງຂື້ນໂດຍ ຫນ່ວຍສືບລາຊະການລັບຂອງ ອາເມລິກາ ຈະກັບຄືນສູ່ເຈົ້າຂອງ


ສຳນັກຂ່າວ ອາທີ ຂອງລັດເຊຍລາຍງານຂ່າວ ກໍລະນີປະທານາທິບໍດີ ປູຕິນ ຂອງຣັດເຊຍໄດ້ກ່າວເຖິງ ransomware ທີ່ກຳລັງລະບາດໂຈມຕີລະບົບຄອມຜິວເຕີທົ່ວໂລກອາດກໍ່ໃຫ້ເກີດຜົນກະທົບຕໍ່ຜູ້ສ້າງ ໂດຍຜູ້ນຳຣັດເຊຍໄດ້ເວົ້າເຖິງເລື່ອງດັ່ງກ່າວໃນນະຄອນຫລວງປັກກິ່ງຂອງຈີນ 

ransomware ໄດ້ຮັບການພັດທະນາຂື້ນ ໃນອາເມລິກາ ປູຕິນກ່າວ " ຜູ້ບໍລິຫານໄມໂຄຣຊອບໄດ້ຊີ້ແຈງຢ່າງຊັດເຈນວ່າໄວຣັສ ດັ່ງກ່າວມາຈາກຫນ່ວຍຂ່າວກອງ ຂອງອາເມລິກາ"

ການເປີດໂຕໄວຣັສໄຊເບີ ອາດສົ່ງຜົນຕໍ່ຜູ້ພັດທະນາ ແລະສ້າງມັນຂື້ນມາ  ລວມທັງໜ່ວຍຂ່າວກອງຂອງ ອາເມລິກາ

ການໂຈມຕີຂອງ ransomware ທີ່ສົ່ງຜົນກະທົບຕໍ່ຄອມຜິວເຕີຫລາຍພັນເຄື່ອງທົ່ວໂລກ ຄວນສົ່ງເສີມໃຫ້ປະຊາຄົມລະຫວ່າງປະເທດແກ້ໄຂບັນຫາຄວາມປອດໄພທາງໄຊເບີໃນເລື່ອງ " ການເມືອງລະດັບສູງສຸດ " ປູຕິນກ່າວເສີມ 

ການລະບາດຂອງໄວຣັສທີ່ເອີ້ນວ່າ  WannaCry ເລີ່ມຂື້ນໃນມື້ວັນສຸກທີ່ຜ່ານມາ ຜູ້ຊ່ຽວຊານໃນດ້ານຄວາມປອດໄພທາງ ໄຊເບີບາງຄົນກ່າວວ່າ ເຄື່ອງມືນີ້ພັດທະນາຂື້ນມາຈາກເຄື່ອງມືທີ່ຊື່ວ່າ  NSA ພັດທະນາຂື້ນຊຶ່ງຖືກຮົ່ວໄຫລອອກສູ່ສາທາລະນະໂດຍກຸ່ມ  Shadow Brokers ໄວຣັສຊຶ່ງທຳລາຍເຄື່ອງຄອມຜິວເຕີທົ່ວໂລກເຂົ້າລະຫັດຟາຍຜູ້ໃຊ້ ແລະເອີ້ນຄ່າໄຖ່ໃນ Cryptocurrency Bitcoin ເພື່ອປົດປ່ອຍ

ໄມໂຄຣຊອບເຊິ່ງໄດ້ວິພາກວິຈານໜ່ວຍສືບລາຊະການລັບຂອງອາເມລິກາ ເນື່ອງຈາກມີບົດບາດໃນການສ້າງສະຖານະ ການຈຶ່ງໄດ້ອອກແພັທສຳລັບປະຕິບັດການ  Windows XP ທີ່ບໍ່ສະໜັບສະໜຸນລະບົບປ້ອງກັນຄອມຜິວເຕີຈາກການຕິດເຊື້ອ ບໍລິສັດດ້ານເທັກໂນໂລຢີ ໄດ້ປັບປຸງຊ່ອງວ່າງໃນຊອບແວທີ່ໄດ້ຮັບການສະໜັບສະໜຸນໃຫ່ມ ເມື່ອເດືອນກ່ອນ ຫລັງຈາກທີ່ມັນຮົ່ວໄຫລອອກສູ່ສາທາລະນະ ແຕ່ລະບົບປະຕິບັດການທີ່ບໍ່ໄດ້ອັບເດດຈະຖືກໂຈມຕີຢູ່


ທີ່ມາ: ເອບີຊີລາວ
Ad