Top Ad

header ads

ສະໜາມບິນສາກົນວັດໄຕ ແລະ ຫຼວງພະບາງ ມີ WIFI FREE ແລ້ວ


ເປີດໃຊ້ຢ່າງເປັນທາງການແລ້ວຕັ້ງແຕ່ມື້ນີ້  Airport Free Wi-Fi  ຢູ່ທີ່ 2 ສະໜາມບິນຄື: ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ແລະ ສະໜາມບິນຫຼວງພະບາງ ເຊິ່ງເປັນຄັ້ງທຳອິດໃນ ສປປ ລາວ.
ບໍລິສັດ ອາທູຊີ (Ready2Connect) ເຊິ່ງເປັນບໍລິສັດຜູ້ໃຫ້ບໍລິການລະບົບອິນເຕີເນັດຟຣີທີ່ສະໜາມບິນ ແລະ ບໍລິສັດ ບິກບລູ ເອເຈນຊີ (Bigblue Agency) ເຊິ່ງເປັນບໍລິສັດໃນ ສປປ ລາວ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ເປັນຕົວແທນການຂາຍໂຄສະນາ ແຕ່ພຽງຜູ້ດຽວ (Sole Agent)  ໄດ້ມີການຈັດພິທີຖະແຫຼງຂ່າວ ການເປີດນຳໃຊ້   Airport Free Wi-Fi ຢ່າງເປັນທາງການ ຢູ່ທີ່ສະໜາມບິນສາກົນວັດໄຕ ໃນວັນທີ 9 ພຶດສະພາ 2017 ໂດຍການເປັນປະທານຂອງທ່ານ ສົມພົນ ສີຍາວົງ ຫົວໜ້າພະແນກ ຮັກສາຄວາມປອດໄພການບິນ, ກົມການບິນພົນລະເຮືອນ; ທ່ານ ບຸນປັນ ວິໄລຕານ ຫົວໜ້າຄຸ້ມຄອງສະໜາມບິນສາກົນຫຼວງພະບາງ, ມີບັນດາພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.
ໃນການເປີດ Airport Free Wi-Fi  ຄັ້ງນີ້, ກໍເພື່ອເປັນການອຳນວຍຄວາມສະດວກໃຫ້ກັບຜູ້ທີ່ເດີນທາງເຂົ້າອອກຢູ່ທີ່ທັງ 2 ສະໜາມບິນ ທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ແລະ ລວມເຖິງປະຊາຊົນ ເພື່ອໄດ້ໃຊ້ ອີນເຕີເນັດຟຣີ  ເປັນເຄື່ອງມືສື່ສານ, ຄົ້ນຫາຂໍ້ມູນຂ່າວສານໄດ້ແບບບໍ່ຈຳກັດ ນອກນີ້, Airport Free Wi-Fi ຍັງຈະເປັນເຄື່ອງການປະຊາສຳພັນເພື່ອສົ່ງເສີມສິນຄ້າ ຫຼື ບໍລິການຕ່າງພາຍໃນປະເທດໃຫ້ເປັນທີ່ຮູ້ຈັກຢ່າງກວ້າງຂວາງຫຼາຍຍິ່ງຂຶ້ນ.
ວິທີການເຂົ້າເຖິງ Airport Free Wi-Fi  ດັ່ງລຸ່ມນີ້:
  1. ເຂົ້າ Setting – ເປີດ Wi-Fi – ຄຼິກເລືອກ @Airport free Wi-Fi

2. ຈະໄດ້ໜ້າແບບນີ້ ແລ້ວກົດເຂົ້າ  Create new account  ເພື່ອສະໝັກຂໍລະຫັດຜ່ານ

3. ເຂົ້າຕອບຂໍ້ມູນສ່ວນຕົວຕາມລຸ່ມນີ້! ແລ້ວຈະໄດ້ Account ແລະ Password ເປັນຂອງຕົນເອງ. (ສະໝັກເທື່ອດຽວ ສາມາດນໍາໃຊ້ໄດ້ຕະຫຼອດ ເຂົ້າຄັ້ງໜຶ່ງຈະໄດ້ 30 ນາທີແລ້ວເຂົ້າໃໝ່ໄດ້ຕະຫຼອດ) ພຽງເທົ່ານີ້ ທ່ານກໍສາມາດຫຼິ້ນອິນເຕີເນັດ ຟຣີຢູ່ສະໜາມບິນໄດ້ແລ້ວ

4. ໜ້ານີ້ຈະເປັນການແນະນຳສະຖານທີທີ່ໃກ້ກັບສະໜາມບິນວ່າມີຫຍັງແດ່? ບໍ່ວ່າຈະເປັນຮ້ານອາຫານ, ໂຮງແຮມ, ໂຮງໝໍ ແລະ ອື່ນໆ.




 ຂອບໃຈທີ່ມາຈາກ: targetlaos.com
Ad