Top Ad

header ads

ມາຮອດແລ້ວ!! ຊູບເປີສະຕາ ອໍ້າ ພັດຊະຣາພາ ເດີນທາງມາຮອດລາວແລ້ວ ສະໜາມບິນວັດໄຕເກືອບແຕກ


ບອກເລີຍວ່າຖ້າບໍ່ຮັອດສຸດໆແບບນີ້ກໍ່ບໍ່ສາມາດເຮັດໃຫ້ສະໜາມບິນເກືອບແຕກໄດ້! ພຽງແຕ່ ອ້ຳ ພັດຊະຣາພາ ໄຊເຊື້ອ ຊຸບເປີສະຕາຊື່ດັງຈາກປະເທດໄທຕີນແຕະພື້ນສະໜາມບິນກໍມີແຟນຄຼັບແຫ່ມາຕ້ອນຮັບຢ່າງລົ້ນຫຼາມຢູ່ທີ່ສະໜາມບິນສາກົນວັດໄຕ. ຊຸບເປີສະຕາສາວຍັງຄົງສະແດງຄວາມເປັນກັນເອງສຸດໆດ້ວຍການຖ່າຍຮູບກັບເຫຼົ່າແຟນຄຼັບແບບໃກ້ຊິດສະໜິດແໜ້ນສຸດໆກັນໄປເລີຍ.

ສ່ວນເຫດຜົນທີ່ ອ້ຳ ມາລາວໃນເທື່ອນີ້ແມ່ນເພື່ອເຂົ້າຮ່ວມງານວາງສະແດງສິນຄ້າ ທ໊ອບໄທແບຣນ ” Top Thai Brands 2017 " ເຊື່ອມຕໍ່ການຄ້າລາວ - ໄທສຸດຍອດແບຣນໄທ ກ້າວໄກສູ່ຄວາມສຳເລັດ ທີ່ສູນການຄ້າລາວ - ໄອເຕັກ ( ອາຄານເກົ່າ ) ເລີ່ມຕັ້ງແຕ່ວັນທີ 07 – 11 / 06 / 2017. ໃຜຢາກພົບກັບ ອ້ຳ ກໍສາມາດເດີນທາງໄປຮ່ວມງານກັນໄດ້ ໂດຍ ອ້ຳ ຈະຂຶ້ນເວທີສົນທະນາໃນຫົວຂໍ້ ສິນຄ້າໄທກ້າວໄກສູ່ສາກົນ ໃນເວລາ 17:00-18:00 ໂມງຂອງມື້ນີ້.







ພາບຈາກ: ig_@aum_patchrapa, @alexxtwo, @vanhvanhvanh, @elle_phattaranun, @daofon, @nu_nu004
Ad