Top Ad

header ads

ລົດປ້າຍກະຊວງຕຳຄົນແລ້ວລົບໜີໄປ ພົນລະເມືອງດີເຜີຍແພ່ຄລິບໄລຕາມຈົນຮອດໜ້າບ້ານ...!(ມີຄລີບ)


ຕອນເຊົ້າມືດຂອງມື້ນີ້ ວັນທີ 21 ມິຖຸນາ 2017 ມີພົນລະເມືອງດີ ທີ່ໃຊ້ເຟສບຸກຊື່ Paseuthsack Vannasouk (ປະເສີດສັກ ສຸວັນນະສຸກ) ໄດ້ເຜີຍແພ່ຄລິບບັນທຶກການຕຳແລ້ວໜີຂອງລົດຄັນໜຶ່ງ ທີ່ລະບຸວ່າເປັນລົດຍີ່ຫໍ້ ປາຈິໂຣ ປ້າຍກະຊວງ (ພື້ນສີຟ້າ ໂຕໜັງສືສີຂາວ) ໝາຍເລກທະບຽນ ກກ3426 ເມື່ອກາງເດິກຂອງມື້ຄືນນີ້.
ເນື້ອຄວາມໃນຄລິບບອກວ່າໄດ້ເກີດອຸບັດເຫດຢູ່ໄຟແດງໂພນສະອາດ ບໍລິເວນທະນາຄານ ICBC ຕຳເອົາປະຊາຊົນເປັນສອງແມ່ລູກ ທີ່ຂັບຂີ່ລົດຈັກ ແລ້ວບໍ່ຍອມຈອດລົງເບິ່ງ ຫຼືໃຫ້ການຊ່ວຍເຫຼືອແຕ່ຢ່າງໃດ ຊໍ້າບໍ່ພໍພົນລະເມືອງດີໄດ້ພະຍາຍາມຂີ່ລົດນຳ ພ້ອມທັງບີບແກສົ່ງສັນຍານໃຫ້ຢຸດ ກໍບໍ່ຍອມຢຸດ. ພົນລະເມືອງດີໄດ້ໄລ່ນຳໄປຈົນຮອດເຮືອນ ເຈົ້າຂອງລົດຕ້ອງສົງໄສດັ່ງກ່າວຍັງບໍ່ຍອມເຈລະຈາ ໄດ້ເປີດປະຕູ ແລະເອົາລົດເຂົ້າໄວ້ເສີຍ ຄືບໍ່ມີຫຍັງເກີດຂຶ້ນ. 
ຄລິບດັ່ງກ່າວໄດ້ມີຜູ້ເຂົ້າມາຊົມຈຳນວນຫຼວງຫຼາຍ ແລະເກືອບທັງໝົດລ້ວນແຕ່ໃຫ້ຄຳເຫັນວ່າ ພຶດຕິກຳຂອງຄົນຂັບລົດຄັນດັ່ງກ່າວບໍ່ເໝາະສົມ ບໍ່ເປັນແບບຢ່າງ ແລະສົມຄວນຖືກກ່າວປະນາມ.

ເຫດການດັ່ງກ່າວເປັນປາກົດການຫຍໍ້ທໍ້ ທີ່ສຳຄັນທີ່ຈະສົ່ງຜົນເສຍຕໍ່ພາບລັກຂອງ ພະນັກງານລັດຖະກອນຂັ້ນສູງໂດຍທົ່ວໄປ ດັ່ງນັ້ນ, ຈຶ່ງຮຽກຮ້ອງໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງດຳເນີນການແລະເປີດເຜີຍລາຍລະອຽດຕໍ່ສັງຄົມດ້ວຍ.


ທີ່ມາ: Paseuthsack Vannasouk
Ad