Top Ad

header ads

ສປປ ລາວຕິດອັນດັບປະເທດທີ່ສະຫງົບສຸກໃນໂລກ



ສະຖາບັນເສດຖະສາດ ແລະ ສັນຕິພາບ ທີ່ມີສໍານັກງານຕັ້ງຢູ່ ນະຄອນຊິດນີ່ ປະເທດອົດສະຕາລີ ໄດ້ເປີດເຜີຍຜົນສໍາຫຼວດດັດສະນີສັນຕິພາບປະຈໍາປີ 2017 ພົບວ່າ: ຄະແນນໂດຍລວມແມ່ນດີຂຶ້ນເປັນຄັ້ງທໍາອິດໃນຮອບ 3 ປີ ນັບຕັ້ງແຕ່ປີ 2014 ຈາກສັນຕິພາບທີ່ເພີ່ມຂຶ້ນໃນ 93 ປະເທດ ຈາກ 161 ປະເທດ ແຕ່ອີກ 68 ປະເທດມີຄະແນນທີ່ຫຼຸດລົງ ໂດຍດ້ານຄວາມປອດໄພ ແລະ ຄວາມໝັ້ນຄົງຂອງສັງຄົມ ຊຶ່ງວັດຈາກອາດຊະກໍາໃນປະເທດ, ຄວາມໝັ້ນຄົງທາງການເມືອງ, ຜົນກະທົບຈາກການກໍ່ການຮ້າຍທີ່ເພີ່ມຂຶ້ນ.
10 ອັນດັບປະເທດທີ່ສະຫງົບສຸກຫຼາຍທີ່ສຸດ ປີ 2017
1 ໄອຊະແລນ
2 ນິວຊີແລນ
3 ປ໋ອກຕຸຍການ
4 ອ໋ອສເຕຣຍ
5 ເດັນມາກ
6 ສະທາລະນາລັດເຊັກ (Czech Republic)
7 ສະໂລວີເນຍ
8 ການາດາ
9 ສະວິດເຊີແລນ
10 ໄອແລນ ແລະ ຍີ່ປຸ່ນ
10 ອັນດັບປະເທດທີ່ສະຫງົບສຸກໜ້ອຍທີ່ສຸດ ປີ 2017
1 ຊີເຣຍ
2 ອັຟການິສະຖານ
3 ອີຣັກ
4 ຊູດານໃຕ້
5 ເຍເມັນ
6 ໂຊມາເລຍ
7 ລິເບຍ
8 ຊູດານ
9 ສາທາລະນະລັດອາຟຣິກາກາງ
10 ຍູເຄນ
ສ່ວນ ສປປ ລາວເຮົາຕິດອັນດັບ ລາວອັນດັບ 45, ໄທ ອັນດັບທີ 120, ສິງກະໂປທີ່ອັນດັບ 21, ມາເລເຊຍທີ 29, , ອິນໂດເນເຊຍທີ 52, ຫວຽດນາມ 59, ກໍາປູເຈຍ 89 ແລະ ມຽນມາ 104.
ໃນພາກພື້ນອາຊຽນ ຖືວ່າສິງກະໂປເປັນປະເທດທີ່ສະຫງົບສຸກທີ່ສຸດ.
 
ປະເທດໄອຊະແລນ

ຂອບໃຈທີ່ມາ www.targetlaos.com
Ad