Top Ad

header ads

"ເຟສບຸກອັບເດດລະບົບ Safety Check ເປີດລະດົມທືນເພື່ອຊ່ວຍຜູ້ຄົນປະສົບໄພໃນເຂດພື້ນທີ່"


ເຟສບຸກປະກາດປັບປຸງລະບົບ Safety Check ດວ້ຍການເພີ່ມລະບົບລະດົມທືນໃຫມ່ ເພື່ອຊ່ວຍໃຫ້ຜູ້ຖືກເຄາະຮ້າຍໃນເຂດພື້ນທີ່ໆຂື້ນ Safety Check ຈາກການເກີດໄພພິບັດ ຫຼື ເຫດຮ້າຍຕ່າງໆ



ຜູ້ຄົນທີ່ອາໄສຢູ່ໃນພື້ນທີ່ທີ່ຖືກກະທົບ, ແລະອື່ນໆ Safety Check  ຫຼັງຈາກຢືນຢັນວ່າແມ່ນຄວາມປອດໄພສາມາດເປີດລະດົມທືນເພື່ອຂໍ້ຄວາມຊ່ວຍເຫຼືອຕ່າງໆ ທີ່ຈຳເປັນໄດ້ເລີຍ ໃນຂະນະຄົນທີ່ຢູ່ນອກພື້ນທີ່ກໍສາມາດເປີດລະດົມທືນເພື່ອຊວ່ຍເຫລືອຜູ້ຄົນປະສົບໄພໄດ້ເຊັນກັນ ໂດຍລະບົບນີ້ຈະເລີ່ມໃຊ້ງານໃນອາເມລິກາກອ່ນໃນອາທິດຫນ້່າ

ນອກຈາກນີ້ ເຟສບຸກຍັງຂະຫຍາຍລະບົບ Community Help ຊື່ງເປັນແຜດຟອມເອົາໄວ້ຄົ້ນຫາ ແລະ ຢື່ນຄວາມຊວ່ຍເຫລືອຕ່າງ ທີ່ຢູ່ອາໄສ, ອາຫານ, ນ້ໍາ ສໍາລັບຜູ້ທີ່ຢູ່ໃນເຂດພື້ນທີ່ໄພພິບັດໄປທາງ Desktop ແລ້ວແຕ່ກອນທີ່ໃຊ້ໄດ້ສະເພາະ iOS ແລະ android

ສຸດທ້າຍຄືຜູ້ຖືກເຄາະຮ້າຍໄພພິບັດ ທີ່ຢືນຢັນວ່າມັນແມ່ນຄວາມປອດແລ້ວ ສາມາດຂຽນເພື່ອອະທິບາຍສະຖານທີ່ເກີດຂື້ນບັນທືກລົງໂນ້ດສວ່ນຕົວເພື່ອແຈ້ງຄົນໃນຄອບຄົວ ລວມໄປເຖິງໃນຫນ້າລາຍລະອຽດຂອງ Safety Check ໄດ້ອີກ.

Ad