ເຟສບຸກຊາຍໜຸ່ມຍີ່ປຸ່ນທີ່ໃຊ້ຊື່ວ່າ Onan Hiroshi ໄດ້ໂພສພາບງານເທດສະການທີ່ຍີ່ປຸ່ນ ທີ່ຈັດຂຶ້ນໂດຍມີຂອງໄທ Thai Feastival ທີ່ຈັດຂຶ້ນລະຫວ່າງວັນທີ່ 13-14 ພຶດສະພາ 2017 ແລະ ງານຂອງຄົນລາວ Lao Festival ທີ່ຈັດຂຶ້ນລະຫວ່າງວັນທີ່ 27-28 ພຶດສະພາ 2017 ໂດຍໃຊ້ສະຖານທີ່ດຽວກັນ ທີ່ສວນ ໂຢໂຢກິ ພາກ ໃນໂຕກຽວ ປະເທດຍີ່ປຸ່ນ
ເຊິ່ງໄດ້ໂພສພາບປຽບທຽບລະຫວ່າງຄົນລາວກັບຄົນໄທ ເຊິ່ງພາບງານຂອງຄົນລາວນັ້ນສະອາດງາມບໍ່ມີຂີ້ເຫຍື້ອຊະຊາຍ ແຕ່ຂອງຄົນໄທແມ່ນບໍ່ໄດ້ມີການອະນາໄມ ເຮັດໃຫ້ມີຂີ້ເຫຍື້ອຊະຊາຍເຕັມໄປໝົດ ຄືດັ່ງພາບທີ່ໂພສລົງ
ຂໍຂອບໃຈທີ່ມາ http://news.tlcthai.com