Top Ad

header ads

ນັກຮຽນລາວ ຍາດໄດ້ 1 ຫຽຼນເງີນ ແລະ 3 ຫຼຽນຄຳ ໃນການແຂ່ງຂັນ ວິທະຍາສາດໂລກ ປີ 2017 ທີ່ປະເທດ ສ ປ ປ ຈີນ




ນັກຮຽນລາວ 8 ທີ່ເດີນທາງໄປຮວ່ມການແຂ່ງຂັນ ວິທະຍາສາດໂລກ ຄັ້ງທີ 3 ນະທີ່ ສ ປ ປ ຈີນ
ເປັນເຈົ້າພາບຈັດການແຂ່ງຂັນ ນັກສືກສາລາວເຮົາສາມາດຍາດໄດ້ 1 ຫຽຼນເງີນ ໃນຫົວຂໍ້ " ກະຖີນ"  ແລະ 3 ຫຼຽນຄຳ ໃນຫົວຂໍ້ "ແມງກະບີ້" "ແມງຫີງຫອ້ຍ " "ໝາກໝັ້ນ"!!



 ການແຂ່ງຂັນດັ່ງກ່າວເລີ່ມແຕ່ ວັນທີ 19 - 25 ກໍລະກົດ ປີ 2017 ທີ່ຜ່ານມາ ມີຈຳນວນຄົນເຂົ້າຮວ່ມ 241 ຄົນ ມີ 108 ທີມຈາກ 11 ປະເທດເຂົ້າແຂ່ງຂັນປກອບມີ : ສ ປ ປ ຈີນ (ເຈົ້າພາບ) , ສ ປ ປ ລາວ  , ສ ສ ຫວຽດນາມ , ໄທ , ຮົງກົງ , ກຳປູເຈຍ , ມາເກົ້າ , ມາເລເຊຍ , ມຽນມາ , ແອັັຟຟຣີກກາ ແລະ  ອາເມລິກາ.

ໃນນັ້ນ ສ ປ ປ ລາວ ໄດ້ສົ່ງນັກສືກສາ ເຂົ້າຮວ່ມ 11 ຄົນ ນຳໂດຍ ທ່ານ ບຸນຕອ້ມໄຊດາລາ ຈາກບໍ່ລິສັດ ມາຍມີເດຍ , ທ່ານ ພຸດທະໄຊ ມຸງຄຸນສະຫວັນ ຄູສອນຈາກໂຮງຮຽນ ໄຊຍະບູລີ ແລະ ທ່ານນາງ ສີວິວັນ ແສງຫາລາດ ວິຊາການກົມພາລະ ,  ສິນລະປະສືກສາ ກະຊວງ ສືກສາທິການ ແລະ ກິລາ .
        ນັກຮຽນປະກອບມີ 8 ຄົນ ນຳໂດຍ ເຊັ່ງຄິນ ເເຊ໋ເຕິນ ແລະ ນາງ ນິດທິດາ ແກ້ວແສງທິດ ຈາກໂຮງຮຽນ ມັດທະຍົມສືກສາ ໄຊຍະບູລີ ແຂວງໄຊຍະບູລີ , ນາງສຸພັນສາ ຄີນທະໝອນ ແລະ ທ້າວ ທິດທິພອນ ໂອລິນ ຈາກໂຮງຮຽນ ມັດທະຍົມສືກສາ ທ່າແຂກ ແຂວງຄຳມວ່ນ , ນາງມຸກດາວັນ ແກ້ວດາວັນ ແລະ ທ້າວ ບຸນລອ້ມ ເຫືຼອຄຳ າກໂຮງຮຽນ ມັດທະຍົມສືກສາ ລາດຄ້າຍ ແຂວງຊຽງຂວາງ , ນາງມາລາ ພົມມະສອນ ແລະ ທ້າວ ເອລີຊາ ສີແສງຈັນ າກໂຮງຮຽນ ມັດທະຍົມຈອນປາຍ ພອນສະຫວັນ ແຂວງ ຈຳປາສັກ .
      ເຊີ່ງໄດ້ສົ່ງເຂົ້າແຂ່ງຂັນ ໃນຫົວຂໍ້ " ກະຖີນ"  "ແມງກະບີ້" "ແມງຫີງຫອ້ຍ " "ໝາກໝັ້ນ"!!



ຂອບໃຈທີ່ມາ : muan.la
Ad