Top Ad

header ads

ປາໂທ ຂົນຢາບ້າມາເປັນຄັນລົດ 10 ລໍ້ເລີຍ ຢາບ້າຫຼາຍກົ່ວ 2 ລ້ານເມັດ



ນັບແລ້ວ ຢາບ້າ 2 ລ້ານກວ່າເມັດ! ຊົມເຊີຍ ເຈົ້າໜ້າທີ່
ຫຼວງນ້ຳທາ: ລາຍງານເພີ່ມກໍລະນີຈັບໄດ້ ຢາເສບຕິດທີ່ດ່ານບໍ່ເຕ່ນໃຫ້ຮ້ວ່າ ເຈົ້າໜ້າທີ່ສະເພາະກິດ ສປປ ລາວປະສານສົມທົບກັບເຈົ້າໜ້າທີ່ຕໍາຫລວດ ສປຈີນສາມາດສະກັດກັ້ນ ແລະ ຈັບກຸມຂະບວນຄ້າຢາເສບຕິດຕ່າງປະເທດໄດ້ໃນຕອນເຊົ້າເວລາ 10:27 ນາທີ ວັນທີ 27 ກໍລະກົດ 2017 ທີ່ດ່ານພາສີບໍ່ເຕັນ ແຂວງຫລວງນໍ້າທາ.


ເຈົ້າໜ້າທີ່ ກອງບັນຊາການ ປກສ ແຂວງຫລວງນໍ້າທາໄດ້ເປີດເຜີຍວ່າ ສາມາດກວດພົບຢາເສບຕິດປະເພດຢາບ້າຈໍານວນ 362 ຖົງໃຫຍ່ ຈຳນວນ 2172000 ເມັດ ແລະ ເງິນຈຳນວນໜື່ງ ທີ່ຊຸກເຊື່ອງໄວ້ໃນລົດຂົນສົ່ງສິນຄ້າຊາວຈີນ ຂະນະທີ່ພວມຂ້າມມາ ສປປ ລາວ.
ເຊິ່ງຖືເປັນການຍຶດໄດ້ຢາບ້າຈຳນວນຫຼາຍ,​ ທີ່ຕ້ອງໄດ້ຕາມຫາຜູ່ຮ່ວມຂະບວນການມາລົງໂທດ.


__________________________________________________
ຫຼວງນໍ້າທາ: ໃນຕອນເຊົ້າ ວັນທີ 27 ກໍລະກົດ 2017 ໄດ້ຮັບແຈ້ງຈາກເຈົ້າໜ້າທີ່ ປະຈຳດ່ານບໍ່ເຕ່ນ, ແຂວງຫຼວງນໍ້າທາ. ສາມາດກວດພົບຢາເສບຕິບ ຈຳນວນມະຫາສານ ທີ່ຖືກຊຸງເຊື່ອງໄວ້ພື້ນລົດຂົນສົ່ງ.
ເພື່ອຈະນໍາເຂົ້າມາລາວ

ຊົມເຊີຍ ປກສ ທຸກຄົນ








ພາບແລະຂ່າວ: ເຈົ້າໜ້າທີ່ ດ່ານບໍ່ເຕ່ນ
Ad