Top Ad

header ads

ຜູ່ຈຳໜ່າຍຫວຍ ຢູ່ອຸດົມໄຊ ທີ່ຖືກ 100 ລ້ານ ຢືນຢັນວ່າ ໃບຫວຍທີ່ຮັບມາແມ່ນຂອງແທ້! ແຕ່ທາງບໍລິສັດແມ່ຢູ່ວຽງຈັນບອກວ່າມີການຕັດຕໍ່! ແມ່ນໃຜຕັດຕໍ່?



ຈາກກໍລະນີ ຟົດເດືອດ ຂູດຫວຍ ໄດ້ລາງວັນ 100 ລ້ານ ແຕ່ພໍມາຮັບເອົາເງິນ ທີ່ສູນໃຫຍ່ ນະຄອນຫຼວງແລ້ວ ທາງບໍລິສັດ ບອກວ່າເປັນຂອງປອມ. ການເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈວ່າ ປອມແບບໃດ? ແລະ ມີການກວດສອບຄວາມຈິງຄືແນວໃດ? ຍັງບໍ່ທັນມີໜ່ວຍງານໃດ ອອກມາຊີ້ແຈງກັບປະເດັນນີ້. ເຮັດໃຫ້ສັງຄົມ ພາກັນງົງກັບບັນຫາ ແລະ ຕ້ອງການຄຳຕອບທີ່ຊັດເຈນ.

ຫຼ້າສຸດ ວັນທີ 26 ກໍລະກົດ 2017 ຜູ່ໃຊ້ເຟສບຸກ ຊື່ Jing Savady ໄດ້ຂຽນຂໍ້ຄວາມ ໂດຍລະບຸວ່າ ເປັນຜູ້ນຳເອົາຫວຍມາຈຳໜ່າຍຢູ່ອຸດົມໄຊ ແລະ ຜູ່ທີ່ຂູດຫວຍຖືກ 100 ລ້ານນັ້ນ ໄດ້ຊື້ໄປຈາກລາວ. ເຊິ່ງລາວເອງກໍ່ຢືນຢັນວ່າ ຫວຍທີ່ຮັບມາ ແມ່ນຫວຍແທ້ ເພາະຮັບມາຈາກສຳນັກງານໃຫຍ່.

ເນື່ອງຈາກລະບຽບການຂອງການມອບລາງວັນໃຫຍ່ ແມ່ນໃຫ້ມາຮັບທີ່ ນະຄອນຫຼວງວຽງຈັນ. ແຕ່ເມື່ອມາຮັບທາງບໍລິສັດບອກວ່າແມ່ນຂອງປອມມີການຕັດຕໍ່?

ດັ່ງນັ້ນ, ຈິ່ງມີຄວາມສົນໃຈວ່າແມ່ນໃຜຕັດຕໍ່? ຕັດຕໍ່ແບບໃດ? ແລະ ຈະລົງໂທດກັບກໍລະນີນີ້ແບບໃດ? ແລ້ວຜູ່ທີ່ຂູດຖືກຊິໄດ້ຫຍັງ?

ກໍ່ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງໄດ້ເລັ່ງກວດສອບບັນຫານີ້ຢ່າງຍຸຕິທຳ ແກ່ທຸກຝ່າຍ.


ໝາຍເຫດ: ການພະນັນມີຄວາມສ່ຽງ ຄວນພິຈາລະນາກ່ອນຊື້


ໃບຫວຍທີ່ຖືກລາງວັນ







ຂອບໃຈທີ່ມາ www.tholakhong.com
Ad