Top Ad

header ads

14 ຄວາມ​ຜິດ​ປົກກະຕິ ຮ່າງກາຍ​ສົ່ງ​ສັນຍາ​ນ​ເຕືອນໄ​ພ​ ມະ​ເຮັງ​ຮ້າຍ​!



  • ໃນ​ຜູ້ຍິງ​ມີ​ການ​ຕົກ​ຂາວ ​ຫຼື ​ມີ​ເລືອດ​ອອກຈາກ​ຊ່ອງຄອດ​ຢ່າງ​ຜິດ​ປົກກະຕິ ​ແລະ​ ການ​ກວດ​ພົບ​ແຜ​ຫຼື​ກ້ອນ​ທີ່​ປາກ​ມົດລູກ​ 
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ປາກ​ມົດລູກ​ ມະ​ເຮັງ​ມົດລູກ​
  • ກ້ອນ​ທີ່​ເຕົ້າ​ນົມ​ ທັງຫມົດ​ໄປ​ເຖິງ​ຄວາມ​ຜິດ​ປົກກະຕິ​ຂອງ​ເຕົ້າ​ນົມ​ ຂະໜາດ​ທີ່​ໃຫຍ່​ຂຶ້ນ​ຫຼື​ນ້ອຍ​ລົງ​ ແຂງ​ ຫົວ​ນົມ​ບຸ໋ມ​ເຂົ້າໄປ​ ຜິວ​ໜັງ​ເຕົ້າ​ນົມ​ຢາບ​ຫຼື​ຮອຍ​ບຸ໋ມ​ ມີ​ນ້ຳ​ເຫຼືອງ​ຫຼື​ເລືອດ​ໄຫຼ​ຊຶມ​ອອກ​ມາ​ຈາກ​ຫົວ​ນົມ​ ​ພົບ​ກ້ອນ​ທີ່​ຂີ້ແຫ້​ ມີ​ແຜ​ຫຼື​ແຜ​ຊຳເຮື້ອ​ທີ່​ຫົວ​ນົມ​ 
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ເຕົ້າ​ນົມ​ 
  • ປວດ​ຫຼັງ​ ຕົວ​ເຫຼືອງ​ ຕາ​ເຫຼືອງ​ແລະ​ຍ່ຽວ​ສີ​ເຫຼືອງ​ ມີ​ອາການ​ປວດ​ແໜ້ນ​ທ້ອງ​ບໍລິເວນ​ດ້ານ​ຂວາ​ຮ່ວມ​ດ້ວຍ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ຕັບ​
  • ໄອ​ຊຳເຮື້ອ​ ສຽງ​ແຫບ​ ໄອ​ມີ​ເລືອດ​ອອກ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ປອດ​ ມະ​ເຮັງ​ໃນ​ຕ່ອມ​ໄທ​ຮອຍ​ຫຼື​ມະ​ເຮັງ​ຕ່ອມ​ນ້ຳ​ເຫຼືອງ​
  • ຝ້າ​ຂາວ​ ຝ້າ​ແດງ​ ໃນ​ປາກ​ ກ້ອນ​ທີ່ຄໍມີ​ໂອ​ກາດ​ພັດທະນາ​ເປັນ​ມະ​ເຮັງ​ໄດ້​ໃນ​ພາຍ​ຫຼັງ​ ຕຸ່ມ​ກ້ອນ​ໃນ​ປາກ​ທີ່​ໃຫຍ່​ຂຶ້ນ​ເລື່ອຍ​ໆ​ ມີ​ກ້ອນ​ທີ່ຄໍເປັນ​ແຜ​ຊຳເຮື້ອ​ທີ່​ຮັກສາ​ບໍ່​ຫາຍ​ພາຍ​ໃນ​ 3 ອາທິດ​ ແຂ້ວຄ່ອນ​ ແຂ້ວ​ຫຼຸດ​ເນື່ອງ​ມາ​ຈາກ​ເນື້ອງ​ອກ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ຊ່ອງ​ປາກ​
  • ມີ​ອາການ​ຫູ​ອື້​ ກ້ອນ​ທີ່ຄໍ​ ຄັດ​ດັງ​ ເລືອດ​ກຳ​ເດົາ​ ປວດ​ຫົວ​ ໜ້າ​ຊາ​ ເບິ່ງ​ເຫັນ​ພາບ​ຊ້ອນ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ໂພງ​ຫຼັງ​ດັງ​
  • ປວດ​ທ້ອງ​ ນ້ຳ​ໜັກ​ຫຼຸດ​ ເປັນ​ດີ​ຊ່ານ​ 
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ຖົງ​ນ້ຳບີ​ແລະ​ທໍ່​ນ້ຳບີ​
  • ຖ່າຍ​ເປັນ​ເລືອດ​ຫຼື​ມູກ​ປົນ​ເລືອດ​ຫຼື​ມີ​ເລືອດ​ອອກ​​ເປັນ​ເວລາ​ດົນ​ ເຮັດໃຫ້​ມີ​ພາ​ວະ​ຊີດ​ໄດ້​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ລຳ​ໄສ້​ໃຫຍ່​ແລະ​ທະວານ​ໜັກ​
  • ໃນ​ຜູ້ຍິງ​ ກ້ອນ​ໃນ​ທ້ອງ​ນ້ອຍ​ ປວດ​ ແໜ້ນ​ທ້ອງ​ ມີ​ອາການ​ທ້ອງ​ອືດ​ເປັນ​ປະຈຳ​ ແລະ ​ຖ້າ​ກ້ອນ​ມະ​ເຮັງ​ໃຫຍ່​ຫຼາຍ​ຈະ​ກົດ​ກະເພາະ​ຍ່ຽວ​ຫຼື​ລຳ​ໄສ້​ສ່ວນ​ປາຍ​ ເຮັດໃຫ້​ຖ່າຍ​ຍ່ຽວ​ຫຼື​ຖ່າຍລຳບາກ​ ໃນ​ໄລຍະ​ທ້າຍ​ໆ​ອາດ​ມີ​ນ້ຳ​ໃນ​ບໍລິເວນທ້ອງ​ ເຮັດໃຫ້​ທ້ອງ​ໃຫຍ່​ຂຶ້ນ​ກວ່າ​ເກົ່າ ເບື່ອ​ອາຫານ​ ນໍ້າ​ໜັກ​ຫຼຸດ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ຮວຍໄຂ່​
  • ກ້ອນ​ແຂງ​ຫຼື​ປຸ່ມ​ຢື່ນ​ອອກ​ມາ​ຈາກ​ກະດູກ​ ກ້ອນ​ຈະ​ໃຫຍ່​ໄວ​ ຕໍ່​ມາ​ຈະ​ມີ​ອາການ​ປວດ​ຮ່ວມ​ດ້ວຍ​ ບາງ​ຄົນ​ກະດູກ​ຫັກ​ແຕກ​ໄດ້​ງ່າຍ​ຈາກ​ການ​ກະທົບ​ກະ​ເທືອນ​ພຽງ​ນ້ອຍໆ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ກະດູກ​
  • ການ​ປ່ຽນ​ແປງ​ຂອງ​ໄຝ​ ປານ​ ອາດ​ເລີ່ມ​ຕົ້ນ​ເປັນ​ແຜ​ນ້ອຍ​ໆ​ ແລ້ວ​ຄ່ອຍ​ໆ​ ຂະຫຍາຍ​ໃຫຍ່​ຂຶ້ນ​ ສູງໂນນ​ ອາດ​ມີ​ສີ​ດຳ​ທີ່ຂອບ​ໆ​ແລະ​ເມື່ອ​ເປັນຫຼາຍ​ ຈະ​ເປັນ​ກ້ອນ​ຄ້າຍ​ດອກ​ກະ​ຫຼ່ຳ​ປີ​ 
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ຜິວ​ໜັງ​
  • ໃນ​ຜູ້​ຊາຍ​ຍ່ຽວ​ເປັນ​ເລືອດ​ ອ່ອນ​ເພຍ​ ເບື່ອ​ອາຫານ​ ນໍ້າໜັກ​ຫຼຸດ​ແລະ​ອາດ​ມີ​ອາການ​ປວດ​ຫຼັງ​ ປວດ​ກະດູກ​ຮ່ວມ​ດ້ວຍ​
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ຕ່ອມ​ລູກ​ໝາກ​
  • ໜ້າ​ມືດ​ ວຽນ​ຫົວ​ ເມື່ອຍ​ງ່າຍ​ ເລືອດ​ອອກ​ງ່າຍ​ ເປັນ​ຈ້ຳ​ຕາມ​ຕົວ​ ຕ່ອມ​ນ້ຳ​ເຫຼືອງ​ໃຫຍ່​ ອາດ​ພົບ​ກ້ອນ​ໃນ​ທ້ອງ​ເນື່ອງ​ຈາກ​ ຕັບ​ມ້າມ​ໃຫຍ່​ ລະບົບ​ພູ​ມຄຸ້ມ​ກັນ​ຂອງ​ຮ່າງກາຍ​ຜິດ​ປົກກະຕິ​ 
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ເມັດ​ເລືອດ​ຂາວ​
  • ປວດ​ຫົວ​ຫຼາຍ​ໂດຍ​ບໍ່ມີສາ​ເຫດ​ ຕາ​ມົວ​ ຮາກ​ 
ສັນ​ຍານ​ຂອງ​ພະຍາດ​ມະ​ເຮັງ​ແລະ​ເນື້ອງ​ອກ​ໃນ​ລະບົບ​ປະສາດ​

ທີ່ມາ www.news.com.la
Ad