Top Ad

header ads

ຮູ້ຈັກ2 ໜຸ່ມໃຈດີເກັບເງິນສົ່ງຄືນເຈົ້າຂອງ 10 ກວ່າລ້ານ ທີ່ຈຳປາສັກ


​ຂ່າວການເຮັດຄວາດີທີ່ດັງກ້ອງອາທິດຜ່ານມາ,​ ສຳລັບຊາຍໜຸ່ມແດນໃຕ້ທີ່ລາວອັບເດດໄດ້ນຳມາລົງຂ່າວໄປກ່ອນໜ້ານີ້ວ່າເກັບກະເປົ໋າໄດ້ພ້ອມເງິນ 10 ກວ່າລ້ານກີບ ສົ່ງຄືນເຈົ້າຂອງ, ທ້າວ ອະນຸສິດ ນີລະໄຊ ບອກກັບລາວອັບເດດວ່າ ກະເປົ໋າດ່ງກ່າວແມ່ນເກັບໄດ້ໃນຂະນະທີ່ລາວກັບໝູ່ຄົນໜຶ່ງຊື ທ້າວແສງອາລຸນ ສຸກກະເສີມ ພາກັນອອກກວດກາບໍລິເວນທີ່ຕົນຮັບຜິດຊອບເລີຍເຫັນກະເປົ໋າໜ່ວຍໜຶ່ງ ແລ້ວເອົາມາເປີດເບິ່ງປະກົດວ່າມີຊັບສິນຈຳນວນຫຼວງຫຼາຍ ທັງຕົກໃຈບໍ່ຮູ້ຈະເຮັດແນວໃດຈິ່ງນຳເອົາກະເປົ໋ານັ້ນໄປແຈ້ງໃຫ້ຫົວໜ້າເພື່ອເກັບຮັກສາໄວ້ ແລະສົ່ງຄືນຫາເຈົ້າ.



ທ້າວ ອະນຸສິດບອກວ່າ ກະເປົ໋າໜ່ວຍນັ້ນມີເງິນສົດ 10 ກວ່າລ້ານ ເງິນໂດລາ ແລະເງິນບາດຈຳນວນໜຶ່ງ ພ້ອມສາຍຄໍຄຳອີກໜຶ່ງເສັ້ນ ຈາກນັ້ນຍັງມີບັດເອທີເອັມປະມານ 7-8 ບັດກັບພັດສະປອດ ແລະເອກະສານສຳຄັນຈຳນວນໜື່ງ ເມື່ອເຫັນເປັນແນວນັ້ນສິ່ງທຳອິດທີ່ຄິດໃນໃຈ ຄືທັງໝົດທີ່ມີຢູ່ໃນກະເປົ໋າຕ້ອງສຳຄັນກັບເຈົ້າຂອງທ່ີສຸດ ສົມມຸດເປັນເຮົາຕ້ອງທຸກໃຈແນ່ນອນ ກ່ອນຈະຫາເງິນມາໄດ້ສ່ຳນັ້ນ ແນວໃດກໍ່ຕ້ອງສົ່ງຄືນ.


ພາຍຫຼັງເຈົ້າຂອງມາເອົາເຄື່ອງແລ້ວເພິ່ນໄດ້ໃຫ້ເງິນສົມມະນາບຸນຄຸນເປັນເງິນ 6 ແສນກີບ ແລະກໍ່ສະແດງຄວາມດີອົກດີໃຈທີ່ໄດ້ສິ່ງຂອງທັງໝົດກັບຄືນ ຍ້ອນຕົກຢູ່ໃນມືຂອງຄົນດີໆດັ່ງໜຸ່ມ ລປພ ທັງສອງຄົນ ພ້ອມດຽວກັນສັງຄົມກໍ່ໃຫ້ການຍົກຍ້ອງກ່ຽວກັບຄຸນງາມຄວາມດີຂອງທັງສອງຄົນເປັນທີ່ສຸດ ລວມເຖິງຫົວໜ້າບໍລິສັດຈຳປາຮັກສາຄວາມປອດໄພກໍພາກພູມໃຈທີ່ໄດ້ພະນັກງານທີ່ຊື່ສັດມາຢູ່ໃນສັງກັດ ສະນັ້ນ ທາງບໍລິສັດຈຳຮັກສາຄວາມປອດໄພແມ່ນຈະເຮັດໃບຍ້ອງຍໍມອບໃຫ້ທັງສອງຄົນເປັນການສັນລະເສີນຄວາມດີມີນ້ຳໃຈໃນຄັ້ງນີ້.


 ທ້າວອະນຸດສິດ ນີລະໄຊ ແລະທ້າວ ແສງອາລຸນ ສຸກກະເສີມ ປະຈຸບັນຢູ່ບ້ານ ຫົວໂຂງຫາດງີ້ວ ເມືອງໂຂງ ແຂວງຈຳສັກ ເຮັດວຽກເປັນພະນັກງານ ລປພ ຢູ່ບໍລິສັດ ຈຳປາຮັກຄວາມປອດໄພ ແລະໄດ້ໄປປະຈຳການຢູ່ບໍລິສັດປາກຊອງໄຮແລນ ຈຳກັດ.


ທ້າວອະນຸສິດ ນີລະໄຊ ບອກວ່າດ້ວຍສະພາບຄອບຄົວທີ່ທຸກຍາກຕົນຈິ່ງຕັດສິນໃຈອອກຈາກໂຮງຮຽນໄປເຮັດວຽກເປັນພະນັກງານຮັກສາຄວາມປອດໄພຢູ່ບໍລິສັດຈຳປາຮັກສາຄວາມປອດໄພ ເພື່ອຫາເງິນມາຊ່ວຍຕົນເອງ ແລະຄອບຄົວ ຊຶ່ງເງິນເດືອນເຖິງຈະບໍ່ຫຼາຍແຕ່ກໍ່ພໍກຸ້ມຢູ່ ແລະຂໍຢືນຢັນຈະເປັນຄົນດີຂອງສັງຄົມຕະຫຼອດໄປ.


ທີ່ມາ ໂທລະໂຄງ ແລະ https://www.facebook.com/vientnam.khamtanh?hc_ref=ARSXLBo5BR8kO0uXnlj_-qIeEZSyiY6b9ZiDSHFzicqYlEVFzjiDYRXzTZosUolo6ww



Ad