Top Ad

header ads

ກຸ່ມອາບູໄຊຍາບຂ້າຕັດຫົວ 2 ຕົວປະກັນຊາວຫວຽດນາມ


ກຸ່ມ​ໂຕນ​ອາ​ບູ​ໄຊ​ຍາບ ທາງ​ພາກ​ໃຕ້​ຂອງ​ຟີ​ລິບ​ປິນ ຂ້າ​ຕັດ​ຫົວ​ຕົວ​ປະກັນ​ລູກ​ເຮືອ​ສິນຄ້າ​ຊາວ​ຫວຽດນາມ 2 ຄົນ ທີ່​ປຸ້ນ​ເຮືອ ​ແລະ ລັກ​ພາ​ຕົວ​ໄປ​ຮຽກ​ຄ່າ​ໄຖ່​ເມື່ອ 8 ​ເດືອນ​ກ່ອນ.

ສຳນັກ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫລວງ​ມະນິລາ ປະ​ເທດ​ຟີ​ລິບ​ປິນ ​ໃນ​ວັນ​ທີ 5 ກໍລະກົດ​ນີ້​ວ່າ: ​ເຈົ້າໜ້າ​ທີ່​ຟີ​ລິບ​ປິນ​ໄດ້​ຮັບ​ແຈ້ງ​ຈາກ​ປະຊາຊົນ​ວ່າ: ພົບ​ສົບ​ 2 ລູກ​ເຮືອ​ສິນຄ້າ​ຊາວ​ຫວຽດນາມ ຖືກ​ຖິ້ມຢູ່​ປ່າ​ໃກ້​ບ້ານ​ແຫ່ງ​ໜຶ່ງ​ໃນ​ເມືອງ​ຊູ​ມິ​ຊິ​ບ ​ເກາະ​ບາ​ສິລັນ ທາງ​ພາກ​ໃຕ້. ຈາກ​ການກວດ​ສອບ​ຈຸດ​ເກີດ​ເຫດ ​ເຈົ້າໜ້າ​ທີ່​ພົບ​ຮ່າງ​ຂອງ​ຜູ້​ເຄາະ​ຮ້າຍ​ທັງ​ສອງ​ໃນ​ສະພາບ​ຫົວ​ຖືກ​ຕັດຂາດ​ຈາກ​ລຳ​ຕົວ​ທັງ​ສອງ ​ແລະ ຫົວ​ວາງ​ຢູ່​ຂ້າງ​ລຳ​ຕົວ ​ໂດຍ​ເຈົ້າໜ້າ​ທີ່​ພົບ​ສົບ​ເມື່ອ​ເວລາ​ປະມານ 7:00 ​ໂມງ ​ເຊົ້າວັນ​ທີ 4 ກໍລະກົດ.



ຜູ້​ເສຍ​ຊີວິດ​ທັງ​ສອງ​ເປັນ​ສ່ວນ​ໜຶ່ງ​ຂອງ​ລູກ​ເຮືອ​ຊາວ​ຫວຽດນາມ 6 ຄົນ ຂອງ​ເຮືອ​ສິນຄ້າ ​ເອັມວີ ຣໍຍັດ 16 ຂອງ​ຫວຽດນາມ ທີ່​ຖືກ​ກຸ່ມ​ໂຈນ​ອາ​ບູ​ໄຊ​ຍາບປຸ້ນ ​ແລະ ຄວບ​ຄຸມ​ຕົວ​ໄປ​ໃນ​ເດືອນ​ພະຈິກ​ປີຜ່ານມາ, ຂະນະ​ທີ່​ເຮືອ​ຂີ່​ຜ່ານ​ທະ​ເລນ​ອກ​ແຄມ​ຝັ່ງ​ເກາະ​ບາ​ສິລັນ ​ແລະ ລູກ​ເຮືອ​ຄົນ​ໜຶ່ງ​ໃນ​ກຸ່ມ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ເປັນ​ອິດ​ສະລະ ຈາກ​ປະຕິບັດ​ການ​ຂອງ​ທະຫານ​ຟີ​ລິບ​ປິນ ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ.
ລູກ​ເຮືອ​ຊາວ​ຫວຽດນາມ​ອີກ 3 ຄົນຍັງ​ຢູ່​ນຳ​ກຸ່ມ​ອາ​ບູ​ໄຊ​ຍາບ ຮ່ວມ​ກັບ​ຕົວ​ປະກັນ​ທັງ​ໝົດ 22 ຄົນ ​ເຊິ່ງ​ເປັນ​ຄົນ​ຕ່າງປະ​ເທດ 14 ຄົນ ​ແລະ ຄົນ​ຟີ​ລິບ​ປິນ 8 ຄົນ. ອາ​ບູ​ໄຊ​ຍາບ ​ເຊິ່ງມີ​ຖານ​ທັບ​ຢູ່​ເກາະ​ໂຈ​ໂລ ​ແລະ ​ເກາະ​ບາ​ສິລັນ ມັກ​ຂ້າ​ຕັດ​ຫົວ​ຕົວ​ປະກັນ ​ເມື່ອ​ບໍ່​ໄດ້​ຮັບ​ເງິນ​ຄ່າ​ໄຖ່​ຕາມ​ຮຽກຮ້ອງ. ​ເດືອນ​ກຸມພາ​ຜ່ານ​ມາ, ທ່ານ ​ເຈີ​ເກນ ຄານ​ເນີ ຕົວ​ປະກັນ​ຄົນ​ເຢຍລະ​ມັນ ອາຍຸ 70 ປີ ຖືກ​ກຸ່ມ​ອາ​ບູ​ໄຊ​ຍາບຂ້າ​ຕັດ​ຫົວ ​ເມື່ອ​ບໍ່​ໄດ້​ເງິນ​ຄ່າ​ໄຖ່​ທີ່​ຮຽກຮ້ອງ​ຈຳນວນ 30 ລ້ານ​ເປ​​ໂຊ (ປະມານ 4.896 ລ້ານ​ກີບ).

ທາງ​ດ້ານ​ຄວາມ​ຄືບ​ໜ້າ​ປະຕິບັດ​ການ​ຂອງ​ກອງ​ກຳລັງ​ຄວາມ​ໝັ້ນຄົງ​ຟີ​ລິບ​ປິນ ກວາດ​ລ້າງ​ກຸ່ມ​ກະບົດ​ເມົາ​ເຕ ທີ່​ບຸກຍຶດ​ເມືອງ​ມາລາ​ວີ ​ເກາະ​ມິນ​ດາ​ເນົາ ທາງ​ພາກ​ໃຕ້ ​ແຕ່​ວັນ​ທີ 23 ພຶດສະພາ. ຫລ້າ​ສຸດ​ເຈົ້າໜ້າ​ທີ່​ກອງທັບ​ເປີດ​ເຜີຍ​ໃນ​ວັນ​ທີ 5 ກໍລະກົດ​ວ່າ: ການ​ສູ້​ຮົບ​ເປັນ​ເວລາ 6 ອາທິດ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ແລ້ວ​ຢ່າງ​ໜ້ອຍ 460 ຄົນ ປະກອບ​ມີ​ນັກຮົບ​ກະບົດ​ຢ່າງ​ໜ້ອຍ 336 ຄົນ, ທະຫານ ​ແລະ ຕຳຫລວດ 85 ຄົນ ​ແລະ ພົນລະ​ເຮືອນ 39 ຄົນ.
ວີດີໂອຂ່າວ



CR ລາວພັດທະນາ


Ad