Top Ad

header ads

ໂງ່ມາຕັ້ງດົນ...! ໃບສີດາຊ່ວຍຈັດການກັບຮອຍຫ່ຽວສິວຈຸດດ່າງດຳ ແລະ ພະຍາດພູມແພ້ຜິວໜັງໄດ້



ການໃຊ້ປະໂຫຍດຈາກໃບສີດາສຳລັບບັນຫາຜິວໜັັງ

1. ການກຳຈັດຮອຍຫ່ຽວ
ທາງວິທະຍາສາດສະແດງໃຫ້ເຫັນແລ້ວວ່າ ໃບສີດາມີປະໂຫຍດຫລາຍກວ່າໝາກສີດາ ມັນເຕັມໄປດ້ວຍສານຕ້ານອະນຸມູນອິດສະຫລະ ແລະ ສານອາຫານຈາກພືດ ຊ່ວຍຕ້ານມະເຮັງ ແລະ ທຳລາຍສານອະນຸມູນອິດສະຫລະໃນຮ່າງກາຍ ໃບສີດາຊ່ວຍຕໍ່ຕ້ານຮອຍຫ່ຽວໄດ້ ນອກຈາກນີ້ມັນຍັງມີປະໂຫຍດຢ່າງຫຼວງຫລາຍໃນການບຳລຸງຜິວໜັງ

2. ການຮັກສາສິວ
ໃບສີດາຈະມີປະໂຫຍດຫລາຍເມື່ອເກີດສິວ ເພາະມັນມີຄຸນສົມບັດຕ້ານເຊື້ອແບກທີເຣຍທີ່ແຂງແກ່ນ ນອກຈາກການຮັກສາສິວແລ້ວໃບສີດາສາມາດບຳລຸງຜິວຂອງເຮົາ ແລະ ຫລຸດການເກີດສິວໄດ້ເປັນຢ່າງດີ ນີ້ຄືຄຳຢືນຢັນທາງວິທະຍາສາດທີ່ຖືກຕີພິມໃນວານສານອາເມຣິກາ ແລະ ແພດແຜນຈີນ

3. ຊ່ວຍໃຫ້ຈຸດດ່າງດຳໃຫ້ຈາງລົງ
ໃບສີດານອກຈາກຈະໃຊ້ຮັກສາສິວແລ້ວ ຍັງຊ່ວຍຮັກສາຝ້າໄດ້ອີກດ້ວຍ ມັນເຮັດຫນ້າທີ່ປັບສີ ແລະ ຊ່ວຍຫລຸດການລະຄາຍເຄືອງ ແລະ ຂ້າອໍຣ໌ກະນິດຊຶມ

4. ຮັກສາພູມແພ້ຜິວໜັງ
ໃບສີດາໄດ້ຮັບການພິສູດແລ້ວວ່າມີປະໂຫຍດຫລາຍໃນການປິ່ນປົວພະຍາດພູມແພ້ຜິວໜັງ ຫລຸດຮອຍແດງແລະ ການລະຄາຍເຄືອງທີ່ເກີດຈາກບັນຫານີ້ ນອກຈາກນີ້ມັນຍັງມີຄຸນສົມບັດປ້ອງກັນອາການແພ້ ແລະ ປ້ອງກັນການສ້າງຮີດຕາມີນ (ສານເຄມີທີ່ຖືກປ່ອຍອອກມາຈາກຮ່າງກາຍເປັນສ່ວນຫນຶ່ງຂອງການແພ້ທີ່ກໍ່ໃຫ້ເກີດອາການຄັນ ຈາມ ແລະ ບວມ )

ວິທີຮັກສາ

ໃນກໍລະນີຂອງພະຍາດພູມແພ້ຜິວໜັງ ໃຫ້ໃຊ້ໃບສີດາອົບແຫ້ງໃສ່ລົງໄປໃນອ່າງນ້ຳອຸ່ນ ມັນມີປະສິດທິພາບຊ່ວຍບັນເທົາອາການຄັນ ແລະ ຮອຍແດງ ຊ່ວຍເຮັດໃຫ້ການລະຄາຍເຄືອງຫລຸດລົງ ສຳລັບບັນຫາອື່ນໆ ໃຫ້ໃຊ້ໃບສີດາຊອຍ 2-3 ໃບນຳໄປຕົ້ມໃຫ້ເດືອດ ແລະ ຂ້ຽວຖິ້ມໄວ້ຈົນກວ່ານ້ຳຈະກາຍເປັນສີນ້ຳຕານ 

ຈາກນັ້ນລໍຖ້າໃຫ້ເຢັນຈຶ່ງເລີ່ມໃຊ້ ເມື່ອເຢັນລົງແລ້ວ ນຳມາທາຖິ້ມໄວ້ໃຫ້ທົ່ວໃບໜ້າ ຫລື ບໍລິເວນທີ່ມີບັນຫາ ໂດຍໃຊ້ສຳລີທາຖິ້ມໄວ້ປະມານ 15 ນາທີແລ້ວລ້າງໜ້າດ້ວຍນ້ຳອຸ່ນ ເພື່ອໃຫ້ໄດ້ຜົນລັບທີ່ດີຂຶ້ນຄວນເຮັດຊ້ຳສອງເທື່ອຕໍ່ອາທິດ 






ຮຽບຮຽງຈາກ https://www.youtube.com/watch?v=hLFnBooYL5A
Ad