Top Ad

header ads

ສອງສາວລາວຖືກຕົວະໄປຈີນ ຢາກ ກັບບ້ານ...!

(ເປັນພຽງພາບປະກອບ)

ແມ່ຍິງເມືອງປາກງື່ມ ນະຄອນຫລວງວຽງຈັນ 2 ຄົນ ອາຍຸ 20 ປາຍປີ ກຳລັງຫາທາງກັບບ້ານ ພາຍຫລັງ ທັງສອງຄົນ ຖືກຄົນຈີນ ຍົວະ ແຕ່ງດອງ ແລະຕົວະຕົ້ມໄປ ປະເທສຈີນ ດົນແລ້ວ. ໃນຈຳນວນສອງນາງນັ້ນ ນາງນຶ່ງ ຖືກບັງຄັບ ໃຫ້ເຮັດວຽກໜັກ ໃນສວນກ້ວຍ ແລະ ຖືກຜົວທຸບຕີ ແລະ ອີກຄົນນຶ່ງ ຢາກກັບຄືນບ້ານ ແຕ່ຜົວບໍ່ຍອມ ໃຫ້ກັບ. ຕາມການ ເປີດເຜີຍຂອງເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ໃນ ວັນທີ 21 ກໍຣະກະດາ 2017 ນີ້:
"ເມືອງປາກງື່ມສອງຄົນ ຂະເຈົ້າໄປຢູ່ຈີນແລ້ວ ຖືກວຽກໜັກ ນາງນຶ່ງຫັ້ນແຫລະນໍ ນາງນຶ່ງ ແມ່ນຂະ ເຈົ້າຜູ້ນັ້ນບໍ່ໄດ້ຕີ ແຕ່ທຳອິດຫັ້ນຕີ ດຽວນີ້ຫັ້ນບໍ່ຕີ ແຕ່ວ່າ ເຮັດວຽກໜັກ ເຮັດວຽກຢູ່ສວນກ້ວຍ ລາວວ່າ ແລ້ວກໍພາສປອດ ບໍ່ມີ ແລ້ວລາວທົນ ບໍ່ໄດ້ຫັ້ນໜາ".
ນາງເວົ້າວ່າ ແມ່ຍິງລາວທັງສອງຄົນນັ້ນ ໄປຢູ່ກັບຜົວດົນແລ້ວ ທີ່ແຂວງຫົວເປັ່ຍ ປະເທສຈີນ ແລະທັງສອງ ໄດ້ຕິດຕໍ່ຫາ ເຈົ້າໜ້າທີ່ຈີນ ວ່າຢາກກັບຄືນບ້ານ ແຕ່ກໍບໍ່ເປັນ ໄປໄດ້ ຍ້ອນຜົວຍຶດໜັງສື ຜ່ານແດນໄວ້ ແລະ ບັງຄັບບໍ່ໃຫ້ກັບ.
ປັດຈຸບັນ ແມ່ຍິງທັງສອງຄົນນີ້ ພຍາຍາມ ຊອກຫາວິທີກັບຄືນລາວ ຢູ່ ແລະທີ່ຜ່ານມາ ພວກນາງ ກໍເຄີຍຄິດໜີ ຄັ້ງນຶ່ງແລ້ວ ໂດຍໄປແຈ້ງ ຕຳຣວດຈີນ ແຕ່ຖືກ ຕຳຣວດ ສົ່ງຕົວ ກັບໃຫ້ຜົວຄືນ ດັ່ງທີ່ນາງ ກ່າວວ່າ:
"ບໍ່ໄດ້ແຈ້ງຕຳຣວດ ຄັນແຈ້ງຕຳຣວດ ຕຳຣວດຈະຍາວຢຽດ ຖາມປະວັດຍາວຢຽດ ແລ້ວຈະບໍ່ໄດ້ໜີ ເພາະວ່າເຂົາເຄີຍ ມີປະສົບການ ເຂົາ ໜີໄປ ແຈ້ງຕຳຣວດ ໄປຜ່ານທາງ ຊ່ອງທາງການຈັ່ງຊີ້ ແຈ້ງຕຳຣວດ ທີ່ຢູ່ເມືອງເຂົາຫັ້ນນະ ບໍ່ໄດ້ໜີ ຖືກຈັບມາສົ່ງຄອບຄົວ ເຂົາຄືນ".
ນາງກ່າວຕື່ມອີກວ່າ ໃນຣະຍະທີ່ຜ່ານມາ ແມ່ຍິງລາວ ທີ່ຖືກຕົວະຕົ້ມໄປຈີນ ສ່ວນຫຼາຍຖືກຕົວະແຕ່ງງານ ກັບຄົນຈີນ ຈົດທະບຽນ ແລ້ວ ພາໄປຈີນ ບ່ອນທີ່ຖືກບັງຄັບ ໃຫ້ ເຮັດວຽກໜັກ, ຖືກທຳຮ້າຍ ຮ່າງກາຍ. ເວລາໄປຂໍຄວາມຊ່ວຍເຫລືອ ຈາກ ເຈົ້າໜ້າທີ່ ທາງການຈີນ ກໍຖືກສົ່ງກັບຄືນ ໃຫ້ຜູ້ເປັນຜົວ ໂດຍໃຫ້ເຫດຜົລ ວ່າເປັນເຣຶ່ອງ ຄອບຄົວ.

ທີ່ມາ www.rfa.org
Ad