Top Ad

header ads

ອຸທະຫອນ ກິນເຫັດເບື່ອເສຍຊີວິດ ທີ່ຫຼວງພະບາງ...! ທຸກຄົນຕ້ອງລະວັງເດີ



ເລື່ອງລາວທີ່ລາວອັບເດດນຳສະເໜີມື້ນີ້ກ່ຽວກັບການກິນເຫດເບື່ອບໍ່ແມ່ນພຽງເປັນການເຕືອນໄພແຕ່ແມ່ນເຫດການທີ່ເກີດຂຶ້ນແລ້ວຢູ່ບ້ານຫ້ວຍໂອດເມືອງປາກອູ ແຂວງຫຼວງພະບາງ ຄົນໃນຮູບປະຈຸບັນເສຍຊີວິດແລ້ວຍ້ອນກິນເຫັດ.

ເລື່ອງລາວເກີດຂຶ້ນໃນວັນທີ 16 ກໍລະກົດ 2017 ຜ່ານມາ ຊຶ່ງຜູ້ເຫັນເຫດການເລົ່າວ່າ ໃນວັນທີ 16 ຜູ້ເສຍຊີວິດກັບພໍ່ແມ່ພາກັນໄປເສຍຫຍ້າສວນຮອດຕອນສວາຍບໍ່ມີຫຍັງກິນລູກສາວ(ຜູ້ຕາຍ) ຈິ່ງໄປຫາເຫັດມາຕົ້ມສູ່ກັນກິນ ແຕ່ພາຍຫຼັງກິນແລ້ວນາງເກີດອາການວິນຫົວປວດຮາກ ຜູ້ເປັນແມ່ຈິ່ງບອກໃຫ້ເອົາເອົາມືຈົກເພື່ອຮາກອອກມາໃຫ້ໝົດແລ້ວເຫດການຈະດີຂຶ້ນ ແຕ່ເມື່ອຮາກໝົດລູກສາວມີອາການອ່ອນເພຍຫຼາຍ ຫາກຍັງບໍ່ພາກັນກັບຕອນນັ້ນເທື່ອ ຍັງສືບຕໍ່ເສຍຫຍ້າສວນຮອດຕອນແລງຄ່ອຍກັບບ້ານ ອາການຂອງລູກສາວບໍ່ດີຂຶ້ນເລີຍກົງກັນຂ້າມເຮ່ງເປັນແຮງຂຶ້ນເລື້ອຍໆ ຈິ່ງຕັດສິນໃຈນຳໄປໂຮງໝໍ ແຕ່ເນື່ອງຈາກສະພາບຮ່າງກາຍອ່ອນເພຍເກີນໄປ ຈິ່ງສິ້ນໃຈກາງທາງກ່ອນສົ່ງເຖິງມືໝໍ.



ເຫດການຄັ້ງນີ້ຫຼາຍຄົນຕັ້ງຂໍ້ສົງໄສວ່າ: ພໍ່ກັບແມ່ກໍ່ໄດ້ກິນເຫັດຄືກັນແຕ່ບໍ່ເປັນຫຍັງ ແລ້ວເຫດໃດລູກສາວເຖິງຂັ້ນເສຍຊີວິດ ຫຼື ລູກສາວໄດ້ກິນຫຼາຍກວ່າ ຫຼື ມີໂລກປະຈຳຕົວຢູ່ຈິ່ງເກີດເຫດການແບບນີ້ຂຶ້ນ.

ຢ່າງໃດກໍ່ຕາມໃນລາຍງານບໍ່ໄດ້ລະບຸວ່າ: ການເບື່ອເຫັດຄັ້ງນີ້ແມ່ນເຫັດປະເພດໃດກິນຫຼາຍປານໃດ, ແຕ່ທ່ານຜູ້ອ່ານທີ່ເຫັນຂ່າວນີ້ແລ້ວຄວນບອກຕໍ່ໆກັນບໍ່ໃຫ້ກິນເຫັດທີ່ບໍ່ຄຸ້ນເຄີຍ ຫຼື ເຖິງຈະເປັນແນວທີ່ເຄີຍກິນກໍ່ຕາມຫາກມີອາການຜິດປົກກະຕິຕ້ອງຮີບຮ້ອນໄປໂຮງໝໍໂດຍດ່ວນທີ່ສຸດ ເພື່ອຄວາມປອດໄພຂອງຊີວິດ.

ທີມງານ YOULIKELAOS ຂໍສະແດງຄວາມເສຍໃຈກັບຄອບຄົວຜູ້ເສຍຊີວິດດ້ວຍ

ທີ່ມາ ລາວອັບເດດ

Ad