Top Ad

header ads

ປະກາດຫາເຈົ້າຂອງລົດສະຕາແລັກຈອດຖິ້ມປະໄວ້ຢູ່ເຂດບໍ່ເຕັນ ສ່ວນຜູ້ຂັບຖືກຂ້າຕາຍ



ປະກາດຫາຍາດຕິພີ່ນ້ອງ ຫລື ບໍລິສັດກ່ຽວຂ້ອງໃຫ້ມາຕິດຕໍ່ພົວພັນເອົາລົດຕູ້ສະຕາແລັກ ຫຍີ່ຫໍ້ຮຸ່ນໄດຈອດຖິ້ມປະໄວ້ທີ່ເຂດດ່ານບໍ່ເຕັນ ແຂວງຫລວງນໍ້າທາ. ອີງຕາມເຟສບຸກຂອງ ທ່ານ ວັນນະຄອນ, ນາງ ຕາກຸ້ງ ແລະ ນາງ ອິສຸດາພອນໄດ້ແຈ້ງຜ່ານເຟສບຸກປະເທດລາວດັ່ງນີ້: ໄດ້ເຫັນລົງຂ່າວວ່າເຫັນລົດຕູ້ຂອງຄົນທີ່ຖືກຂ້າຕາຍຢູ່ບ້ານກົກງິ້ວ ແຂວງຫຼວງພະບາງ ແລະ ມື້ນີ້ມີຄົນເອົາມາຈອດຖິ້ມໄວ້ຢູ່ເຂດຊາຍແດນບໍ່ເຕັນແຂວງຫລວງນໍ້າທາ ສະນັ້ນ



ຢາກໃຫ້ຊ່ວຍຕິດຕໍ່ໄປຫາພີ່ນ້ອງເພີ່ນແດ່ໄດ້ບໍ່? ເບີໂທນ້ອງເມຍຜູ້ຕາຍຊື່: ທ້າວວົງເດືອນ (5859 2159).
ສ່ວນນາງ ອິສຸດາພອນໄດ້ໃຫ້ລາຍລະອຽດວ່າ: ເຈົ້າຂອງລົດຕູ້ສະຕາແລັກແມ່ນ ຊື່: ທ້າວ ແພງ ເປັນຜົວຂອງນ້າຕົນເອງ ຊື່: ທອງ ຢູ່ບ້ານພູຫມອກ ເມືອງ, ແຂວງຫລວງພະບາງ ເຊິ່ງເຫດເກີດຈາກການໄປສົ່ງແຂກທີ່ວັງວຽງ ແລະ ແຂກແມ່ນເປັນຄົນຈີນ ໄປນຳກັນ 2ຄົນ ແຕ່ພໍໄປຮອດສະຖານທີ່ເຫັນວ່າແຂກຈີນໄດ້ຜິດໃຈກັນເພາະຄົນ 1 ຕ້ອງການຢາກຈະນອນຄ້າງຄືນ ແຕ່ອີກຄົນ 1 ຕອ້ງການຈະກັບ ສະນັ້ນອາວຂອງຕົນເອງເລີຍຕັດສີນໃຈພາກັບ ມາຫລວງພະບາງເພື່ອສົ່ງແຂກຄົນຈີນອີກຄົນ ພໍຂາກັບຕອນແລງກໍເກີດເຫດການ ຄາດຕະກຳກັນຂຶ້ນ. 
ສຸດທ້າຍຮູ້ນຳຫລັງວ່າແຂກຈີນທັງ 2ຄົນດັ່ງກ່າວອາດບໍ່ມີເງິນຫລື ຫມົດຕົວ ເນື່ອງຈາກວ່າເຈົ້າຂອງເຮືອນພັກແຈ້ງວ່າຍັງຄ້າງຄ່າເຊົາລົດ ກັບ ຄ່າເຮືອນພັກໄວ້ ດຽວນີ້ຍາດຜູ້ເຄາະຮ້າຍຈໍານວນຫນຶ່ງບອກວ່າຮູ້ແລ້ວແລະກຳລັງຈະດໍາເນີນຄະດີຕໍ່ຜູ້ລົງມືຂ້າໃຫ້ເຖີງທີ່ສຸດ ແຕ່ຢ່າງໃດກໍຂໍໃຫ້ໄດ້ລົດກັບມາກ່ອນ ເພາະລົດຫາກໍຊື້ແລະຫາແລ່ນປ້າຍມາໄດ້ 2ເດືອນປາຍ.





Ad