Top Ad

header ads

ການແພດໄປໄກແທ້ໆ ສາມາດຮັກສາມືທີ່ໝຸ່ນຂາດແບບນີ້ກໍ່ໄດ້





ຫລາຍທ່ານອາດຈື່ໄດ້ ເມື່ອປະມານຕົ້ນປີ 2016 ເຄີຍມີການລາຍງານຂ່າວກ່ຽວກັບຊາຍ ຊາວບຣາ ຊິນ Carlos Mariotti ເຮັດວຽກເປັນຄົນຄວບ ຄຸມເຄື່ອງຈັກ, ແຕ່ເກີດອຸປະຕິເຫດ ເມື່ອລາວຖືກເຄື່ອງ ຈັກດູດມືເຂົ້າໄປຈົນໝຸ່ນ ແລະ ຖືກນຳສົ່ງໂຮງໝໍຢ່າງ ຮີບດ່ວນ.


ທ່ານໝໍ Boris Brandao ຜູ້ຊ່ຽວຊານ ການຜ່າຕັດ ແລະ ຕົກແຕ່ງຜິວໜັງ ເລີຍເກີດແນວ ຄິດໃນການຜ່າຕັດໜ້າທ້ອງຂອງຄົນເຈັບເອົາມືທີ່ໄດ້ ຮັບບາດເຈັບໃສ່ເຂົ້າໄປໃນກະເພາະ ອາຫານເພື່ອ ໃຫ້ຮ່າງກາຍສ້າງກ້າມຊີ້ນ, ສານອາຫານ ແລະ ເຊື່ອມຕໍ່ເສັ້ນເລືອດຂຶ້ນມາໃໝ່. ອີກທັງຍັງເປັນ ການປ້ອງກັນການຕິດເຊື້ອຢູ່ມືຂອງຄົນເຈັບນຳອີກ.



Carlos ຕ້ອງທົນທໍລະມານຢູ່ແບບນີ້ປະມານ 6 ອາທິດເພື່ອໃຫ້ມືກັບມາມີສະພາບທີ່ສົມບູນ. ໃນລະ ຫວ່າງນັ້ນ Carlos ຕ້ອງດຳລົງຊີວິດປະຈຳວັນ ໂດຍມີພັນລະຍາ ແລະ ລູກຊ່ວຍ ເຫລືອເບິ່ງແຍງ, ແຕ່ກໍກັງວົນຢ້ານຕົນເອງຈະຫລົງດຶງມືອອກຈາກ ໜ້າທ້ອງ.


ເມື່ອເວລາຜ່ານໄປ 6 ອາທິດ, ມືຂອງ Carlos ເລີ່ມກັບມາເປັນຮູບເປັນຮ່າງອີກ ແລະ ພ້ອມຈະຜ່າຕັດອອກຈາກໜ້າທ້ອງແລ້ວ ແລະ ຜົນ ໄດ້ຮັບຖືວ່າດີຫລາຍເມື່ອທຽບໃສ່ຕອນທີ່ລາວ ເກີດ ອຸປະຕິເຫດໃໝ່ໆ.
ເມື່ອເອົາມືອອກມາໄດ້ແລ້ວກໍຕ້ອງໄດ້ປິ່ນປົວ ເພື່ອໃຫ້ບາດແຜດີຂຶ້ນຕໍ່ໄປອີກ, ກ່ອນທີ່ ທ່ານໝໍ Boris ຈະວາງແຜນຜ່າຕັດຄັ້ງຕໍ່ໄປເພື່ອແຍກມືທີ່ ເປັນກ້ອນຂອງລາວອອກ ໃຫ້ກາຍເປັນນິ້ວມືແບບປົກກະຕິ. ໃນລະຫວ່າງນັ້ນ Carlos ຕ້ອງຝຶກໃຊ້ມືເບື້ອງຊ້າຍຂອງລາວໃນການເຮັດພາລະກິດ ປະຈຳວັນແບບງ່າຍໆທັງການຈັບມືຖື, ໃສ່ຖົງຕີນ, ຈັບແປງ ຖູແຂ້ວ.



ຂໍໃຈທີ່ມາ www.laophattananews.com
Ad