Top Ad

header ads

ມາເບິ່ງຂັ້ນຕອນການໄປເຮັດ Passport ງ່າຍກວ່າທີ່ທ່ານຄິດຖ້າເຮັດຕາມນີ້:


(ອ່ານໃຫ້ລະອຽດ ອ່ານດີໆໃຫ້ມັນຈົບຄ່ອຍຖາມເນີ້ແລະບໍ່ໄດ້ຮັບເຮັດ)
ມື້ນີລອງໄປເຮັດ Passport ດ້ວຍຕົວເອງມາ (ຄົນນະຄອນຫລວງ) ເພື່ອຄົນທີ່ຢາກມີພາສປອດ ແນະນຳໄປລອງເຮັດເບີ່ງເດີ້ ເຮັດງ່າຍກະທັດຮັດບໍ່ຫລາຍຂັ້ນຕອນແລ້ວ ແລະສະດວກສະບາຍວ່ອງໄວກວ່າເກົ່າຫລາຍ ມີແຕ່ຂຽນຟອມເຊັນແຕ່ບ້ານໄປຍື່ນເລີຍ ບໍ່ຕ້ອງເຊັນເມືອງ ຕ່າງຈາກແຕ່ກີ້ 👏🏼👏🏼


#ເອກະສານແລະສິ່ງທີ່ຕ້ອງຕຽມຕາມນີ້ເລີຍ 👇🏼
- ການແຕ່ງໂຕ ຕ້ອງຜົມດຳ ໃສ່ເສື້ອມີຄໍ ແລະເສື້ອສູດ(ສີດຳຫລືກົມ ບໍ່ແມ່ນສີຂາວ) ຜູ້ຊາຍໃສ່ສົ້ງຂາຍາວ, ຜູ້ຍິງແມ່ນນຸ່ງສິ້ນ
- ປຶ້ມສຳມະໂນຄົວແທ້ ແລະ ກ໊ອບປີ້ 1 ຊຸດ
- ບັດປະຈຳໂຕແທ້ ແລະ ກ໊ອບປີ້ 1 ໃບ
- ຮູບ 4x6 ໃສ່ສູດ ແບບສາກົນ 1 ໃບ
- ແບບຟອມຄຳຮ້ອງ 1 ສະບັບ (ສາມາດດາວໂຫລດແລ້ວປິ້ນແບບຟອມໄດ້ຕາມລິ້ງນີ້ 👉🏼http://www.mofa.gov.la/images/passport/Ordinary.pdf ຫລື ໄປຊື້ຢູ່ຕາມຮ້ານຖ່າຍຮູບຕໍ່ຫນ້າບ່ອນເຮັດ passport ກະມີປະມານ 2000-3000 ກີບ) ແບບຟອມແມ່ນໃຊ້ແຕ່ໂຕທີ່ຂ້ອຍໂພສຮູບລົງເດີ້ ເພາະໃນລິ້ງມັນຈະມີສອງໂຕ
*ເວລາເຊັນບ້ານຢ່າລືມຈຳ້ກາບ້ານໃສ່ບໍລິເວນລຸ່ມເບື້ອງຂວາຂອງຮູບເຮົານຳເດີ້(ຈຳ້ໃຫ້ຖືກແກ້ມຫລືຄາງເຮົາແນ່ນ້ອຍຫນຶ່ງ) ຈາກນັ້ນກະເອົາຟອມ,ສຳມະໂນແທ້+ກ໊ອບ ແລະ ບັດປະຈຳໂຕແທ້+ກ໊ອບ ໄປຍື່ນຢູ່ບ່ອນເຮັດ Passport ໄດ້ເລີຍ(ແຖວອານຸ). ແນະນຳໄປຕອນເຊົ້າເດີ້ ຄ່ອຍສະດວກ ບ່ອນຈອດລົດກະຈະງ່າຍນຳ


👉🏼 ຂັ້ນຕອນໄປຍື່ນ: ອັນດັບແລກນຳເອກກະສານໄປຍື່ນຢູ່ຊ່ອງຂໍບັດຄິວເພື່ອເຂົ້າສຳພາດທີ່ຢູ່ຕຶກສຳພາດຊ້າຍມື ເຊິ່ງຈະມີໃຫ້ເລືອກແບບຂອງ Passport.
1. Passport (ແບບທຳມະດາ ແບບເກົ່າ ມີ 32 ຫນ້າ) ລາຄາ 300.000ກີບ. (ທີ່ໄດ້ຂຽນຟອມເວລາເດີນທາງເຂົ້າອອກປະເທດ)
2. E-Passport (ແບບໃຫມ່ ມີ 48 ຫນ້າ) ລາຄາ 400.000ກີບ. (ສະດວກກວ່າ ເພາະຈະບໍ່ໄດ້ຂຽນແບບຟອມເຂົ້າອອກປະເທດໃຫ້ຫຍຸ້ງຍາກ ເພາະຈະໄດ້ສະແກນລາຍນິ້ວມືແທນ ເຊິ່ງເພິ່ນກຳລັງຈະໃຊ້ໃນໄວໆນີ້ແລ້ວ)
ຫລັງຈາກໄດ້ບັດຄິວເຂົ້າສຳພາດແລ້ວກໍເຂົ້າໄປນັ່ງຕາກແອເຢັນໆລໍຖ້າ ຂ້ອຍເອງໃຊ້ເວລາຖ້າພຽງ 3 -4 ນາທີ ເວົ້າແທ້!! (ຫລືເປັນນຳໂຊກດີ 🤔) ອາດເປັນນຳມີປ່ອງສຳພາດຫລາຍປ່ອງຕິ ປະຢັດເວລາອຳນວຍຄວາມສະດວກໃຫ້ເຮົາເຕັມທີ່ ພະນັກງານຫນ້າຕາດີນິໄສດີຍິ້ມແຍ້ມ 👏🏼👏🏼 ຕ່າງຈາກປີກ່ອນໆທີ່ຕ້ອງໄດ້ໃຊ້ເວລາຫມົດມື້ເພື່ອຢືນຖ້ານັ່ງຖ້າເຂົ້າຄິວປົນກັບຄົນອີກເປັນຮ້ອຍ 🙄ແຕ່ດຽວນີ້ແມ່ນຊິວໆສະບາຍໃຈ ຕອນເຂົ້າສຳພາດຂະເຈົ້າຈະຖາມກ່ຽວກັບປະຫວັດເຮົາໄປນຳ ພ້ອມຖ່າຍຮູບຜ່ານຫນ້າຈໍຄອມພິວເຕີ ແລະຈຳ້ໂປ້ສະແກນລາຍນິ້ວມືຜ່ານລະບົບທີ່ທັນສະໄຫມ ມືບໍ່ເປື້ອນ 555 ລວມໆຄືດີງາມ 😄
ສຳພາດແລ້ວເພິ່ນກະຈະເອົາບິນໃຫ້ໄປຈ່າຍເງິນຢູ່ຊ່ອງ 16 ທາງດ້ານນອກທີ່ຢູ່ກົງກັນຂ້າມກັບຕຶກສຳພາດ ຫລັງຈ່າຍເງິນແລ້ວເຮົາກະຈະໄດ້ບິນນັດມື້ໄປເອົາ Passport. ມື້ໄປເອົາເຮົາກະໄດ້ສະແກນລາຍນິ່ວມືອີກຄັ້ງເພື່ອຮັບ passport ໂຕເອງ (ແນະນຳໄປກ່ອນເວລາກະດີເດີ້ ເຮົາຍື່ນບິນກ່ອນຫມູ່ຈຶ່ງໄດ້ໄວ ໃຜໄປຊ້າກະໄດ້ຖ້າດົນນນ)


- ເອົາດ່ວນ 1-2 ມື້ ຈ່າຍຕື່ມ 150.000ກີບ
- ເອົາດ່ວນ 3 ມື້ ຈ່າຍຕື່ມ 100.000ກີບ
- ເອົາ 5ມື້ - 1 ອາທິດ ຈ່າຍຕື່ມ 50.000ກີບ
- ຖ້າບໍ່ຟ້າວ ຈະລໍຖ້າຕາມມື້ທີ່ຂະເຈົ້າຈະນັດໃຫ້ເອງແມ່ນບໍ່ໄດ້ຈ່າຍເພີ່ມ ເຊິ່ງຖ້າປະມານ 2 ອາທິດປາຍ (ຕິ)
*ເຊິ່ງໂຕນີ້ດີຕໍ່ຄົນທີ່ມີວຽກຈຳເປັນຕ້ອງໃຊ້ດ່ວນ ສຳຫລັບໃຜບໍ່ຢາກຈ່າຍຫລາຍກະໄປເຮັດປະໄວ້ແຕ່ເນີ້ນໆລະກະແລ້ວ
ຂ້ອຍໄປມື້ນີ້ 10 ໂມງເຊົ້າ ແລ້ວປະມານ 11 ໂມງ (ແຕ່ເອກະສານຕ້ອງກຽມພ້ອມແລ້ວເດີ້)
ເຮັດວັນສຸກທີ 25.11.2016 ມື້ນັດໄປເອົາແມ່ນ ວັນຄານທີ 29.11.2016 ( 3ມື້ ຕາມວັນລັດຖະການ ບໍ່ໄລ່ເສົາທິດ)
ຂ້ອຍເຮັດ E-Passport (ແບບໃຫມ່) 400.000ກີບ+100.000ກີບ ລວມເປັນ 500.000ກີບ 😊
ປລ1: ຖ້າບໍ່ຄ້ານກະລອງໄປເຮັດເອງ ຫາປະສົບການໃຫ້ໄດ້ຮຽນຮູ້
ປລ2: ເຮັດຕາມລະບຽບທຸກຂັ້ນຕອນໂຕຈິງທີ່ເພິ່ນໃຫ້ເຮັດ ແບ່ງປັນຕາມປະສົບການທີ່ພົບພໍ້ມາ
ປລ3: ມາເລົ່າໃຫ້ຟັງຊື່ໆ ເລື່ອງເຮັດພາສປອດໃຫມ່ທີ່ໄປເຮັດມາ ສ່ວນເລື່ອງອື່ນໆນອກນີ້ບໍ່ຮູ້ເດີ້ ຫາຂໍ້ມູນຕື່ມເອົາເອງ ແລະບໍ່ສະດວກໃຫ້ເບີຕິດຕໍ່ ຂອບໃຈ 🙏🏻

ຂໍ້ມູນຈາກ facebook : Papao Souphalak
Ad