Top Ad

header ads

ຜູ້ຊາຍຊາວຈີນຂັບລົດຕໍາແລ້ວຫນີ ສຸດທ້າຍບໍ່ຍອມຮັບຜິດ ແລະ ລົງມືຕີເຈົ້າຫນ້າທີ່ລາວໄດ້ຮັບບາດເຈັບ


ຜູ້ຊາຍຄົນຈີນທີ່ນຸ່ງເຄື່ອງຊຸດສີຂ່າວຂັບລົດໃຫຍ່ຕໍາລົດຈັກຊາວລາວແລ້ວຫນີ ແຕ່ເຈົ້າຫນ້າທີ່ຕໍາຫລວດນໍາທັນເພື່ອມາຮັບຊາບສິ່ງທີ່ເກີດຂຶ້ນ ສຸດທ້າຍຊາຍຊາວຈີນຄົນນີ້ໄດ້ຂັດຂືນ ແລະ ທຳຮ້າຍຮ່າງກາຍເຈົ້າໜ້າທີ່ຕໍາຫລວດບາດໄດ້ຮັບບາດເຈັບ ຂະນະທີ່ຜູ້ເຫັນເຫດການກ່າວປະນາມຊາຍຊາວຈີນຄົນນີ້ຢ່າງກວ້າງຂວາງໂດຍສະແດງຄໍາຄິດຄໍາເຫັນວ່າຕົນເອງເຮັດຜິດແລ້ວບໍ່ຍອມຮັບຜິດ ແລະ ບໍ່ເຄົາລົບກົດລະບຽບ-ກົດຫມາຍຂອງ ສປປ ລາວ ຍິ່ງກວ່ານັ້ນຍັງໃຊ້ທ່າທີອັດຕະພານຄ້າຍຄືມາເຟຍ. ສະນັ້ນຂໍໃຫ້ເຈົ້າຫນ້າທີ່ໃສ່ວິໄນໃຫ້ເຖິງທີ່ສຸດເພື່ອບໍ່ໃຫ້ເປັນແບບຢ່າງໃຫ້ຄົນອື່ນ ນອກຈາກນີ້ຍັງເປັນການຫລີກລ້ຽງຄໍາເວົ້າທີ່ວ່າປາໂຕດຽວເຫນົ່າຫມົດຂ້ອງເພາະຄົນປະເທດໃດກໍມີຜູ້ດີຜຄ້ບໍ່ດີປະປົນກັນ.


+ວັນພຸດ ວັນທີ02/08/2017 ເວລາ11:00ນາທີ
ໄດ້ຮັບແຈ້ງວ່າມີຄົນຈີນທຳຮ້າຍຮ່າງກາຍເຈົ້າໜ້າທີ່ ຢູ່ໃນຕະຫຼາດຊັງຈຽງ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ
ໜ່ວຍກູ້ໄພມູນນິທິຈີນອອກກວດສອບຈຸດເກີດເຫດພົບຜູ້ບາດເຈັບ2ລາຍ ເປັນເພດຊາຍທັງ2ໃນນັ້ນມີຄົນຈີນຜູ້ໜື່ງ
ອາການເບື້ອງຕົ້ນແມ່ນ:


+ຄົນຈີນ:ຄິວຈີກແລະເລືອດອອກຫລາຍ ບໍ່ປະສົງໄປໂຮງໝໍ
+ເຈົ້າໜ້າທີ່:ມີອາການແໜ້າໜ້າເອີກແລະເຈັບບໍລິເວນແອວ
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນໄດ້ປະຖົມພະຍາບານຂັ້ນຕົ້ນແລ້ວນຳສົ່ງໂຮງໝໍມະໂຫສົດ
"ຈາກການສອບຖາມເຈົ້າໜ້າທີ່ວ່າ" ຄົນຈີນນັ້ນໄດ້ຂັບຂີ່ລົດໃຫຍ່ໄປຕຳລົດຈັກແລ້ວໜີດັ່ງນັ້ນເຈົ້າໜ້າທີ່ຈື່ງນຳມາໄກ່ເກ່ຍ
ເກີດມີປາກສຽງກັນຈົນເຖີງຂັ້ນລົງໄມ້ລົດມືແລ້ວຄົນຈີນໄດ້ຍູ້ເຮັດໃຫ້ເຈົ້າໜ້າທີ່ຕົງບັນໃດ2ຊັ້ນ


*ຂ່າວ: ອຸ້ຍອ້າຍ
Ad